ຂປລ
ນອກວາລະ ປຶກສາຫາລື ຂັ້ນສູງຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ຄັ້ງທີ 81 ທີ່ ນິວຢອກ ຂອງ ສ.ອາເມລິກາ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ພ້ອມກັບ ທ່ານ ນາງ ເມັດເຕ ເຟຣເດີ ຣິກເຊັນ, (Mette Frederiksen), ນາຍົກລັດຖະມົນຕີ ແດນມາກ ແລະ ທ່ານ ເຢນສ໌-ເຟຣເດີຣິກ ນີລເຊັນ (Jens-Frederik Nielsen) ຜູ້ວ່າການລັດ ກຣີນແລນ ໄດ້ລົງນາມ ໃນຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດໃຫ້ ວໍຊິງຕັນ ເພີ່ມທະວີ ການມີໜ້າ ດ້ານການທະຫານຢູ່ ກຣີນແລນ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ວັນທີ 22 ກັນຍາ, ຢູ່ນອກວາລະ ປຶກສາຫາລື ຂັ້ນສູງຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ຄັ້ງທີ 81 ທີ່ ນິວຢອກ ຂອງ ສ.ອາເມລິກາ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ພ້ອມກັບ ທ່ານ ນາງ ເມັດເຕ ເຟຣເດີຣິກເຊັນ, (Mette Frederiksen), ນາຍົກລັດຖະມົນຕີ ແດນມາກ ແລະ ທ່ານ ເຢນສ໌-ເຟຣເດີຣິກ ນີລເຊັນ (Jens-Frederik Nielsen) ຜູ້ວ່າການລັດ ກຣີນແລນ ໄດ້ລົງນາມ ໃນຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດໃຫ້ ວໍຊິງຕັນ ເພີ່ມທະວີ ການມີໜ້າ ດ້ານການທະຫານຢູ່ ກຣີນແລນ, ຜ່ານນັ້ນ ກໍ່ອາດຈະແກ້ໄຂ ສະພາບການ ບໍ່ມີທາງອອກ ກ່ຽວຂ້ອງ ເຖິງເກາະ ທີ່ມີແຮ່ທາດອຸດົມສົມບູນ ແລະ ມີທີ່ຕັ້ງຍຸດທະສາດນີ້.ກ່າວຄຳເຫັນ ກ່ອນຈັດພິທີລົງນາມ, ທ່ານ ໂດນັນ ທຣຳ ໄດ້ຖະແຫລງວ່າ ຂໍ້ຕົກລົງ ດັ່ງກ່າວ ໄດ້ນຳ "ສິດຄວບຄຸມຍາວນານ ສຳລັບ ຄວາມໝັ້ນຄົງ ແລະ ທຸກຄວາມຕ້ອງການອື່ນໆ ຢູ່ເຂດດິນແດນນີ້" ມາໃຫ້ ສ.ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ຕາມຝ່າຍ ແດນມາກ, ຂໍ້ຕົກລົງດັ່ງກ່າວ ບໍ່ໄດ້ ໝາຍຄວາມວ່າ ກຣີນແລນ ມອບໂອນ ອະທິປະໄຕ ໃຫ້ແກ່ ສ.ອາເມລິກາ. ຂໍ້ຕົກລົງຍັງຕ້ອງຜ່ານ ບັນດາລະບຽບການ ທີ່ຈຳເປັນຢູ່ ສະພາແຫ່ງຊາດ ແດນມາກ ແລະ ອົງການນິຕິບັນຍັດ ກຣີນແລນ ກ່ອນທີ່ຈະສາມາດ ປະຕິບັດໄດ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL