ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

30/01/2025 13:41
Email Print 2588
ຂປລ ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.




ຂປລ.  ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ
55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.




ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ-ໄທ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ແຫລ່ງທ່ອງທ່ຽວຂຸນກອງແລງ ກໍາລັງມີການປັບປຸງ-ກໍ່ສ້າງ ຫລາຍກິດຈະກຳການທ່ອງທ່ຽວ ໂດຍສະເພາະ ໂຮງແຮມ
, ຣີສອດ, ຮ້ານອາຫານ, ສູນບໍລິການການທ່ອງທ່ຽວ, ມີກິດຈະກຳທີ່ຕິດພັນກັບທຳມະຊາດ (Green Adventures), ສູນສົ່ງເສີມ ແລະ ພັດທະນາການຜະລິດສິນຄ້າ, ສູນຈຳໜ່າຍສິນຄ້າ, ຂອງທີ່ລະນຶກຈາກສີໄມ້ລາຍມືຂອງພໍ່ແມ່ປະຊາຊົນ (ODOP) ແລະ ອື່ນໆ. ໃນນັ້ນ, ກິດຈະກຳຫລັກໆ ທີ່ກະກຽມຈະເປີດໃຫ້ບໍລິການໃນເດືອນເມສາ 2025 ນີ້ປະກອບມີ: ພາຍເຮືອກາຍັກ (Kayaking), ຂີ່ສະລິງ (Zipline), ໄຕ່ຂົວອູ່, ດໍານໍ້າ (Scuba diving), ທ່ຽວຖໍ້າ (Caving), ຂີ່ລົດ ATV/KTV, ປີນຜາ (Rock climbing), ຍ່າງປ່າ (Jungle trekking), ສວນນໍ້າທໍາມະຊາດ (Natural water park), ຕັ້ງແຄ້ມ (Camping) ແລະ ກິດຈະກໍາອື່ນໆ.




ທ່ານ ພັນທະຈິດ ອິນທິລາດ ຍັງໃຫ້ຮູ້ອີກວ່າ: ຍ້ອນຄວາມມັກຮັກໃນທຳມະຊາດ
, ມັກການທ່ອງທ່ຽວ ແບບພະຈົນໄພ ແລະ ເຫັນໄດ້ສັກກະຍະພາບຂອງ ແຂວງຄຳມ່ວນ ກໍຄື ເມືອງຫີນບູນ ໂດຍສະເພາະແມ່ນ ຂຸນກອງແລງ ທີ່ມີຊື່ສຽງມາຫລາຍສິບປີ, ແຕ່ຍັງບໍ່ທັນໄດ້ຮັບການພັດທະນາ. ສະນັ້ນ, ບໍລິສັດພວກເຮົາ ຈຶ່ງໄດ້ປຶກສາຫາລືກັບ ການນຳຂອງແຂວງ, ເມືອງ ແລະ ໄດ້ຂໍອະນຸຍາດສຶກສາສຳຫລວດ ຄວາມເປັນໄປໄດ້ເພື່ອພັດທະນາ, ພ້ອມທັງສຶກສາທາງ ດ້ານຜົນກະທົບຕໍ່ສິ່ງແວດລ້ອມ ໃນປີ 2018 ໂດຍໃຊ້ເວລາສຶກສາສໍາຫລວດເກືອບ 1 ປີ  ແລະ ໄດ້ຮັບການອະນຸມັດເຊັນສັນຍາ ສໍາປະທານໃນປີ 2019. ຈາກນັ້ນ, ໄດ້ເລີ່ມລົງມືບຸກເບີກ, ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນການກໍ່ສ້າງຕາຝັ່ງເຈື່ອນ, ປູກປ່າຄືນໃໝ່, ດັດປັບທັດສະນີຍະພາບ, ສ້າງສິ່ງອຳນວຍຄວາມສະດວກ, ທີ່ພັກພາອາໄສ ຊຶ່ງໃຊ້ເວລາພັດທະນາມາໄດ້ປີກວ່າ ກໍປະສົບບັນຫາການແພ່ລະບາດ ຂອງພະຍາດໂຄວິດ-19 ບໍ່ສາມາດດໍາເນີນຕໍ່ໄປໄດ້. ພາຍຫລັງຈາກຜ່ານວິກິດການດັ່ງກ່າວ, ຈຶ່ງໄດ້ມາພັດທະນາ ໂຄງການຕໍ່ ແລະ ໄດ້ປັບປຸງກິດຈະການຕ່າງໆໃຫ້ສົມບູນ ທັງກິດຈະກຳທີ່ຕິດພັນກັບ ທຳມະຊາດ ແລະ ແບບພະຈົນໄພ ເປັນຕົ້ນ ສູນບໍລິການນັກທ່ອງທ່ຽວ (Clup House), ບ່ອນຈອດລົດ, ຣີສອດ (ເຮືອນແຄັບຊູນແບບທັນສະໄໝ, ເຮືອນໄມ້ໄຜ່, ເຮືອນຊົງລາວ), ສວນອາຫານ, ຮ້ານຂາຍເຄື່ອງຂອງທີ່ລະນຶກ, ຖະໜົນຄົນຍ່າງ, ເຮືອນພັກຕາກອາກາດ, ສູນຮັກສາສຸຂະພາບ, ສວນນໍ້າ, ຈຸດຊົມວິວ, ພາຍເຮືອກາຍັກ, ຂີ່ລົດ ATV, ປີນຜາ ແລະ ອື່ນໆ.




ໂອກາດນີ້, ທ່ານ ພັນທະຈິດ ອິນທິລາດ ຍັງໄດ້ເຊີນຊວນບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ (ພາຍຫລັງທີ່ໄດ້ເປີດໃຫ້ບໍລິການແລ້ວ) ໃຫ້ເຂົ້າມາທ່ຽວຊົມ, ສຳຜັດກັບຄວາມສວຍງາມ ຂອງທຳມະຊາດ ແລະ ຮັບຮູ້ເຖິງການພັດທະນາ
, ການໃຫ້ບໍລິການໂດຍປະຊາຊົນ ມີສ່ວນຮ່ວມທີ່ເປັນການລົງທຶນ ຂອງເອກະຊົນພາຍໃນ 100%.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top