8 ປະເທດ ໃນອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ ກາຊາ

23/09/2026 17:06
ຂປລ ລັດຖະມົນຕີ ການຕ່າງປະເທດຂອງ 8 ປະເທດ, ລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດ ອາຣັບ ເອມີເລດ (UAE), ອິນໂດເນເຊຍ, ປາກິດສະ ຖານ, ຕວກກີ ແລະ ອາຣັບບີ ຊາອຸດິດ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍ ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ ແຜນການ​ຜັນ​ຂະ​ຫຍາຍ ໄລຍະ ທີສອງ ເພື່ອຮັກສາ ຄຳ​ສັ່ງຢຸດຍິງ, ​ຫລຸດ​ຜ່ອນ ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່.

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ລັດຖະມົນຕີ ການຕ່າງປະເທດຂອງ 8 ປະເທດ, ລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດ ອາຣັບ ເອມີເລດ (UAE), ອິນໂດເນເຊຍ, ປາກິດສະ ຖານ, ຕວກກີ ແລະ ອາຣັບບີ ຊາອຸດິດ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍ ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ ແຜນການ​ຜັນ​ຂະ​ຫຍາຍ ໄລຍະ ທີສອງ ເພື່ອຮັກສາ ຄຳ​ສັ່ງຢຸດຍິງ, ​ຫລຸດ​ຜ່ອນ ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່. ກອງປະຊຸມໄດ້ຈັດຂຶ້ນໃນ ວັນທີ 22 ກັນຍາ, ຢູ່ ນິວຢອກ ຂອງ ສ.ອາເມ ລິກາ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81. ໃນ​ຖະ​ແຫລງ​ການຮ່ວມ, ບັນດາລັດຖະມົນຕີ ໄດ້ສະແດງຄວາມ​ວິ​ຕົກ​ກັງ​ວົນ​ ຢ່າງເລິກເຊິ່ງ ຕໍ່​ສະ​ພາບ​ການ ມະນຸດສະທຳ ທີ່​ສືບ​ຕໍ່​ປະ​ສົບ​ກັບ ​ຄວາມຫຍຸ້ງຍາກ​ຢູ່ ກາ​ຊາ, ພ້ອມ​ກັນ​ນັ້ນ​ ກໍ່ຮຽກຮ້ອງໃຫ້ ອິດສະຣາແອນ ປະຕິບັດ ຄຳໝັ້ນສັນຍາ ທີ່ຍັງເຫລືອ​ ໃນໄລຍະທຳອິດ ຂອງແຜນໃນທັນທີ, ໃນ​ນັ້ນ ລວມມີ ການຮັບປະກັນ ການ​ສະ​ໜອງ​ການ​ໜູນຊ່ວຍ ມະນຸດສະທຳ ແລະ ວັດຖຸອຸປະກອນຟື້ນຟູ ໄດ້ປະຕິບັດຢ່າງປອດໄພ, ວ່ອງໄວ ແລະ ບໍ່​ຖືກ​ກີດ​ຂວາງ, ກໍ່​ຄື​ສ້າງເງື່ອນໄຂ ໃນການຟື້ນຟູ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top