ປະກາດແຕ່ງຕັ້ງກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຄົນໃໝ່

21/01/2025 14:26
Email Print 286
ຂປລ ຂປລ. ພິທີປະກາດການແຕ່ງຕັ້ງ ສະຫາຍ ໂພໄຊ ໄຂຄໍາພິທູນ ເປັນກໍາມະການຄະນະບໍລິ ຫານງານພັກແຂວງ, ທັງເປັນກໍາມະການປະຈໍາພັກແຂວງ ແລະ ເປັນຮອງເຈົ້າແຂວງສະຫວັນນະເຂດ (ຄົນໃໝ່) ຈັດ​ຂຶ້ນໃນຕອນບ່າຍວັນທີ 20 ມັງກອນ 2025 ຢູ່ແຂວງສະຫວັນນະເຂດ​ໂດຍ​ມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນກາງພັກ, ມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.

ຂປລ. ພິທີປະກາດການແຕ່ງຕັ້ງ ສະຫາຍ ໂພໄຊ ໄຂຄໍາພິທູນ ເປັນກໍາມະການຄະນະບໍລິ ຫານງານພັກແຂວງ, ທັງເປັນກໍາມະການປະຈໍາພັກແຂວງ ແລະ ເປັນຮອງເຈົ້າແຂວງສະຫວັນນະເຂດ (ຄົນໃໝ່) ຈັດ​ຂຶ້ນໃນຕອນບ່າຍວັນທີ 20 ມັງກອນ 2025 ຢູ່ແຂວງສະຫວັນນະເຂດ​ໂດຍ​ມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນກາງພັກ, ມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ,ເຈົ້າ ແຂວງສະຫວັນນະເຂດ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ໜ້າວຽກໃໝ່ທີ່ພົ້ນເດັ່ນ ເປັນຕົ້ນ ການເຕີບໂຕຂອງເສດຖະກິດ, ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວຢູ່ໃນລະດັບ 7,9%, ລື່ນແຜນການ 0,05%, ສະເລ່ຍລາຍຮັບຕໍ່ຫົວຄົນ 32 ລ້ານກວ່າກີບ. ສ່ວນໜ້າວຽກສໍາຄັນທີ່ການນໍາແຂວງໄດ້ມີການຄາດຄະເນລ່ວງໜ້າແມ່ນການສ້າງບຸກຄະລາກອນຄູ; ພ້ອມ​ທັງ​ໄດ້ສຸມໃສ່ແກ້ໄຂບັນຫາການຂາດ ແຄນຄູ; ສິ່ງທີ່ພົ້ນເດັ່ນໃນສົກຮຽນໃໝ່ ແຂວງສະຫວັນນະເຂດ ໄດ້ເປີດຂະບວນການລົງເປີດການຮຽນ-ການສອນທົ່ວແຂວງ ຢູ່ 6 ເມືອງ ຈໍານວນ 47 ແຫ່ງ ແລະ ການນໍາເມືອງ ລົງຮ່ວມເປີດໄດ້ 40ແຫ່ງ. ຄຽງຄູ່ກັນນີ້, ຍັງໄດ້ລະດົມທຶນຊື້ອຸປະກອນການຮຽນ ແລະ ລະດົມນັກຮຽນຈົບ ມ7 ມາຮຽນສາຍຄູພາຍໃນແຂວງໄດ້ 226 ຄົນ ໂດຍໄດ້ເພີ່ມອັດຕາເບ້ຍລ້ຽງທີ່ລັດຖະບານໃຫ້ 2 ແສນກີບ/ຄົນ/ເດືອນ, ແຂວງຊຸກຍູ້ຕື່ມ 7 ແສນກີບ/ຄົນ, ລວມ​ເປັນ 9ແສນກີບ/ຄົນ/ເດືອນ. ພິເສດ ໄດ້ແກ້ໄຂບັນຫານັກຮຽນຢູ່ເຂດບ້ານຈຽງຕູບ ເປັນຈຸດສຸມທຸກຍາກຂອງປະເທດ ເປີດຫ້ອງຮຽນຊັ້ນ ມ2 ໂດຍນໍາໃຊ້ງົບປະມານຂອງແຂວງຈ້າງຄູສອນ 4 ຄົນ, ສອນນັກຮຽນຈໍານວນ 24ຄົນ. ສ່ວນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງແມ່ນສໍາເລັດ 2 ເມືອງຄື: ເມືອງວິລະບູລີ ແລະ ເມືອງໄຊບູລີ.

ຈາກ​ນັ້ນ, ​ໃນ​ພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 350/ຄລສພ, ລົງວັນທີ 2 ມັງກອນ 2025 ວ່າດ້ວຍຍົກຍ້າຍ ສະຫາຍ ໂພໄຊ ໄຂຄໍາພິທູນ ກໍາມະການປະຈໍາພັກກະຊວງການຕ່າງປະເທດ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະ ຫວັນນະເຂດ; ຜ່ານຄໍາສັ່ງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 01/ນຍ, ລົງວັນທີ 2 ມັງ ກອນ 2025 ວ່າດ້ວຍການຍົກຍ້າຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ; ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 351/ຄລສພ, ລົງວັນທີ  2 ມັງກອນ 2025 ໄດ້ປະກາດ ສະຫາຍ ໂພໄຊ ໄຂຄໍາພິທູນ ເປັນກໍາມະການຄະນະບໍລິຫານງານພັກ, ທັງເປັນກໍາມະການປະຈໍາພັກແຂວງສະຫວັນນະເຂດ. ພ້ອມນີ້, ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດສະບັບເລກທີ 92/ຈຂ,ລົງວັນທີ 17 ມັງກອນ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານ ​ໂດຍ​ໄດ້ຕົກລົງແຕ່ງຕັ້ງ ທ່ານ ໂພໄຊ ໄຂຄໍາພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ.

ໃນພິທີຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ນາງ ສີໃສ ລືເດດມູນສອນ ​ເຊິ່ງໃຫ້ທິດຊີ້ນຳທີ່ມີຄຸນຄ່າທີ່ສຸດ ແກ່ຄະນະພັກ-ຄະນະນຳຂອງ ແຂວງສະຫວັນນະເຂດ ໂດຍຍົກ​ໃຫ້​ເຫັນບົດຮຽນຫລາຍດ້ານ ທີ່ເປັນປະສົບການຕົວຈິງ ໃນການນຳພາ-ຊີ້ນຳວຽກ​ງານໃນຂົງເຂດຕ່າງໆໃນຂັ້ນແຂວງ ແລະ ຂັ້ນສູນກາງ.
KPL

ຂ່າວອື່ນໆ

ads
ads

Top