ຂປລ
ສື່ມວນຊົນ ຫລາຍປະເທດ ໄດ້ລົງບົດຄວາມ ໂດຍຊີ້ໃຫ້ເຫັນວ່າ: ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ ໄດ້ຮັບການຍ້ອງຍໍຊົມເຊີຍ ຢ່າງກວ້າງຂວາງ ຍ້ອນໄດ້ນຳເອົາ ຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະຊາຊົນ ຂອງທຸກປະເທດ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ສື່ມວນຊົນ ຫລາຍປະເທດ ໄດ້ລົງບົດຄວາມ ໂດຍຊີ້ໃຫ້ເຫັນວ່າ: ຂໍ້ລິເລີ່ມ ການພັດທະນາ ທົ່ວໂລກ ໄດ້ຮັບການຍ້ອງຍໍຊົມເຊີຍ ຢ່າງກວ້າງຂວາງ ຍ້ອນໄດ້ນຳເອົາ ຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະຊາຊົນ ຂອງທຸກປະເທດ. ເວັບໄຊໜັງສືພິມ ມານິລາທາມສ ຂອງຟີລິບປິນ ລາຍງານວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ຂໍ້ລິເລີ່ມດັ່ງກ່າວ ໄດ້ລະດົມທຶນ ຫລາຍກວ່າ 23 ຕື້ໂດລາ, ຈັດຕັ້ງປະຕິບັດ ໂຄງການຮ່ວມມື “ນ້ອຍແຕ່ງາມ” 1.800 ກວ່າໂຄງການ, ຝຶກອົບຮົມ ຜູ້ມີຄວາມຮູ້ ຄວາມສາມາດ ປະເພດຕ່າງໆຫລາຍກວ່າ 200.000 ຄົນ, ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະຊາຊົນໃນ 120 ກວ່າປະເທດ. ເວັບໄຊໜັງສືພິມ ເດີກາດຽນ ຂອງນີເຊຣີ ລົງບົດຄວາມໂດຍລະບຸວ່າ: ຈຸດດຶງດູດຈິດໃຈຢ່າງໜຶ່ງ ຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ ແມ່ນມັນບໍ່ໄດ້ວາງເງື່ອນໄຂ ທາງການເມືອງໃດໆ. ບັນດາປະເທດເຂດໂລກໃຕ້ ລວມທັງ ນີເຊຣີ ໄດ້ຮັບຜົນປະໂຫຍດ ຢ່າງຫລວງຫລາຍ ຈາກໂຄງການຮ່ວມມືທີ່ກ່ຽວຂ້ອງ. ເວັບໄຊໜັງສືພິມລາຍວັນ ແມັກຊິກ ແລະ ເວັບໄຊສະຖາບັນ ຄວາມຮູ້ກ່ຽວກັບ ສປ ຈີນ ຂອງແອັດສະປາຍ ກໍໄດ້ລົງບົດຄວາມ ໂດຍຊີ້ໃຫ້ເຫັນວ່າ: ຂໍ້ລິເລີ່ມການພັດທະນາທົ່ວໂລກ ອີງໃສ່ການພັດທະນາຮ່ວມກັນ, ສະແຫວງຫາຜົນສຳເລັດ ດ້ານການພັດທະນາ ທີ່ໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ ແລະ ກວມລວມ, ເຄົາລົບຄວາມຫລາກຫລາຍ ທີ່ມີຢູ່ຕົວຈິງ ລະຫວ່າງ ອະລິຍະທຳຕ່າງໆຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL