ຫ້ອງພະລາທິການ-ເຕັກນິກ ຮວຜທ ສະຫລຸບວຽກງານຮອບດ້ານປະຈຳປີ 2024

07/01/2025 19:04
Email Print 5547
ຂປລ ຂປລ. ຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບ ວຽກງານຮອບດ້ານປະຈຳປີ 2024 ແລະ ຜ່ານທິດທາງແຜນການປະຈຳປີ 2025 ​ໃນວັນທີ 7 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ທົ່ວຫ້ອງການພະລາທິການ-ເຕັກນິກ ເຂົ້າຮ່ວມ.




ຂປລ. ຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບ ວຽກງານຮອບດ້ານປະຈຳປີ
2024 ແລະ ຜ່ານທິດທາງແຜນການປະຈຳປີ 2025 ​ໃນວັນທີ 7 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກງານ-ນັກຮົບ ທົ່ວຫ້ອງການພະລາທິການ-ເຕັກນິກ ເຂົ້າຮ່ວມ.




ສະຫາຍ ພັນເອກ ວັນໄຊ ວົງປັນຍາ ຫົວໜ້າຫ້ອງພະລາທິການ-ເຕັກນິກ ໄດ້ສະຫລຸບຄືນວຽກງານການເຄື່ອນໄຫວໄລຍະ
1 ປີທີ່ຜ່ານມາ ​ໂດຍຍົກໃຫ້ເຫັນຫລາຍດ້ານທີ່ພົ້ນເດັ່ນ. ໃນນັ້ນ, ໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານນັກຮົບ ໂດຍຕິດພັນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກລັດ ເຂັ້ມງວດໃນການປະຕິບັດລະ ບອບລະບຽບຂອງກອງທັບ ມີແນວຄິດໜັກແໜ້ນ ຫ້າວຫັນຕໍ່ໜ້າທີ່ ວິຊາສະເພາະຂອງຕົນ ໂດຍປະຕິ ບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໃນນັ້ນໄດ້ຖືເປັນສຳຄັນ ກຳແໜ້ນສະພາບຮອບດ້ານ, ກຽມພ້ອມກຳລັງປະຈຳການຕະຫລອດ 24 ຊົ່ວໂມງ ຕິດຕາມກວດກາວຽກງານ ທີ່ໄດ້ຮັບມອບໝາຍຢ່າງ​ໃກ້ຊິດຕິດແທດ ໄດ້ປະກອບສ່ວນເຮັດສຳເລັດໜ້າທີ່ ການເບິ່ງແຍງລ້ຽງດູທັບ ຕະຫລອດໄລຍະຜ່ານມາ ​ໂດຍໄດ້ເອົາໃຈໃສ່ຊຸກຍູ້ ພະນັກງານ-ນັກຮົບ, ພະນັກງານວິຊາສະເພາະ ສຸມໃສ່ສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່; ເອົາໃຈໃສ່ປັບປຸງກໍ່ສ້າງພັກ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຂະຫຍາຍພັກຖືເອົາຄຸນນະພາບ ເປັນກົກຖືກຕ້ອງຕາມລະບຽບຫລັກການ, ວຽກງານຊາວໜຸ່ມ ສາມາດຂະຫຍາຍສະມາຊິກຊາວໜຸ່ມເຂົ້າຮຽນສະໜັບສະໜູນ ແລະ ດຳເນີນຊີວິດການ ເມືອງເປັນປົກກະຕິ; ເອົາໃຈໃສ່ນຳພາເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມຂະບວນການຕ່າງໆ ນຳຂັ້ນເທິງທີ່ໂຮງຮຽນຈັດຂຶ້ນ ແລະ ສາມາດສ້າງເງິນຄັງລວມໄດ້ຈໍ​ນວນ​ໜຶ່ງ, ຮັບປະກັນເຄື່ອງນຸ່ງຫົ່ມ, ຮັບເຂົ້າກິນ ເບີກຈ່າຍຕາມລະບົບອັດຕາ, ຮັບປະກັນດ້ານສະບຽງອາຫານ ສະໜອງເຂົ້າເຮືອນຄົວລວມ​ໄດ້ຈຳນວນໜຶ່ງ, ຮັບປະກັນ​ໄດ້ກິນເຂົ້າ 3 ຄາບ, ອາຫານ 3 ເຍື່ອງ ໄດ້ເປັນປົກກະຕິ, ຈັດຕັ້ງເຄື່ອນໄຫວເຝົ້າລະວັງການລະບາດຂອງພະຍາດຕາມລະດູການ. ພ້ອມນີ້, ຍັງໄດ້ປະຕິບັດນະໂຍບາຍ ຕໍ່ພະນັກງານ-ນັກຮົບ ຜູ້ທີ່ເຈັບເປັນ ເຂົ້າໂຮງໝໍ, ເກີດລູກ, ເສຍຊີວິດ ແລະ ອື່ນໆ.




ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ເຮັດໄດ້ໃນໄລຍະທີ່ຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາຕ້ອງຮັດແໜ້ນ ຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ພາຍນອກໃຫ້ກວ້າງຂວາງ
, ນຳພາ-ຊີ້ນຳບັນຊາ ປັບປຸງແບບແຜນວິທີເຮັດວຽກ ໃຫ້ຮັດກຸມກວ່າເກົ່າ, ກຳແໜນຫລັກການການເຮັດວຽກຂອງພັກ ໃຫ້ສອດຄ່ອງກັບວຽກງານຕົວຈິງ, ເອົາໃຈໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ, ເພີ່ມທະວີຍົກສູງສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ, ຮູ້ຈຳແນກມິດສັດຕູ ຢ່າງຈະແຈ້ງ, ເຊີດຊູຄວາມຮັບຜິດຊອບນ້ຳ ໃຈເພິ່ງຕົນເອງກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດຕາມທິດຊີ້ນຳ 4 ປູກ 4 ລ້ຽງໃນການລ້ຽງດູທັບ, ພ້ອມກັນນຳເອົາແຜນການ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top