ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

16/01/2025 13:46
Email Print 770
ຂປລ ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ



ຂປລ. ພິທີເຊັນສັນຍາການຮ່ວມມື (
MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້, ໂດຍການລົງນາມ ລະຫວ່າງ ທ່ານ ອານຸສັກ ພົງສະຫວັດ ຫົວໜ້າສະຖາບັນ ຄົ້ນຄວ້າ ພບ ກັບ ທ່ານ ອານ ອິນ ໂຈ ປະທານບໍລິສັດ Finger Inc ແລະ ທ່ານ ພໍຢາງ ປະທານບໍລິສັດ CECTE carbon to electric ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສາມຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ອານຸສັກ ພົງສະຫວັດ ໄດ້ໃຫ້ຮູ້ວ່າ: ການເຊັນສັນຍາຮ່ວມມືໃນຄັ້ງນີ້, ເພື່ອປະກອບສ່ວນໃຫ້ບັນລຸເປົ້າໝາຍ ການຜະລິດພະລັງງານ ທີ່ມີຄວາມສະອາດ ແລະ ກ້າວໄປເຖິງກາກບອນ ເປັນ 0 ໃນປີ 2050 ເຊິ່ງຈຸດປະສົງຫລັກຂອງການຮ່ວມມື ຈະໄດ້ລິເລີ່ມສຶກສາ ແລະ ເຮັດທົດລອງການຫລຸດຜ່ອນກາກບອນ ຢູ່ໃນຟາມລ້ຽງໝູທີ່ມີນໍ້າເສຍ ແລະ ສຶກສາເບິ່ງຄວາມເປັນ ໄປໄດ້ທີ່ຈະເອົານໍ້າເສຍ ຈາກຟາມລ້ຽງໝູ ມາຜະລິດເປັນແກັສຊີວະພາບ, ຜະລິດເປັນພະລັງງານໄຟຟ້າ. ຄຽງຄູ່ກັນນັ້ນ, ຍັງຈະສຶກສາເບິ່ງທ່າແຮງ ການປະສົມປະສານ ແຫລ່ງພະລັງງານ ຈາກໄຟຟ້າແສງຕາເວັນ ເພື່ອມາຮັບໃຊ້ໃນຟາມລ້ຽງໝູ ໃຫ້ສາມາດຫລຸດຜ່ອນກາກບອນ ແລະ ຫລຸດຜ່ອນການນໍາໃຊ້ພະລັງງານ ຈາກລະບົບຕາຂ່າຍໄຟຟ້າ ເພື່ອນໍາໃຊ້ເປັນຂອງຕົນເອງ ຢູ່ໃນຟາມ.

ທ່ານ ອານຸສັກ ພົງສະຫວັດ ໃຫ້ຮູ້ອີກວ່າ: ຟາມລ້ຽງໝູ ທີ່ຈະເຮັດທົດລອງ ເປັນຟາມລ້ຽງໝູ ທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ, ມີໝູ ປະມານ 20.000 ໂຕ, ຄາດວ່າມີນໍ້າເສຍ ທີ່ມານໍາໃຊ້ ຜະລິດໄບໂອແກັສ ປະມານ 2.000 ກວ່າແມັດກ້ອນ ເຊິ່ງຈຸດພິເສດແມ່ນຈະມີການແຍກສ່ວນ ທີ່ບໍ່ສະອາດມາຜະລິດເປັນແກັສ ທີ່ສະອາດຂຶ້ນ ເພື່ອສາມາດນໍາໃຊ້ໃນຄົວເຮືອນ ແລະ ສາມາດຜະລິດເປັນໄຟຟ້າໄດ້.

ການເຮັດທົດລອງໃນຂັ້ນຕົ້ນ ຈະເຮັດທົດລອງກ່ອນ 100 ແມັດກ້ອນ ເຊິ່ງຈະໄດ້ແກັສມາແຍກ ທົດລອງອັດໃສ່ຖັງ ປະລິມານການອັດແໜ້ນ 20 ບາຣ ເພື່ອມາທົດລອງໃຊ້ ໃນສະຖາບັນ ຄົ້ນຄວ້າ ພບ ແລະ ຈໍານວນໜຶ່ງ ກໍທົດລອງໃຊ້ໃນຈັກໄຟຟ້າ ຂະໜາດນ້ອຍ ເພື່ອຜະລິດໄຟຟ້າໃຊ້ໃນຟາມ.

ຂໍ້ມູນ-ພາບ: ສຸກສະຫວັນ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top