ຖອດຖອນບົດຮຽນການະຕິບັດ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດ

21/01/2025 14:44
Email Print 372
ຂປລ ຂປລ. ກົມຄຸ້ມຄອງບໍ່ແຮ່ ຈັດກອງປະຊຸມເປີດກວ້າງ ເພື່ອສະຫລຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດ ຮອດປີ 2030 ເພື່ອພັດທະນາວຽກງານຂອງຂະແໜງບໍ່ແຮ່ ປະຈຳປີ 2024 ແລະ ວາງແຜນການ ປີ 2025 ວັນທີ 20-21 ມັງກອນ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກົມຄຸ້ມຄອງບໍ່ແຮ່ ຈັດກອງປະຊຸມເປີດກວ້າງ ເພື່ອສະຫລຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ
2040 ແລະ ຍຸດທະສາດ ການພັດທະນາແຮ່ທາດ ຮອດປີ 2030 ເພື່ອພັດທະນາວຽກງານຂອງຂະແໜງບໍ່ແຮ່ ປະຈຳປີ 2024 ແລະ ວາງແຜນການ ປີ 2025 ວັນທີ 20-21 ມັງກອນ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ໂພໄຊ ໄຊຍະສອນ ​ໄດ້​ໃຫ້​ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານຂອງຂະ     ແໜງບໍ່ແຮ່ ປີ
2024 ແມ່ນນອນຢູ່ໃນໄລຍະທີ່ ສະພາບການພາກພື້ນ, ສາກົນ ແລະ ພາຍໃນປະເທດ ມີຄວາມສັບສົນ, ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ງົບປະມານ-ການເງິນ, ລາຄານໍ້າມັນ, ອັດ ຕາແລກປ່ຽນເງິນຕາ ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆ. ສໍາລັບ ຂະແໜງພະລັງງານ ແລະ ບໍ່ແຮ່ ມີບາງແຜນການ, ບາງໂຄງການ ແລະ ໜ້າວຽກຈໍານວນໜຶ່ງ ກໍຖືກຢຸດຊະງັກ, ເກີດຄວາມຊັກຊ້າ ບໍ່ສາມາດບັນລຸໄດ້ຕາມກໍານົດເວລາ ແລະ ພົບຄວາມຫຍຸ້ງຍາກໃນດ້ານອື່ນໆ. ແຕ່ເຖິງແນວໃດກໍຕາມ, ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ລັດຖະບານ, ຄະນະພັກ, ອົງການປົກຄອງທ້ອງຖິ່ນ ​ແລະ ຄວາມຕັດສິນໃຈ, ຄວາມເປັນເຈົ້າການບຸກບືນສູ້ຊົນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່ ກໍສາມາດຍາດໄດ້ຜົນສໍາເລັດ ທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ.




ກອງປະຊຸມຄັ້ງນີ້
, ຈັດຂຶ້ນເພື່ອຖອດຖອນບົດຮຽນກ່ຽວກັບ ການພັດທະນາວຽກງານບໍ່ແຮ່, ສະຫລຸບໝາກຜົນຂອງການປະຕິບັດແຜນການ, ຊອກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ. ນອກນີ້, ກອງປະຊຸມຍັງໄດ້ຟັງການລາຍງານ ສະພາບການ ປະຕິບັດວຽກງານທໍລະນີສາດ ແລະ ບໍ່ແຮ່ ຂອງແຕ່ລະແຂວງ , ຄົ້ນຄວ້າວາງແຜນການ ສໍາລັບປີ 2025, ການກໍານົດວິທີການ ແລະ ມາດຕະການ ເພື່ອແກ້ໄຂຈຸດອ່ອນ ເພື່ອພ້ອມກັບປັບປຸງໃຫ້ດີ​ຂຶ້ນ.

ການຈັດກອງປະຊຸມຄັ້ງ​ນີ້, ແມ່ນການສ້າງພື້ນຖານສໍາຄັນ ໃຫ້ແກ່ການປັບປຸງ ການເຄື່ອນໄຫວວຽກ​ງານ ​ແນໃສ່​ເຮັດໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ແຕ່ລະຂັ້ນ ສາມາດເຮັດວຽກ​ສໍາ​ເລັດ​ຕາມພາລະບົດບາດ ແລະ ໜ້າທີ່ ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການພັດທະນາ ວຽກງານບໍ່ແຮ່ ກໍຄື ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ.

ຂໍ້​ມູນ-ພາບ: ໜພ ວຽງຈັນໃໝ່

KPL

ຂ່າວອື່ນໆ

ads
ads

Top