ແຈ້ງການຂອງກະຊວງການຕ່າງປະເທດ

12/12/2024 19:46
Email Print 897
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີຕ່າງປະເທດ ຄັ້ງທີ 11 ໃນລະຫວ່າງວັນທີ 16-18 ທັນວາ 2024 ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

KPL

ຂ່າວອື່ນໆ

    •  ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

      1/20/2025 3:25:40 PM

      ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ

    • ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີການເມືອງ

      ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

      1/20/2025 3:16:46 PM

      ຂປລ. ໃນ​ວັນ​ທີ 20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.

    • 76 ປີ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເສີມ ຂະຫຍາຍທາດແທ້-ມູນເຊື້ອອັນສະຫງ່າງາມຂອງຕົນການເມືອງ

      76 ປີ ຜ່ານມາ ກອງທັບປະຊາຊົນລາວ ໄດ້ເສີມ ຂະຫຍາຍທາດແທ້-ມູນເຊື້ອອັນສະຫງ່າງາມຂອງຕົນ

      1/20/2025 2:15:37 PM

      ຂປລ. ຕະຫລອດ​ໄລ​ຍະ 76 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງຕົນ, ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກຳລັງຫລັກແຫລ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຮັບປະ ກັນໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ຄະນະກວດກາພັກ ອອປສ ສະຫລຸບ ວຽກງານປະຈໍາໄຕມາດ IV ປະຈຳປີ 2024ການເມືອງ

      ຄະນະກວດກາພັກ ອອປສ ສະຫລຸບ ວຽກງານປະຈໍາໄຕມາດ IV ປະຈຳປີ 2024

      1/20/2025 1:52:02 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ຄະນະກວດກາພັກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ດໍາເນີນກອງປະຊຸມວຽກງານກວດກາພັກ ປະຈໍາໄຕມາດ IV ປະຈຳປີ 2024 ເພື່ອສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ວຽກງານກວດກາພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ, ມີບັນດາສະຫາຍຮອງເລຂາໜ່ວຍພັກ ຜູ້ເຮັດວຽກງານກວດກາໜ່ວຍພັກຂອງຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົມຮົມໄອຍະການ, ພະນັກງານຫລັກແຫລ່ງຂອງກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

    • ກະຊວງ ຜທ ເປີດບັ້ນແຂ່ງຂັນ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ Vການເມືອງ

      ກະຊວງ ຜທ ເປີດບັ້ນແຂ່ງຂັນ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V

      1/16/2025 1:42:29 PM

      ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ເປີດບັ້ນຂະບວນການແຂ່ງຂັນ ເພືື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ໃນວັນທີ 15 ມັງກອນ 2025

ads
ads

Top