ເມືອງສັງທອງ ກຽມສະຫລອງບຸນກອງເຂົ້າຫອມ

10/01/2025 09:48
Email Print 1753
ຂປລ ທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມ ໄດ້ຖະແຫລງຂ່າວໃຫ້ຮູ້ວ່າ: ເມືອງສັງທອງ ຂອງພວກເຮົາໄດ້ກໍານົດເອົາ 21-23 ມັງກອນ 2025 ເຊິ່ງກົງກັບມື້ແຮມ 8 ຄໍ່າ ເດືອນ 2 ລາວ ພສ 2567 ເປັນມື້ຈັດບຸນ ກອງເຂົ້າຫອມ.

   *ທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມ ໄດ້ຖະແຫລງຂ່າວໃຫ້ຮູ້ວ່າ: ເມືອງສັງທອງ ຂອງພວກເຮົາໄດ້ກໍານົດເອົາ 21-23 ມັງກອນ 2025 ເຊິ່ງກົງກັບມື້ແຮມ 8 ຄໍ່າ ເດືອນ 2 ລາວ ພສ 2567 ເປັນມື້ຈັດບຸນ ກອງເຂົ້າຫອມໃນວັນທີ 21 ເປັນມື້ເປີດງານ ວັນທີ 23 ເປັນມື້ໃສ່ບາດພະສົງ 9 ອົງ ຕິດພັນກັບງານຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າປະຈໍາປີຂຶ້ນຢູ່ທີ່ບ້ານ ເພຍລາດ ເມືອງສັງທອງ ນະຄອນຫລວງວຽງຈັນ.

     ການຈັດງານຄັ້ງນີ້ ກໍ່ເພື່ອເປັນການອະນຸລັກຮັກສາວັດທະນະທໍາອັນເກົ່າແກ່ ແລະ ກໍ່ເປັນການສຶກສາອົບຮົມປູກຈິດສໍານຶກຖັນແຖວຊາວໜຸ່ມເຍົາວະຊົນ, ອະນຸຊົນໃຫ້ມີຄວາມສາມັກຄີມີນໍ້າໃນຮັກເຊື້ອແພງຊາດ ຮັກບ້ານເກີດເມືອງນອນ ຮັບຮູ້ເຂົ້າໃຈກ່ຽວກັບແຜນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃນເມື່ອກ່ອນໂດຍມີການສົມທົບກັບປັດຈຸບັນ. ກິດຈະກໍາໃນວັນບຸນດັ່ງກ່າວ ຈະມີກ້ອນກໍາລັງແຫ່ຕິດຕໍ່ກັນ 6 ຂະບວນເຊັ່ນ: ຂະບວນການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ (ຖືໝາກເບັງ ແລະ ກັນຕົ້ນ) ຂະບວນຊາວ ໜຸ່ມ-ເຍົາວະຊົນ, ຂະບວນກໍາລັງ ປກຊ-ປກສ, ຂະບວນສີລະປະຂະບວນຂອງມວນຊົນ.

   ຫລັງຈາກນັ້ນ ບັນດາທ່ານຍັງ ຈະໄດ້ທ່ຽວຊົມກອງເຂົ້າຫອມສັງທອງ ຈໍານວນ 5 ກອງ (ກອງໃຫຍ່ 1 ກອງ ກວ້າງ 4 ແມັດ ສູງ 4 ແມັດ, ກອງນ້ອຍ 4 ກອງ ກວ້າງ 175 ແມັດ ສູງ 2 ແມັດ) ປະກອບກັບອຸປະກອນການຜະລິດຫລາກຫລາຍສີສັນ, ມີວາງສະແດງ ແລະ ຂາຍສິນຄ້າຂອງປະຊາຊົນມາຈາກພາກສ່ວນຕ່າງໆ. ໃນຕອນທ້າຍຈະໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈໍານວນ 3 ລາຍການ, ມີການແຂ່ງຂັນສີລະປະຂອງຊາວໜຸ່ມ ແລະ ເຍົາວະຊົນ. ນອກຈາກນີ້, ພາຍໃນງານຈະໄດ້ມີການຄັດເລືອກນາງສາວງາມເຂົ້າຫອມສັງທອງ ແລະ ແຂ່ງຂັນອາຫານພື້ນບ້ານທີ່ປຸງແຕ່ງຈາກປະຊາຊົນ ຂອງບັນດາບ້ານຕ່າງໆພາຍໃນເມືອງສັງທອງ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top