ປູກກາເຟເປັນສິນຄ້າ ຊີວິດການເປັນຢູ່ປ່ຽນ

20/01/2025 10:50
Email Print 876
ຂປລ ຄອບຄົວ ນາງ ຫລອຍມະນີ ໄຊຍະອິ້ວ ຢູ່ບ້ານດາກຢອຍ ເມືອງ ດາກຈຶງ ແມ່ນນອນຢູ່ໃນກຸ່ມຜະລິດກາເຟປອດສານພິດຂອງໂຄງການຊຸບເປີວີ ຄອັບຟີ (Super we coffee) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ມູນຄ່າເພ່ີມຂອງຜະລິດຕະພັນກາເຟທີ່ມີຈັນຍາບັນ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

     *ຄອບຄົວ ນາງ ຫລອຍມະນີ ໄຊຍະອິ້ວ ຢູ່ບ້ານດາກຢອຍ ເມືອງ ດາກຈຶງ ແມ່ນນອນຢູ່ໃນກຸ່ມຜະລິດກາເຟປອດສານພິດຂອງໂຄງການຊຸບເປີວີ ຄອັບຟີ (Super we coffee) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ມູນຄ່າເພ່ີມຂອງຜະລິດຕະພັນກາເຟທີ່ມີຈັນຍາບັນ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ເພື່ອເສີມສ້າງອາຊີບທີ່ຍືນຍົງໃຫ້ແກ່ປະຊາຊົນເຂດພູດອຍ ແລະ ສ້າງລາຍຮັບເພີ່ມຂຶ້ນ.

     ນາງ ຫລອຍມະນີ ໄຊຍະອິ້ວ ໄດ້ເລົ່າສູ່ຟັງວ່າ: ຄອບຄົວຕົນເອງແມ່ນມີສະມາຊິກທັງໝົດ 5 ຄົນ, ຍິງ4 ຄົນ, ແຮງງານຫລັກ 3 ຄົນ ມີອາຊີບປູກກາເຟເປັນຕົ້ນຕໍ ໂດຍມີເນື້ອທີ່ການປູກກາເຟ 3 ເຮັກຕາ ເຊິ່ງຜ່ານມາການປູກກາເຟແມ່ນປູກແບບພື້ນບ້ານສ້າງລາຍຮັບໄດ້ໜ້ອຍ. ຍ້ອນພົບຄວາມຫຍຸ້ງຍາກ  ແລະ ມີສິ່ງທ້າທາຍຫລາຍ ໂດຍສະເພາະແມ່ນສະພາບດິນຟ້າອາກາດມີການປ່ຽນແປງ, ຜົນຜະລິດບໍ່ໄດ້ຄຸນນະພາບເຮັດໃຫ້ລາຄາຕົກຕ່ຳ ແລະ ທັງບໍ່ສາມາດເຂົ້າເຖິງຕະຫລາດໄດ້ຢ່າງກວ້າງຂວາງ.

     ມາໃນປີ 2017 ໄດ້ມີໂຄງການ ຊຸບເປີວີ ຄອັບຟີ ເຂົ້າມາຊຸກຍູ້ສະໜັບສະໜູນປະຊາຊົນເມືອງດາກຈຶງ ປູກກາເຟປອດສານພິດເປັນມິດຕໍ່ສິ່ງແວດລ້ອມ ແລະ ຄອບຄົວຕົນເອງກໍ່ໄດ້ເຂົ້າຮ່ວມໃນກຸ່ມການຜະລິດກາເຟຂອງບ້ານດາກຢອຍ ເປັນຕົ້ນມາ ໂດຍທາງໂຄງການໄດ້ຊ່ວຍຍົກລະດັບຄວາມຮູ້ດ້ານເຕັກນິກວິທີການປູກ, ການບົວລະບັດຮັກສາ, ການໃສ່ຝຸ່ນຊີວະພາບຈາກທຳມະຊາດ ໂດຍບໍ່ນຳໃຊ້ຝຸ່ນເຄມີ, ແນະນຳວິທີການເກັບກູ້, ຂັ້ນຕອນການຄັດເລືອກໝາກກາເຟ ແລະ ພ້ອມທັງສະໜອງວັດຖຸອຸປະກອນການຜະລິດຈຳນວນໜຶ່ງ ເຮັດໃຫ້ຄອບຄົວທີ່ເຂົ້າກຸ່ມດັ່ງກ່າວ ມີຜົນຜະລິດ ແລະ ລາຍຮັບດີຂຶ້ນ. ມາຮອດປີ 2023 ສະເພາະຄອບຄົວຂອງຕົນເອງແມ່ນສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 50 ລ້ານກວ່າກີບ. ສຳລັບປີ 2024 ໄດ້ມີການຂະຫຍາຍເນື້ອທີ່ການຜະລິດເພີ່ມອີກ 1 ເຮັກຕາ ໂດຍປັດຈຸບັນແມ່ນກຳລັງຂຸ້ນຂ້ຽວເກັບກ່ຽວຜົນຜະລິດ.

    ຂໍສະແດງຄວາມຂອບໃຈໂຄງການຊຸບເປີວີ ທີ່ໃຫ້ການສະໜັບສະໜູນກຸ່ມການຜະລິດບ້ານດາກຢອຍ ກໍ່ຄືເມືອງດາກຈຶງ ແຂວງເຊກອງ ພ້ອມທັງສະເໜີໃຫ້ໂຄງການສືບຕໍ່ຖອດຖອນບົດຮຽນຄວາມຮູ້ໃໝ່ໃຫ້ກຸ່ມຜະລິດກາເຟຂອງບ້ານດາກຢອຍ ເພື່ອເຮັດໃຫ້ການຜະລິດກາເຟພູດອຍດາກຈຶງ ມີຄຸນນະພາບສາມາດນຳໄປຂາຍອອກສູ່ຕະຫລາດພາຍໃນ ແລະ ຕ່າງປະເທດໄດ້ຕາມທິດສີຂຽວ ແລະ  ຍືນຍົງ.

     ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top