ເລຂາທິການໃຫຍ່, ປະທານປະເທດ ສືບຕໍ່ລົງຢ້ຽມຢາມ ພື້ນຖານການຜະລິດຢູ່ແຂວງສາລະວັນ ແລະ ສະຫວັນນະເຂດ

16/01/2025 11:30
Email Print 1205
ຂປລ ຂປລ. ໃນຕອນບ່າຍວັນທີ 15 ມັງກອນ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະ ໄດ້ສືບຕໍ່ຢ້ຽມຢາມ ພື້ນຖານການຜະລິດເຂົ້ານາໄຮ່ໃຫຍ່ ແລະ ໂຄງການຊົນລະປະທານຈັກສູບນໍ້າ ບ້ານຫີນສິວ ເມືອງຄົງເຊໂດນ ແຂວງສາລະວັນ ໂດຍມີ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ເຂົ້າຮ່ວມຕິດຕາມ.




ຂປລ. ໃນຕອນບ່າຍວັນທີ 15 ມັງກອນ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະ ໄດ້ສືບຕໍ່ຢ້ຽມຢາມ ພື້ນຖານການຜະລິດເຂົ້ານາໄຮ່ໃຫຍ່ ແລະ ໂຄງການຊົນລະປະທານຈັກສູບນໍ້າ
  ບ້ານຫີນສິວ ເມືອງຄົງເຊໂດນ ແຂວງສາລະວັນ ໂດຍມີ  ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ເຂົ້າຮ່ວມຕິດຕາມ.

ໂຄງການຊົນລະປະທານຈັກສູບນໍ້າ ແຫ່ງນີ້, ມີເນື້ອທີ່ສະໜອງນໍ້າ 327 ເຮັກຕາ, ມີຫົວຈັກສູບນໍ້າປະເພດເຮືອແພ 3 ເຄື່ອງ; ມີລະບົບຄອງເໜືອງ 11 ເສັ້ນ ຍາວ 11.219 ແມັດ, ມີກຸ່ມຊາວນາເຂົ້າຮ່ວມ ໃນການເຮັດນາຫລາຍຄອບຄົວ ເຊິ່ງການຜະລິດໃນໄລຍະຜ່ານມາ ແມ່ນໄດ້ຮັບຜົນຜະລິດສູງສົມຄວນ ສະເລ່ຍເຮັກຕາໜຶ່ງໄດ້ເຖິງ 8 ໂຕນ ໂດຍນໍາໃຊ້ກົນຈັກ ເຂົ້າໃນການຜະລິດ. ຈາກນັ້ນ, ທ່ານປະທານປະເທດ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມ ຄອບຄົວຕົວແບບຜະລິດກະສິກໍາ ແບບປະສົມປະສານ ຢູ່ບ້ານຫລັກ 94 ເມືອງລະຄອນເພັງ ເຊິ່ງຄອບຄົວດັ່ງກ່າວ ເປັນຄອບຄົວຕົວແບບ ໃນການຜະລິດສາລີ, ພືດຜັກ ແລະ ລ້ຽງໜູ ສ້າງລາຍຮັບເຂົ້າຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ ຖ້າທຽບໃສ່ ໃນເມື່ອກ່ອນແມ່ນດີຂຶ້ນຢ່າງຂາດຂັ້ນ.

 


ພາຍຫລັງສໍາເລັດການເຄື່ອນໄຫວ ຢ້ຽມການຜະລິດ ຢູ່ແຂວງສາລະວັນ, ທ່ານເລຂາທິການໃຫຍ່, ປະທານ ປະເທດ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ໂຮງສີເຂົ້າທັນສະໄໝ ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງໆສະຫວັນນະເຂດ, ພອ້ມດ້ວຍອໍານາດການປົກຄອງເມືອງ. ໂຮງສີເຂົ້າທັນສະໄໝ ຂອງໂຄງການພັດທະນາ ຊົນລະກະເສດ ແລະ ຊົນນະບົດຮອບດ້ານ ຕັ້ງຢູ່ບ້ານນາຂ້າມ ເມືອງສອງຄອນ
, ສາມາດສີເຂົ້າໄດ້ 5 ໂຕນ/ຊົ່ວໂມງ, ມີໂຮງອົບແຫ້ງ 4 ເຄື່ອງ ເຄື່ອງໜຶ່ງອົບໄດ້ 30 ໂຕນ/ມື້, ລວມ 120 ໂຕນ/ມື້. ພ້ອມນີ້, ຍັງມີສາງເກັບມ້ຽນເຂົ້າໄດ້ 9.000 ໂຕນ, ໂຮງອະນາໄມຄັດເມັດເຂົ້າ, ໄຊໂລ 2 ແທັງ ບັນຈຸແທັງລະ 100 ໂຕນ ແລະ ຕາຊັ່ງນໍ້າໜັກ ຂະໜາດ 50 ໂຕນ. ການຈັດຕັ້ງປະຕິບັດວຽກງານກໍ່ສ້າງ ໂຮງສີເຂົ້າທັນສະໄໝ ຂອງໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດ ຮອບດ້ານ ເມືອງສອງຄອນ ໄດ້ເລີ່ມການກໍ່ສ້າງທ້າຍເດືອນທັນວາ 2020 ແລະ ສຳເລັດໃນເດືອນຕຸລາ 2024, ມາຮອດປັດຈຸບັນສາມາດເປີດທົດລອງ ນໍາໃຊ້ຫລັງຈາກລະດູການເກັບກ່ຽວເຂົ້ານາປີ 2024, ສໍາລັບແຜນການຄຸ້ມຄອງໂຮງສີເຂົ້າ ຄະນະຄຸ້ມຄອງໂຄງການໄດ້ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ດໍາເນີນການຮ່າງດ້ານນິຕິກຳ ເພື່ອສ້າງໃຫ້ເປັນວິສາຫະກິດ ຄໍ້າປະກັນ ສະບຽງອາຫານ ຮ່ວມກັບຜູ້ປະກອບການທີ່ມີເງື່ອນໄຂຄົບຖ້ວນ ແນໃສ່ສ້າງໃຫ້ເປັນຄັງແຮເຂົ້າແຫ່ງຊາດ ເພື່ອນໍາໃຊ້ໃນກໍລະນີຈຳເປັນ ແລະ ແຊກແຊງລາຄາເຂົ້າໃນຕະຫລາດ.




ຈາກນັ້ນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ສືບຕໍ່ເດີນທາງໄປເມືອງໄຊບູລີ ເພື່ອຢ້ຽມຢາມໂຮງງານນໍ້າຕານມິດລາວ ເຊີ່ງໄດ້ເປີດດໍາເນີນການແຕ່ວັນທີ 1 ສິງຫາ 2007 ເປັນຕົ້ນມາ ໃນເນື້ອທີ່ສໍາປະທານ 10.000 ເຮັກຕາ ໂດຍປູກອ້ອຍແບບທັນສະໄໝ
, ສ້າງສູນຜະລິດຕະພັນອ້ອຍ ແນໃສ່ສົ່ງເສີມໃຫ້ປະຊາຊົນ ໃນບໍລິ ເວນດັ່ງກ່າວ ຢຶດຖືອາຊີປູກ ອ້ອຍແບບຢືນຢົງ ເພື່ອສະໜອງໃຫ້ໂຮງງານຜະລິດເປັນນໍ້າຕານ ຫລື ຜະລິດຕະພັນຊະ ນິດຕ່າງໆ. ສ່ວນກາກອ້ອຍ ແມ່ນໄດ້ໝູນໃຊ້ເຂົ້າໃນ ການຜະລິດພະລັງງານ (ໄຟຟ້າ)ທົດແທນ. ນອກຈາກນັ້ນ, ບໍລິສັດຍັງໄດ້ສະໜັບສະໜູນ, ສົ່ງເສີມປະຊາຊົນ ຮູ້ການພັດທະນາແບບຢືນຢົງ, ມີຄວາມຮູ້ທາງດ້ານເສດຖະກິດ, ກະສິກຳ, ໃຫ້ທຶນການສຶກສາແກ່ລູກຫລານ ພະນັກງານ ໂຮງງານ ແລະ ມີສູນລ້ຽງເດັກ ພາຍໃນໂຮງງານ ແລະ ອື່ນໆ. ສ່ວນຜະລິດຕະພັນ ແມ່ນໄດ້ຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ.




ໂອກາດລົງຢ້ຽມຢາມແຕ່ລະບ່ອນນັ້ນ,
 ທ່ານເລຂາທີການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜູ້ຜະລິດສິນຄ້າ ກໍຄື ໂຮງງານ ທີ່ໄດ້ເອົາໃຈໃສ່ ແລະ ມີຄວາມເປັນເຈົ້າ ໃນການຜະລິດ ແລະ ການດຳ ເນີນທຸລະກິດນັບມື້ສູງຂຶ້ນປະກອບສ່ວນເຮັດໃຫ້ປະຊາຊົນ ມີລາຍຮັບສູງຂຶ້ນ, ບັນດາໂຮງງານກໍມີລາຍຮັບທີ່ດີ ແລະ ສົ່ງອອກສິນຄ້າຈໍາໜ່າຍພາຍໃນ ແລະ ຕ່າງປະເທດ, ສິ່ສໍາຄັນແມ່ນໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນເຂດໃກ້ຄຽງ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top