ຜົນສຳເລັດກອງປະຊຸມ ຄັ້ງທີ 47 ຄະນະກໍາມະການ ຮ່ວມມືທະວິພາຄີ ສອງລັດຖະບານ ລາວ-ຫວຽດນາມ

09/01/2025 17:49
Email Print 1907
ຂປລ ຂປລ. ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ສຳເລັດລົງ ຢ່າງຈົບງາມ ໃນວັນທີ 9 ມັງກອນ 2025 ໂດຍການເຂົ້າຮ່ວມ ຊີ້ນຳກອງປະຊຸມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໂດຍມີ ການນຳພັກ, ລັດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງ, ຂະແໜງ ການ ທີ່ກ່ຽວຂ້ອງ ຂອງທັງສອງ ປະເທດ ເຂົ້າຮ່ວມ.



ຂປລ. ກອງປະຊຸມ ຄັ້ງທີ
47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ສຳເລັດລົງ ຢ່າງຈົບງາມ ໃນວັນທີ 9 ມັງກອນ 2025 ໂດຍການເຂົ້າຮ່ວມ ຊີ້ນຳກອງປະຊຸມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໂດຍມີ ການນຳພັກ, ລັດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງ, ຂະແໜງ ການ ທີ່ກ່ຽວຂ້ອງ ຂອງທັງສອງ ປະເທດ ເຂົ້າຮ່ວມ.

ທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມ ດັ່ງກ່າວວ່າ: ກອງປະຊຸມໃນຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືຂອງສອງຝ່າຍ ລາວ-ຫວຽດນາມ ຕະຫລອດໄລຍະ 1 ປີຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ເຊິ່ງສາມາດສະຫລຸບ ບາງດ້ານອັນພົ້ນເດັ່ນ ເປັນຕົ້ນ ການພົວພັນຮ່ວມມືດ້ານການເມືອງ, ການຕ່າງປະເທດ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ມີຫລາຍຮູບ, ຫລາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ, ເປັນພື້ນຖານ ອັນໜັກແໜ້ນໃຫ້ແກ່ການພົວ ພັນພິເສດ ຂອງສອງຊາດໃນດ້ານອື່ນໆ ສະໜັບສະໜູນ ໃນຂອບປະຊາຄົມອາຊຽນ, ເວທີພົບປະຫລາຍຝ່າຍ ໃນພາກພື້ນ ແລະ ສາກົນ. ສຳລັບ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,  ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມທັນການ, ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ສ່ວນການຮ່ວມມືດ້ານເສດຖະກິດ  ສອງຝ່າຍ ລ້ວນແຕ່ມີຄວາມພະຍາຍາມ ຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ຂອງສອງກົມການເມືອງ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆມາ ໂດຍສະເພາະ ດ້ານການຄ້າ ມູນຄ່າການຄ້າ ລາວ-ຫວຽດນາມ ຄາດຄະເນ ໝົດ​ປີສາມາດບັນລຸໄດ້ຕາມຄາດໝາຍ ທີ່ກຳນົດໄວ້ໃນກອງປະຊຸມຄັ້ງທີ 46 ​ໃນປີ 2024 ບັນລຸໄດ້ 2,2 ຕື້​ໂດ​ລາ, ເພີ່ມຂຶ້ນ 34% ເມື່ອທຽບໃສ່ປີ 2023. ດ້ານການລົງທຶນ ໃນປີ 2024, ລັດຖະບານລາວ ໄດ້ອະນຸຍາດໃຫ້ວິສາຫະກິດຫວຽດນາມ ເຂົ້າມາລົງທຶນ 12 ໂຄງການ ແລະ ສອງຝ່າຍກໍໄດ້ພະຍາຍາມ, ເປັນເຈົ້າການຮ່ວມກັນເພື່ອຊອກຫາກົນໄກ, ທາງອອກ ເພື່ອຊ່ວຍເຊິ່ງກັນ ແລະ ກັນ ໃນການຊຸກຍູ້ການຮ່ວມມື-ລົງທຶນ ຂອງສອງປະເທດ ໃຫ້ມີຄວາມສະດວກ, ຄ່ອງຕົວຫລາຍຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນ ໃນຂົງເຂດພະລັງງານລົມ ເປັນຕົ້ນ ພະລັງງານລົມເຈື່ອງເຊິນ, ໂຄງການພະລັງງານລົມສະຫວັນ 1 ໄດ້ຮັບການຊຸກຍູ້ຈັດຕັ້ງປະຕິບັດໄດ້ເປັນຢ່າງດີ. ພ້ອມນີ້, ການເຊື່ອມຈອດດ້ານຄົມມະນາຄົມ ສອງຝ່າຍ ໄດ້ເອົາໃຈໃສ່ປະສານສົມທົບ ແລະ ຊຸກຍູ້ ກັບພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຮ່ວມກັນພັດທະນາພື້ນຖານໂຄງລ່າງຕ່າງໆ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ການ ໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງບັນດາປະເທດໃນພາກພື້ນ ເຊັ່ນ: ໂຄງການທ່າທຽບເຮືອຫວຸງອາງ 1, 2 ແລະ 3; ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ​ແລະ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ. ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ກໍໄດ້ຮັບການຂະຫຍາຍຕົວ ເຂົ້າສູ່ລວງເລິກ ອັນໄດ້ສ້າງເງື່ອນໄຂ ໃຫ້ບັນດາຊາວໜຸ່ມ ເຊິ່ງເປັນອານາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ອ້າຍນ້ອງ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນຄືນ ໃນທົດສະວັດໃໝ່ທີ່ຈະມາເຖິງນີ້ ສອງຝ່າຍຈະເອົາໃຈໃສ່ ຍົກສູງຄຸນນະພາບ ຂອງການເລືອກເຟັ້ນນັກ ສຶກສາລາວ ທີ່ຈະມາສຶກສາຕໍ່ຢູ່ ສສ ຫວຽດນາມ ໃຫ້ໄດ້ຄຸນນະພາບໃໝ່. ໃນປີ 2025 ລັດຖະບານ ຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງພະນັກງານ, ນັກຮຽນ, ນັກສຶກສາລາວ ໄປຮຽນຢູ່ ສສ ຫວຽດ ນາມ ແມ່ນ 1.160 ທຶນ. ສຳລັບ ການຮ່ວມມື ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ນັບມື້ນັບໃກ້ຊິດ ສະໜິດສະໜົມ ແລະ ມີປະສິດທິຜົນ.

ຜົນສຳເລັດ ກອງປະຊຸມ ໃນຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມເປັນສັກຂີພະຍານ ໃນການລົງນາມ ແລະ ມອບ-ຮັບ ເອກະສານຮ່ວມມືເຖິງ 4 ສະບັບ. ໃນນີ້, ມີບົດບັນທຶກກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ປະຈຳປີ 2025, ແຜນການຮ່ວມມື ລະຫວ່າງ ກະຊວງສຶກສາທິການ-ກິລາ ລາວ ແລະ ກະຊວງສຶກສາ-ບໍາລຸງສ້າງຫວຽດນາມ ແລະ ອັນສຳຄັນ ໃນຄັ້ງນີ້, ມີການເຊັນສັນຍາວ່າດ້ວຍການຊື້-ຂາຍໄຟຟ້າ ແລະ ຖ່ານຫີນ ລະຫວ່າງສອງຝ່າຍ ຮ່ວມກັນ.

ພ້ອມນີ້, ທັງສອງຝ່າຍຍັງເຊື່ອໝັ້ນວ່າ ຜົນສຳເລັດກອງປະຊຸມຄັ້ງນີ້,  ລວມທັງບັນດາເອກະສານທັງໝົດ ທີ່ໄດ້ລົງນາມໃນໂອກາດນີ້ ຈະປະກອບສ່ວນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ທີ່ຢູ່ໃນລະດັບສູງ ຢູ່ແລ້ວນັ້ນ, ໃຫ້ໄດ້ຮັບການຍົກສູງຂຶ້ນສູ່ລະດັບສູງໃໝ່.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026ການເມືອງ

      ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026

      11/25/2026 10:01:29 AM

      ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ຮັບຮອງດ້ານຫຼັກການ 4 ວາລະສຳຄັນ ແລະ ວາງທິດທາງແຜນວຽກຈຸດສຸມເດືອນທັນວາ

    • ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນການເມືອງ

      ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

      11/24/2026 12:40:54 PM

      ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ ແທນກອງປະຊຸມໂຕະມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

ads
ads

Top