ສື່ມວນຊົນ ສືບຕໍ່ສຸມໃສ່ໂຄສະນາ ແກໄຂບັນຫາສຸຂະພາບໜຶ່ງດຽວ

12/12/2024 18:41
Email Print 513
ຂປລ ຂປລ. ສື່ມວນຊົນຈາກສູນກາງ ທີ່ເຂົ້າຮ່ວມໂຄງການ “ສື່ສໍາລັບສຸຂະພາບໜຶ່ງດຽວ” ຫລື Media for One Health ໄດ້ສືບຕໍ່ຍົກລະດັບທັກສະ ກ່ຽວກັບວິທີການຂຽນຂ່າວແບບເຈາະເລິກ ໃນວຽກງານສຸຂະພາບໜຶ່ງດຽວ ໃນລະຫວ່າງວັນທີ 25-29 ພະຈິກ 2024 ທີ່ແຂວງສະຫວັນນະເຂດ




ຂປລ. ສື່ມວນຊົນຈາກສູນກາງ ທີ່ເຂົ້າຮ່ວມໂຄງການ
ສື່ສໍາລັບສຸຂະພາບໜຶ່ງດຽວຫລື Media for One Health ໄດ້ສືບຕໍ່ຍົກລະດັບທັກສະ ກ່ຽວກັບວິທີການຂຽນຂ່າວແບບເຈາະເລິກ ໃນວຽກງານສຸຂະພາບໜຶ່ງດຽວ ໃນລະຫວ່າງວັນທີ 25-29 ພະຈິກ 2024 ທີ່ແຂວງສະຫວັນນະເຂດ ເພື່ອແນໃສ່ຊຸກຍູ້ສົ່ງເສີມ ຊຸມຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາສຸຂະພາບຄົນ-ສັດ ແລະ ສິ່ງແວດລ້ອມໃຫ້ຫລາຍຂຶ້ນ ໂດຍເອົາສື່ມວນຊົນເຂົ້າມາມີສ່ວນຮ່ວມ ໃນການກະຈາຍຂໍ້ມູນຂ່າວສານ ໃຫ້ເຂົ້າເຖິງປະຊາຊົນຢ່າງທົ່ວເຖິງ ແລະ ກວ້າງຂວາງເລິກເຊິ່ງຍິ່ງຂຶ້ນ, ຊຶ່ງບັນຍາຍໂດຍວິທະຍາກອນ ຈາກປະເທດອິນໂດເນເຊຍ ແລະ ອາຈານຈາກພາກວິຊາ ສື່ສານມວນຊົນ, ມະຫາວິທະຍາໄລແຫ່ງຊາດລາວ.




ການຝຶກອົບຮົມຄັ້ງນີ້, ສື່ມວນຊົນ ໄດ້ຮຽນຮູ້ ແລະ ເຂົ້າໃຈແຈ້ງຫລາຍບັນຫາ ກ່ຽວກັບວິທີການຂຽນຂ່າວສຸຂະພາບ ແລະ ການຂຽນເລື່ອງເລົ່າ ທັງໃນພາກທິດສະດີ ແລະ ການປະຕິບັດຕົວຈິງ ເປັນຕົ້ນ ການວາງແຜນ, ຂັ້ນຕອນການສຳພາດເອົາຂໍ້ມູນ ໃນກຸ່ມເປົ້າໝາຍພື້ນທີ່ຕົວຈິງ, ການລົງເລີກຂຽນຂ່າວ ສືບສວນ-ສອບສວນ, ການເບິ່ງເຫັນບັນຫາ ແລະ ອື່ນໆ ພ້ອມນີ້, ຍັງໄດ້ລົງທັດສະນະສຶກສາຢ້ຽມຢາມ ແລະ ສຳພາດເຈົ້າຂອງໂຮງງານ ຜະລິດເຄື່ອງປັ້ນດິນເຜົາ ເຂດບ້ານພີນໃຕ້ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ຈາກໂຄງການອາມີ ແລະ ໄດ້ໄປຢ້ຽມຢາມ ເບິ່ງວິຖີຊີວິດການເປັນຢູ່ຂອງປະຊາຊົນ ບ້ານປ່າກ້ວຍ ເມືອງຈຳພອນ, ຊຶ່ງຍັງເປັນບ້ານທຸກຍາກ ທີ່ລັດຖະບານພວມສຸມໃສ່ແກ້ໄຂ ກ່ຽວກັບຊີວິດການເປັນຢູ່ ໂດຍແນໃສ່ໃຫ້ເຂົາເຈົ້າປ່ຽນແປງພືດຕິກຳ ຈາກການຂໍທານໃຫ້ຫັນມາທຳການຜະລິດ ເພື່ອແກ້ໄຂຄວາມທຸກຍາກຂອງເຂົາເຈົ້າໃຫ້ຫລຸດລົງ.




ນອກນີ້, ບັນດາຄະນະຝຶກອົບຮົມ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນ ຂອງແຂວງສະຫວັນນະເຂດ ເຊັ່ນ: ໜອງປາຜາ, ດົງລີງ ແລະ ຫໍໄຕປີດົກ, ບ່ອນຜະລິດເຕົາໄຟປະຢັດຖ່ານ ຢູ່ບ້ານໜອງລຳຈັນ ເມືອງຈຳພອນ ຕື່ມອີກ.

KPL

ຂ່າວອື່ນໆ

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

    • ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024ວັດທະນະທຳ-ສັງຄົມ

      ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024

      1/16/2025 1:15:06 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024

    • ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກວັດທະນະທຳ-ສັງຄົມ

      ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກ

      1/16/2025 11:54:40 AM

      “ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້.

    • ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວວັດທະນະທຳ-ສັງຄົມ

      ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ

      1/15/2025 8:35:50 PM

      ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກວັດທະນະທຳ-ສັງຄົມ

      ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

      1/14/2025 4:53:54 PM

      ຂປລ. ໃນປີ 2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.

ads
ads

Top