ອາຊຽນ ຕ້ອງຮັບມືກັບຄວາມທ້າທາຍເສດຖະກິດຄັ້ງໃຫຍ່ໃນປີນີ້

08/01/2025 07:32
Email Print 3266
ຂປລ ປີ 2025 ເປັນປີທ້າທາຍ ສຳລັບ ເສດຖະກິດ ຢູ່ໃນ ບັນດາ ປະເທດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃນຂະນະທີ່ໂລກ ພວມຜະເຊີນກັບ ພາວະເສດຖະກິດຢຸດຈຶ້ງ ຈາກ ການເຄັ່ງຕຶງ ທາງພູມສາດ ແລະ ການແຍກຕົວ ຂອງ ການຄ້າ ລວມເຖິງ ນະໂຍບາຍຂຶ້ນ ພາສີ ຂອງສ.ອາເມລິກາ.

ຂປລ. ສຳນັກຂ່າວ ເອເອຟພີ, ປີ 2025 ເປັນປີທ້າທາຍ ສຳລັບ ເສດຖະກິດ ຢູ່ໃນ ບັນດາ ປະເທດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃນຂະນະທີ່ໂລກ ພວມຜະເຊີນກັບ ພາວະເສດຖະກິດຢຸດຈຶ້ງ ຈາກ ການເຄັ່ງຕຶງ ທາງພູມສາດ ແລະ ການແຍກຕົວ ຂອງ ການຄ້າ ລວມເຖິງ ນະໂຍບາຍຂຶ້ນ ພາສີ ຂອງສ.ອາເມລິກາ.

ອິນໂດເນເຊຍ ເປັນເຂດເສດຖະກິດ ຂະໜາດໃຫຍ່ທີ່ສຸດ ໃນພາກພື້ນ ອາຊີ ຕາເວັນອອກສຽງໃຕ້, ພວມຜະເຊີນກັບ ອຸປະສັກ ພາຍໃນ ລວມເຖິງ ການບໍລິໂພກ ຄົວເຮືອນ ທີ່ຫລຸດລົງ ເນື່ອງຈາກ ປະຊາກອນ ຊັ້ນກາງຫລຸດລົງ ແລະ ໂຄງການຕ່າງໆ ທີ່ ລັດຖະບານຊຸດໃໝ່ ນໍາມາໃຊ້ ຊຶ່ງອາດຈະ ສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງ ທາງດ້ານການເງິນ. ໃນຂະນະທີ່ ປະເທດໄທ ພວມຊອກຫາ ວິທີການ ຟື້ນຟູເສດຖະກິດ ທີ່ ຂັບເຄື່ອນໂດຍ ອຸດສາຫະກຳ ການທ່ອງທ່ຽວ ແລະ ການບໍລິການ ຊຶ່ງໄດ້ຮັບ ຜົນກະທົບ ຈາກ ການແພ່ລະບາດ ຂອງ ພະຍາດໂຄວິດ-19 , ເຖິງແມ່ນວ່າ ຕ້ອງຜະເຊີນກັບ ອຸປະສັກ ການບໍລິໂພກ ພາຍໃນ ປະເທດ ຫລຸດລົງ, ໜີ້ຄົວເຮືອນ ໄດ້ເພີ່ມຂຶ້ນ ແລະ ຄວາມບໍ່ໝັ້ນຄົງ ທາງດ້ານການເມືອງ.

ໃນຂະນະດຽວກັນ ມາເລເຊຍ ແລະ ຫວຽດນາມ ໄດ້ມີຜົນງານ ທາງດ້ານເສດຖະກິດ ຢ່າງໂດດເດັ່ນ ເມື່ອປີ 2024,​ ແຕ່ຄວາມທ້າທາຍ ຫລັກແມ່ນ ການດຶງດູດ ການລົງທຶນ ໂດຍກົງ ຈາກຕ່າງປະເທດ (ເອຟດີໄອ) ຕໍ່ໄປ ທ່າມກາງ ຄວາມທ້າທາຍ ລະດັບໂລກ. ໂດຍຄວາມທ້າທາຍ ຂະໜາດໃຫຍ່ທີ່ສຸດ ຂອງ ອາຊີຕາເວັນອອກ ສຽງໃຕ້ ມາຈາກ ມາດຕະການ ພາສີ ຂອງ ທ່ານ ໂດນັນທຣໍາ ປະທານາທິບໍດີ ສ.ອາເມລິກາ ແລະ ອື່ນໆ./.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top