ຂປລ
ກອງປະຊຸມ ເວທີປຶກສາຫາລື ກ່ຽວກັບ ການຮ່ວມມື ທາງທະເລຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ບາງກອກ ປະເທດໄທ ເມື່ອບໍ່ດົນນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ເວທີປຶກສາຫາລື ກ່ຽວກັບ ການຮ່ວມມື ທາງທະເລຈີນ-ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ບາງກອກ ປະເທດໄທ ເມື່ອບໍ່ດົນນີ້. ຜູ້ຊ່ຽວຊານ ທີ່ມາຈາກຫລາຍປະເທດ ໄດ້ແບ່ງປັນຜົນ ການຄົ້ນຄວ້າ ຫລ້າສຸດ ໃນຂົງເຂດຕ່າງໆເຊັ່ນ: ການຄາດຄະເນ ດິນຟ້າອາກາດ,ການປ້ອງກັນ ແລະ ຫລຸດຜ່ອນ ໄພພິບັດ ທາງທະເລ ແລະ ຂົງເຂດອື່ນໆ ເຊິ່ງໄດ້ສະແດງ ໃຫ້ເຫັນເຖິງ ຄວາມສຳເລັດຕົວຈິງ ຂອງການແລກປ່ຽນ ຂ້າມຊາຍແດນ ລະຫວ່າງ ນັກວິທະຍາສາດ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ປະຊາຊົນ. ຜູ້ຕາງໜ້າ ຫລາຍກວ່າ 200 ຄົນ ຈາກພາກສ່ວນຄຸ້ມຄອງ ທາງທະເລ,ສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ມະຫາວິທະຍາໄລ ຫລາຍກວ່າ 400 ແຫ່ງຈາກ ສປ ຈີນ,ໄທ ແລະ ຫລາຍປະເທດ ໃນອາຊີ ຕາເວັນອອກ ສຽງໃຕ້ ໄດ້ເຂົ້າຮ່ວມກອງປະຊຸມ ໂດຍໄດ້ດຳເນີນການ ປຶກສາຫາລື ກ່ຽວກັບ ການຮ່ວມມື ທາງທະເລ ແລະ ຊ່ອງທາງ ການພັດທະນາ ຂອງພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL