ຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ພົບປະສອງຝ່າຍໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81

28/09/2026 21:36
ຂປລ ໃນວັນທີ 23 ກັນຍາ 2026, ທີ່ນະຄອນນິວຢອກ, ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອາມີນາ ເຈ. ໂມຮາມັດ (Ms. Amina J. Mohammed), ຮອງເລຂາທິການໃຫຍ່ ອົງການ ສປຊ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ກັບການຮ່ວມມືທີ່ມີມາຢ່າງຍາວນານ. ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຕໍ່ກັບ ສປປ ລາວ ໄລຍະຜ່ານມາ ໂດຍສະເພາະແມ່ນຕໍ່ກັບການຈັດຕັ້ງປະຕິບັດວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ພ້ອມທັງແຈ້ງໃຫ້ຊາບວ່າ ປັດຈຸບັນ ສປປ ລາວ ກຳລັງຢູ່ໃນການກະກຽມການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ຄັ້ງທີ 4 ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເພື່ອລາຍງານຕໍ່ອົງການ ສປຊ. ນອກຈາກນັ້ນ, ຍັງໄດ້ສົນທະນາກ່ຽວກັບຜົນສຳເລັດການສ້າງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສະບັບໃໝ່, ພ້ອມດ້ວຍບັນດາເອກະສານແຜນງານຮ່ວມ (Country Programme Documents) ສຳລັບປີ 2027-2031; ການສະໜັບສະໜູນຂໍ້ລິເລີ່ມ UN80 ແລະ ການປະຕິຮູບອົງການ ສປຊ. ໃນໂອກາດດຽວກັນ, ທ່ານ ນາງ ອາມີນາ ເຈ. ໂມຮາມັດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສປປ ລາວ ໃນການສະໜັບສະໜູນ ແລະ ໃຫ້ການຮ່ວມມືທີ່ດີກັບ ສປຊ ໄລຍະຜ່ານມາ ໂດຍສະເພາະແມ່ນສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນວຽກງານຫຼາຍຝ່າຍ, ພ້ອມທັງຊົມເຊີຍ ສປປ ລາວ ຕໍ່ກັບຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ຍາດມາໄດ້ໄລຍະຜ່ານມາ ເປັນຕົ້ນ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ. ໃນຕອນທ້າຍ, ສອງຝ່າຍໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນໃນອະນາຄົດ.

ໃນວັນດຽວກັນ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະພາການຮ່ວມມືເຂດອ່າວ (ASEAN-Gulf Cooperation Council) ຊຶ່ງກອງປະຊຸມດັ່ງກ່າວ ມີຈຸດປະສົງເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດຂອບການຮ່ວມມື ASEAN-GCC ສຳລັບປີ 2024-2028, ການຮັດແໜ້ນການຮ່ວມມືທາງເສດຖະກິດ ແລະ ປຶກສາຫາລືການກະກຽມຈັດກອງປະຊຸມສຸດຍອດ ຄັ້ງທີ 3 ຂອງອາຊຽນ-ສະພາການຮ່ວມມືເຂດອ່າວ (Third ASEAN-GCC Summit) ໃນປີ 2027. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ໃຫ້ກຽດກ່າວຄຳເຫັນໃນກອງປະຊຸມ ໂດຍມີເນື້ອໃນສຳຄັນວ່າ: ສປປ ລາວ ສະແດງຄວາມຍິນດີຕໍ່ກັບການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ສະພາການຮ່ວມມືເຂດອ່າວ ທີ່ນັບມື້ນັບເສີມຂະຫຍາຍຂຶ້ນເທື່ອລະກ້າວ. ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ກັບຂອບການຮ່ວມມື ASEAN-GCC ສຳລັບປີ 2024-2028 ຊຶ່ງເປັນພື້ນຖານອັນສຳຄັນໃຫ້ແກ່ການເສີມຂະຫຍາຍການຮ່ວມມືໃນອະນາຄົດ. ໃນສະພາບເງື່ອນໄຂດັ່ງກ່າວ, ເຫັນວ່າ ພວກເຮົາຄວນສຸມໃສ່ການຫັນຂອບການຮ່ວມມືດັ່ງກ່າວ ໄປສູ່ການຮ່ວມມືທີ່ເປັນຮູບປະທຳ ແລະ ມີຜົນປະໂຫຍດຮ່ວມກັນ, ນຳເອົາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນ.

ນອກຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ເພື່ອສະເຫຼີມສະຫຼອງຄົບຮອບ 40 ປີ ຂອງຖະແຫຼງການວ່າດ້ວຍສິດໃນການພັດທະນາ. ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າໃຫ້ຄະນະຜູ້ແທນ ສປປ ລາວ ກ່າວຄຳເຫັນວ່າ: ສປປ ລາວ ຮັບຮູ້ສິດໃນການພັດທະນາວ່າແມ່ນສິດທິມະນຸດທີ່ສຳຄັນ ຊຶ່ງບໍ່ສາມາດຕັດແຍກອອກຈາກກັນໄດ້ ໂດຍສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ນະໂຍບາຍການພັດທະນາແຫ່ງຊາດ. ສປປ ລາວ ສືບຕໍ່ໃຫ້ຄຳໝັ້ນສັນຍາທີ່ຈະສ້າງສະພາບແວດລ້ອມທີ່ປະຊາຊົນທຸກຄົນສາມາດມີສ່ວນຮ່ວມ, ປະກອບສ່ວນ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາໃນທຸກດ້ານ. ການພັດທະນາ ສປປ ລາວ ແມ່ນໄດ້ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ຊຶ່ງແຜນຄັ້ງທີ X ກໍຄື ແຜນປັດຈຸບັນ ແມ່ນໄດ້ເນັ້ນໜັກໃສ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ). ເພື່ອບັນລຸເປົ້າໝາຍຕ່າງໆ ທີ່ກຳນົດໄວ້ໃນຖະແຫຼງການດັ່ງກ່າວ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມເຈລະຈາ, ພາກສ່ວນທີ່ກ່ຽວຂ້ອງກັບການພັດທະນາ ແລະ ປະຊາຄົມສາກົນ. ໃນໂອກາດດຽວກັນ, ທ່ານ ອັນໂຕນີໂອ ກູເຕີເຣດ ເລຂາທິການໃຫຍ່ ອົງການ ສປຊ ໄດ້ກ່າວຄຳເຫັນສຳຄັນວ່າ: ການພັດທະນາແມ່ນຕ້ອງປະຕິບັດໃຫ້ທົ່ວເຖິງ, ມີຄວາມເທົ່າທຽມ, ຍືນຍົງ, ຖືເອົາປະຊາຊົນເປັນໃຈກາງ ແລະ ປະຊາຊົນ ລວມທັງຊຸມຊົນຕ່າງໆ ຄວນໄດ້ຮັບຜົນປະໂຫຍດ ຫຼາຍກວ່າການຖິ້ມປະຄົນບາງກຸ່ມໄວ້ທາງຫຼັງ. ສິດໃນການພັດທະນາຄວນເປັນແນວທາງ ໄປສູ່ການແກ້ໄຂບັນຫາສິ່ງທ້າທາຍໃໝ່ ເຊັ່ນ: ການຫັນປ່ຽນດ້ານດິຈິຕອນ, ປັນຍາປະດິດ (AI) ແລະ ການປ່ຽນແປງດິນຟ້າອາກາດ.

ໃນເວລາຕໍ່ມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມງານລະດັບສູງ ກ່ຽວກັບການເງິນສຳລັບການສຶກສາໃນຍຸກໃໝ່, ຊຶ່ງງານລະດັບສູງດັ່ງກ່າວ ແມ່ນສຸມໃສ່ການລະດົມທຶນສຳລັບການສຶກສາ ແນໃສ່ຊ່ວຍເຫຼືອປັບປຸງລະບົບການສຶກສາຂອງບັນດາປະເທດກຳລັງພັດທະນາ ແລະ ເປີດໂອກາດໃຫ້ເດັກໃນການຮຽນຮູ້ຢ່າງມີປະສິດທິພາບ; ການໃຫ້ຄວາມໝາຍໝັ້ນທາງການເງິນຮອບໃໝ່ສຳລັບການສຶກສາ ໂດຍຜ່ານ ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ພ້ອມທັງສົ່ງເສີມການລະດົມທຶນພາຍໃນປະເທດ, ຄຽງຄູ່ກັບການຊ່ວຍເຫຼືອຂອງສາກົນ.

ພ້ອມກັນນີ້, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ກ່ຽວກັບການປ້ອງກັນ, ການກະກຽມຄວາມພ້ອມ ແລະ ການຮັບມືຕໍ່ກັບພະຍາດລະບາດ ເພື່ອກະກຽມຮັບມືກັບການແພ່ລະບາດຂອງພະຍາດໃນອະນາຄົດ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄພວັນ ແກ້ວປະເສີດ ຕາງໜ້າໃຫ້ຄະນະຜູ້ແທນ ສປປ ລາວ ກໍໄດ້ເປັນຜູ້ຮ່ວມສົນທະນາ (Panelist) ໃນກອງປະຊຸມ ເພື່ອແລກປ່ຽນທັດສະນະຕໍ່ກັບວຽກງານດັ່ງກ່າວ.

ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ອື່ນໆ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມການຈັດຕັ້ງປະຕິບັດເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການຂ້າມຜ່ານທີ່ຍຸຕິທຳ; ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກຸ່ມປະເທດ G77 ຄັ້ງທີ 38; ກອງປະຊຸມຄວາມມຸ່ງຫວັງໃນເຂດທະເລຫຼວງ ແລະ ຍັງໄດ້ພົບປະສອງຝ່າຍກັບອົງການຮ່ວມມືດ້ານດິຈິຕອນ ແລະ ສູນຄັງປັນຍາສາກົນ ສຳລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ.

KPL

ຂ່າວອື່ນໆ

    • ຄະນະຊີ້ນຳການປະຕິບັດບົດບັນທຶກຄວາມປອດໄພຂອງການຂົນສົ່ງທາງນໍ້າ ລາວ-ໄທ ຈັດກອງປະຊຸມຄັ້ງປະຖົມມະລືກການເມືອງ

      ຄະນະຊີ້ນຳການປະຕິບັດບົດບັນທຶກຄວາມປອດໄພຂອງການຂົນສົ່ງທາງນໍ້າ ລາວ-ໄທ ຈັດກອງປະຊຸມຄັ້ງປະຖົມມະລືກ

      9/28/2026 9:42:59 PM

      ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະຊີ້ນຳລວມສອງຝ່າຍ (Bilateral Steering Committee - BSC) ເພື່ອຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍລະບຽບການຮ່ວມກັນກ່ຽວກັບຄວາມປອດໄພຂອງການເດີນເຮືອ ແລະ ການປ້ອງກັນມົນລະພິດ ຢູ່ຕາມແມ່ນ້ຳຂອງ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ຈັດຂຶ້ນໃນວັນທີ 24-25 ກັນຍາ 2026 ຢູ່ນະຄອນຫຼວງພະບາງ, ສປປ ລາວ

    • ສປປ ລາວ ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81ການເມືອງ

      ສປປ ລາວ ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81

      9/28/2026 9:28:30 PM

      ໃນໂອກາດກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ທີ່ພວມດຳເນີນຢູ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ພົບປະສອງຝ່າຍກັບບັນດາປະເທດເພື່ອນມິດ ແລະ ອົງການເຄືອຂ່າຍ ສປຊ.

    • ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງການເມືອງ

      ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ

      9/25/2026 12:00:20 PM

      ວັນທີ 24 ກັນຍາ 2026 ນີ້, ຢູ່ໂຮງຮຽນທິດສະດີການເມືອງກອງທັບ ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ ປະຈໍາສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຊ່ຽວຊານ ສສ ຫວຽດນາມ, ພະນັກງານ,ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ່ທີ 81

      9/24/2026 2:27:35 PM

      ວັນທີ 22 ກັນຍາ 2026, ທີ່ນະຄອນນິວຢອກ, ສ ອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 81 ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”. ພ້ອມທັງ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ, ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສຳຄັນປະຈຳເດືອນກັນຍາ

      9/24/2026 2:20:14 PM

      ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກັນຍາ 2026 ຈັດຂຶ້ນໃນວັນທີ 21-22 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ, ມີກຳມະການຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການ-ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ລັດຖະມົນຕີ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top