ກະຊວງ ຖວທ ປາຖະກະຖາຫວນຄືນມູນເຊື້ອ 2 ວັນສໍາຄັນ

06/12/2024 11:57
Email Print 1382
ຂປລ ຂປລ. ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດປາຖະກະຖາ ຫວນຄືນວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 104 ປີ ໃນວັນທີ 6 ທັນວາ 2024




ຂປລ. ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດປາຖະກະຖາ ຫວນຄືນວັນຊາດ ທີ
2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 104 ປີ ໃນວັນທີ 6 ທັນວາ 2024  ​ໂດຍ​ການ​ປາຖະກະຖາ​ຂອງ ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຕະຫລອດຮອດສະ ມາຊິກພັກ-ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຖິງມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງວັນຊາດ ທີ 2 ທັນວາ ເຊິ່ງແມ່ນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນຳພາ ອັນປີຊາສາມາດຂອງພັກ ປປ ລາວ ອັນມີປະ ທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າໃນການຕໍ່ສູ້ ເພື່ອປົດປ່ອຍຊາດ ທັງເປັນເຫດການທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ ຂອງຊາດລາວເຮົາ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບ ປະເທດອື່ນໆ ໃນເວທີປະຊາຄົມໂລກ. ພ້ອມນີ້, ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຍັງໄດ້ຍົກໃຫ້ເຫັນເຖິງ ຜົນສໍາເລັດອັນພົ້ນເດັ່ນຂອງ ສປປ ລາວ ຕະ ຫລອດໄລຍະ 49 ປີຜ່ານມາ ປະເທດຊາດເຮົາໄດ້ຮັບ ການພັດທະນາຢ່າງບໍ່ຢຸດຢັ້ງ, ບົດບາດອິດທິພົນຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ເຊິ່ງພວກເຮົາຈະຕ້ອງໄດ້ ເສີມຂະຫຍາຍ ມູນເຊື້ອດັ່ງກ່າວ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໄປສູ່ຈຸດໝາຍສັງຄົມນິຍົມ.




​ໂອກາດ​ດຽວ​ກັນ  ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວ ປະຕິວັດຂອງ ປະທານ ໄກສອນ ພົມວິຫານ
ເຊິ່ງເປັນຜູ້ນໍາພາກໍ່ຕັ້ງພັກ ປປ ລາວ, ເປັນວິລະບູລຸດແຫ່ງຊາດລາວ, ຍົກໃຫ້ເຫັນຄວາມປີຊາສາມາດໃນການນຳພາ-ຊີ້ນຳ ພາລະກິດປະຕິວັດ ຕະຫລອດຊີວິດຂອງເພິ່ນ ແລະ ຍົກໃຫ້ເຫັນແບບຢ່າງຄຸນ ສົມບັດສິນທຳ ປະຕິວັດ ແລະ ແບບແຜນດຳລົງຊີ ວິດທີ່ລຽບງ່າຍຂອງ ປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍເປັນຫ່ວງເປັນໄຍ ຕໍ່ການພັດທະນາປະ ເທດຊາດ.

ການຈັດປາຖະກະຖາໃນຄັ້ງນີ້, ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສໍາເລັດ ໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກ-ລັດເຮົາ, ຖືເອົາໂອກາດນີ້, ເປັນການເພີ່ມທະວີ ການສຶກສາອົບຮົມ ພະນັກງານ-ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາ ເຜົ່າ ກ່ຽວກັບນ້ຳໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ, ນ້ຳ ໃຈຕໍ່ສູ້ອັນອົງອາດກ້າຫານ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນ, ກໍເປັນການປຸກລະດົມນ້ຳໃຈຮັກຊາດ-ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດ ການນໍາພາຂອງພັກ, ຖືເອົາແນວຄິດໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງ ປັບປຸງໜ້າທີ່ວຽກງານ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ

      9/23/2026 9:41:50 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ ພິຈາລະນາຫລາຍຫົວຂໍ້ສຳຄັນການເມືອງ

      ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ ພິຈາລະນາຫລາຍຫົວຂໍ້ສຳຄັນ

      9/23/2026 9:33:31 AM

      ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄຂຂຶ້ນໃນວັນທີ 22 ກັນຍາ 2026 ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.

    • ຄະນະຜູ້ແທນຂັ້ນສູງ ພັກຄອມມູນິດ ເບຣາຣຸດຊີ ຢ້ຽມຢາມ ສປປ ລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກຄອມມູນິດ ເບຣາຣຸດຊີ ຢ້ຽມຢາມ ສປປ ລາວ

      9/23/2026 9:25:28 AM

      ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດການເມືອງ

      ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດ

      9/22/2026 9:14:01 AM

      ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.

ads
ads

Top