ກອງທັບ ຍາມໃດກໍ່ເປັນກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

20/01/2025 10:42
Email Print 632
ຂປລ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃນມື້ນີ້ (20/1/1949- 20/1/2025) ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ເຊິ່ງທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດລ້ວນແຕ່ ໄດ້ສ້າງຜົນງານຂໍ່ານັບຮັບຕ້ອນ, ຊົມເຊີຍວັນສຳຄັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນມີຄວາມໝາຍເລິກເຊິ່ງ.

     *ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃນມື້ນີ້ (20/1/1949- 20/1/2025) ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ເຊິ່ງທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດລ້ວນແຕ່ ໄດ້ສ້າງຜົນງານຂໍ່ານັບຮັບຕ້ອນ, ຊົມເຊີຍວັນສຳຄັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນມີຄວາມໝາຍເລິກເຊິ່ງ. ແນວໃດກໍ່ດີ ໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີນີ້, ໜັງສືພິມປະເທດລາວ ຂໍສະເໜີຜົນງານອັນພົ້ນເດັ່ນ ຂອງກະຊວງປ້ອງກັນປະເທດໃນໜຶ່ງປີຜ່ານມາ ໃຫ້ພວກເຮົາໄດ້ຮັບໄປພ້ອມໆກັນ ເພື່ອເປັນການຂໍ່ານັບ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຢ່າງສຸດໃຈ.  

      ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດໄດ້ຊີ້ນໍາ ແລະ ຈັດຕ້ັງເຊ່ືອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນແມ່ນການເຮັດໜ້າທີ່ຮັກສາຄວາມສະຫງົບປອດໄພໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການກ່ໍສ້າງຂອງລັດຖະບານໃຫ້ມີຄວາມສະຫງົບປອດໄພ 100%.

    ຜົນງານດັ່ງກ່າວ ແມ່ນຍ້ອນການຕັດສິນໃຈ, ເອົາໃຈໃສ່ຂອງອົງການ, ກົມກອງ-ທ້ອງຖິ່ນຕໍ່ໜ້າທີ່ການເມືອງຂອງຕົນໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກມີຜົນສໍາເລັດຫລາຍດ້ານ, ເຖິງວ່າສະພາບເສດຖະກິດ-ການເງິນມີຄວາມຫຍຸ້ງຍາກແຕ່ພະນັກງານ- ສະມາຊິກພັກຍັງມີແນວຄິດອຸ່ນອ່ຽນທຸ່ນທ່ຽງຫ້າວຫັນປະຕິບັດໜ້າທີ່ວຽກງານສະແດງອອກຫລາຍກົມກອງກຳລັງຫລວງ, ກຳລັງທ້ອງຖິ່ນຍັງສືບຕໍ່ສຸມໃສ່ເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດ ທຸລະກັນດານ-ຫ່າງໄກສອກຫລີກ, ຕັ້ງໜ້າບຸກບືນ, ຫ້າວຫັນເປັນແບບຢ່າງ, ຊີ້ນໍາ-ນໍາພາໃກ້ຊິດຕິດແທດ ແລະ ລົງເຮັດຕົວຈິງກັບອ້າຍນ້ອງດ້ວຍຄວາມຮັບຜິດຊອບສູງ ເຮັດສຳເລັດໜ້າທີ່ການເມືອງຂອງຕົນປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໂດຍສະເພາະຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກອງທັບເຮົາຍັງມີຄວາມ ໜັກແໜ້ນມີຄວາມຈົ່ງຮັກພັກດີຕ່ໍພັກ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ; ສືບຕ່ໍເປັນກຳລັງຫລັກແຫລ່ງໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ.

   ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກ່າວຕື່ມວ່າ: ສຳລັບປີນີ້ ຈະເພີ່ມທະວີຄວາມຮັບຜິດຊອບຕັ້ງໜ້າບຸກບືນເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນປີ 2025 ໃຫ້ສໍາເລັດຕາມແຜນການ, ເຮັດໃຫ້ທຸກຂົງເຂດວຽກງານມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໂດດເດັ່ນ. ສືບຕໍ່ເພີ່ມທະວີການຊີ້ນໍາ-ນໍາພາວຽກງານ ປກຊ-ປກສ, ຮັບປະກັນສະຖຽນລະພາບ ແລະ ຄວາມໝ້ັນຄົງຂອງປະເທດຊາດ. “ຕ້ອງຕັ້ງໜ້າຍົກສູງສະຕິສະກັດກັ້ນ ແລະ ຕ້ານທຸກກົນອຸບາຍລ່ຽມລາຍຂອງ ສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທ່ົວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່ ປະຊາທິປະໄຕ ປະຊາຊົນ ໄວ້ໃຫ້ໝັ້ນຄົງ”.

    ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ຢ່າງໜັກແໜ້ນດ້ວຍມາດຕະການ ຍຸດທະສາດສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ ບໍລິເວນຊາຍແດນ, ເຂດຫ່າງໄກສອກຫລີກ, ບັນດາຈຸດສຸມຂອງກະຊວງ; ສົມທົບແໜ້ນ 3 ດ້ານ ໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກ ສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ; ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວເດັດຂາດ.

    ໃນນ້ີ ໃຫ້ສຸມໃສ່ບາງຈຸດຂອງແຂວງເຂດໃຈກາງ; ສືບຕໍ່ປະຕິບັດມາດຕະການຍຸດທະສາດຫັນລົງຮາກຖານ “ປະຕິບັດ 4 ເນື້ອໃນ 4 ຄາດໝາຍ, ຈັດຕັ້ງກໍາລັງປະຈຳຢູ່ແຕ່ລະບ້ານ, ປັບປຸງອົງການປົກ ຄອງຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະເປ້ົາໝາຍ, ຕ້ັງໜ້າສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີຕິດພັນກັບການເກັບກຳສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມການເມືອງແນວຄິດຕ້ອງແຫລມຄົມ, ເຮັດດ້ວຍຫລາຍຮູບຫລາຍສີ, ຫລາຍວິທີການ ແລະ ມີເນື້ອໃນອຸດົມສົມບູນເພື່ອສ້າງ ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດຢ່າງເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງຢ່າງແທ້ຈິງ; ພ້ອມນັ້ນຕ້ອງຍູ້ຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງຊາດໃຫ້ມີຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ-ຕໍ່ເນື່ອງ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບໃຫ້ເຂັ້ມແຂງຮອບດ້ານ, ເພ່ີມທະວີການນໍາພາຂອງພັກຕໍ່ກຳລັງປະກອບອາວຸດຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງ 3 ປອດ, ກົມກອງ-ນັກຮົບວັດທະນະທໍາໃຫ້ມີຄຸນນະພາບ, ສ້າງພະນັກງານສືບທອດປ່ຽນແທນໃຫ້ຄົບເງື່ອນໄຂມາດຖານ ແລະ ເອົາໃຈໃສ່ຈັດຕັ້ງໃຫ້ຕໍ່ເນື່ອງ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top