ປູກໝາກກ້ຽງຂາຍສ້າງລາຍຮັບ 300 ລ້ານກີບຕໍ່ປີ

21/01/2025 10:09
Email Print 536
ຂປລ ຄວາມດຸໝັ່ນຄືສິ່ງທີ່ຂາດບໄດ້, ຄອບຄົວໃດມີຄວາມດຸໝັ່ນຄອບຄົວນັ້ນມີຢູ່ມີກິນຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

     *ຄວາມດຸໝັ່ນຄືສິ່ງທີ່ຂາດບໄດ້, ຄອບຄົວໃດມີຄວາມດຸໝັ່ນຄອບຄົວນັ້ນມີຢູ່ມີກິນຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ມີພຽງຄວາມດຸໝັ່ນພຽງຢ່າງດຽວກໍ່ບໍ່ພຽງພໍ ຕ້ອງມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານຕື່ມອີກ. ດັ່ງຄອບຄົວ ທ່ານ ແອ ລັດສະໝີ ອາຍຸ 51 ປີ ປັດຈຸບັນຢູ່ບ້ານວຽງສະໄໝ ເມືອງກາສີ ແຂວງວຽງຈັນ ເຊິ່ງເປັນຄອບຄົວຕົວແບບດ້ານການປູກໝາກກ້ຽງນ້ອຍ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງກາສີ ຄັ້ງທີ VIII  ທີ່ໄຂຂຶ້ນເມື່ອມໍ່ໆມານີ້ ເຊິ່ງທ່ານກໍ່ກໍາເນີດໃນຄອບຄົວທຸກຍາກ, ໃນປີ 1990 ໄດ້ແຕ່ງງານກັບນາງມີ, ມີລູກຮ່ວມກັນ 3 ຄົນ, ຍິງ 2 ຄົນ ນັບແຕ່ໄດ້ສ້າງຄອບຄົວເປັນຕົ້ນມາຄອບຄົວແມ່ນ ຂາດເນື້ອທີ່ການຜະລິດອາໄສເຮັດນຳພໍ່ແມ່ເນື້ອທີ່ກໍ່ມີໜ້ອຍ. ມາຮອດ ປີ 2013 ໄດ້ເລີ່ມປູກໝາກກ້ຽງ 600 ຕົ້ນ ໃນເນື້ອທີ່ປະມານ 1,5 ເຮັກຕາຜ່ານການຕິດຕາມຕົ້ນໝາກກ້ຽງເຫັນວ່າມີຄວາມເຕີບໂຕໄວໃນປີ 2014 ຈຶ່ງໄດ້ເອົາແກ່ນໝາກກ້ຽງມາກ້າໄວ້ປູກເອງຕໍ່ຈາກນັ້ນມາ ຄອບຄົວແມ່ນທັງກ້າເບ້ຍ ແລະ ປູກເພີ່ມມາເລື້ອຍໆ.

   ມາຮອດ ປີ 2018 ໝາກກ້ຽງຕົ້ນທີ່ປູກກ່ອນ ເລີ່ມເປັນໝາກ ແລະ ສາມາດເກັບຂາຍໄດ້ເງິນ 20 ລ້ານກີບ ເຊິ່ງຕົນເອງໄດ້ເອົາເງິນຈຳນວນດັ່ງກ່າວມາຊ້ືລົດຊ້ິງ 1 ຄັນ ມູນຄ່າ 15 ລ້ານກີບ ສ່ວນເງິນທ່ີເຫລືອແມ່ນເອົາມາພັດທະນາຄອບຄົວ ແລະ ສົ່ງໃຫ້ລູກຢູ່ທາງບ້ານ. ຮອດປີ 2019-2020 ໄລຍະ 2 ປີນ້ີ ເຫັນວ່າໝາກກ້ຽງເປັນໝາກຫລາຍສົມຄວນແຕ່ເກີດພະຍາດໂຄວິດ-19 ລະບາດ ເຮັດໃຫ້ໝາກກ້ຽງບ່ໍໄດ້ຂາຍ, ໄລຍະ 2 ປີ ຂາຍໝາກ ກ້ຽງໄດ້ແຕ່ 73 ລ້ານກີບເທົ່ານັ້ນເຮັດໃຫ້ໝາກກ້ຽງຫລົ່ນຖິ້ມຄາຕົ້ນ. ມາຮອດປີ 2021 ສາມາດເກັບໝາກກ້ຽງຂາຍໄດ້ 110 ລ້ານກີບ ແລ້ວນໍາເອົາເງິນໄປປຸກເຮືອນ 1 ຫລັງມູນຄ່າ 90 ລ້ານກີບ ຈໍານວນໜຶ່ງແມ່ນໄປຊື້ດິນເພື່ອຂະຫຍາຍສວນໝາກກ້ຽງຕື່ມ.

     ຂະນະທ່ີປີ 2022 ຂາຍໝາກກ້ຽງໄດ້ 200 ລ້ານກີບ, ປີ 2023 ຂາຍໄດ້ 320 ລ້ານກີບ ພ້ອມນີ້, ໄດ້ຊື້ລົດຮຸນໄດ 1 ຄັນ, ລົດຈັກອີກ 3 ຄັນ, ຊື້ດິນນາ 2 ຕອນ ແລະ ໄປບຸກເບີກເນື້ອທີ່ນາ 1 ເຮັກຕາ, ຊື້ງົວມາລ້ຽງ 12 ໂຕ. ປັດຈຸບັນເຮັດໃຫ້ຄອບຄົວມີເງິນເກັບຈຳນວນໜຶ່ງ, ມີເນື້ອທີ່ດິນທັງໝົດ 7,5 ເຮັກຕາ ແລະ ມີຕົ້ນໝາກກ້ຽງປະມານ 2.800 ກວ່າຕົ້ນ ໃນເນື້ອທີ່ 4,5 ເຮັກຕາ ເຊິ່ງລາຍຮັບທີ່ໄດ້ຈາກການຂາຍໝາກກ້ຽງ 300 ລ້ານກວ່າກີບຕໍ່ປີ ແລະ ລາຍຮັບຈາກການຂາຍງົວອີກຈໍານວນໜຶ່ງ ເຮັດຄອບຄົວໄດ້ຫລຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງ ໂດຍມີເຮືອນຢູ່ແໜ້ນໜາຖາວອນ, ມີລົດຈັກ, ລົດໃຫຍ່, ມີສວນ, ມີນາເຮັດກິນໃນແຕ່ລະປີ, ມີເງິນເກັບຈໍານວນໜຶ່ງ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top