ໄຂການແຂ່ງຂັນ ໂອລິບປິກ ດາລາສາດ-ຟີຊິກດາລາສາດສາກົນ

28/09/2026 18:26
ຂປລ ການແຂ່ງຂັນ ໂອລິມປິກ(Olympic) ດາລາສາດ ແລະ ຟີຊິກດາລາ ສາດ ສາກົນຄັ້ງທີ 19 ​ປີ 2026 (IOAA 2026) ໄດ້​ໄຂຂຶ້ນ ໃນວັນທີ 26 ກັນຍາ, ຢູ່ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ).

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ການແຂ່ງຂັນ ໂອລິມປິກ(Olympic) ດາລາສາດ ແລະ ຟີຊິກດາລາ ສາດ ສາກົນຄັ້ງທີ 19 ​ປີ 2026 (IOAA 2026) ໄດ້​ໄຂຂຶ້ນ ໃນວັນທີ 26 ກັນຍາ, ຢູ່ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ)ຂອງ ສສ ຫວຽດນາມ. ການແຂ່ງຂັນໃນປີນີ້​ໄດ້​ເຕົ້າ​ໂຮມ 66 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ລວມ​ມີ 67 ທີມ (​ໃນ​ນັ້ນ​ມີ 65 ທິມສາກົນ ແລະ 2 ທິມ ຫວຽດນາມ), ​ດ້ວຍຜູ້ເຂົ້າແຂ່ງຂັນຢ່າງເປັນທາງການ 320 ຄົນ, ເພີ່ມຂຶ້ນເກືອບ 100 ຄົນ ເມື່ອທຽບກັບປີ 2025. ໃນໂອກາດນີ້ ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ, ເນັ້ນໜັກວ່າ“ ໃນໂລກ ທີ່ມີການຜັນ​ແປ​ ຫລາຍ​ຢ່າງ, ວິທະຍາສາດ ແມ່ນພາສາສາ​ລວມ ມີ​ກຳ​ລັງ​ແຮງ​ເພື່ອນຳເອົາ​ມະ​ນຸດ​ ເຂົ້າ​ໃກ້ກັນຫລາຍ​ກວ່າ ​ຜ່ານຄວາມຮູ້, ຄວາມຈິງ ແລະ ​ດ້ວຍ​ຈິດ​ໃຈການຮ່ວມມື. ​ສະນັ້ນ, ການ ແຂ່ງຂັນ ຂອງພວກເຮົາ​ ມີ​ຄວາມ​ໝາຍ​ໄປ​ເໜືອກວ່າ ການແຂ່ງຂັນ. ນັ້ນນບໍ່ພຽງແຕ່ເປັນການ​ແຂ່ງ​ຂັນ​ໃຫ້​ແກ່ ​ຜູ້​ເຂົ້າ​ຮ່ວມ​ທີ່ດີເດັ່ນເທົ່ານັ້ນ, ​ຫາກຍັງ​ແມ່ນເວທີ​ປາ​ໄສ​ໃຫ້​ແກ່ ນັກວິທະຍາສາດໜຸ່ມ, ​ແຫ່ງທີ່ ນັກຮຽນ​ໄດ້ແບ່ງ ປັນ​ພູມ​ປັນ​ຍາ, ​ສະ​ແດງພອນສະຫວັນ ຂອງເຂົາເຈົ້າ, ແລະ ​ສ້າງ​ບັນ​ດາ​ການ​ປະ​ພຶດ​ໃໝ່​ຕື່ມ​ອີກ.”/.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top