ຂປລ
ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ທັນວາ 2024 ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີການສ້າງຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ ສະບັບສ້າງໃໝ່.
ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ທັນວາ 2024 ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີການສ້າງຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ ສະບັບສ້າງໃໝ່. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດ ເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ຢ່າງກົງໄປກົງມາ ເຊິ່ງ ໂດຍລວມແລ້ວແມ່ນເຫັນດີ ເປັນເອກະພາບຕໍ່ໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ປັບປຸງ, ຕັດອອກ, ຕື່ມໃສ່ ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ຮ່າງກົດໝາຍມີຄວາມຖືກຕ້ອງ, ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບແນວທາງ ນະໂຍບາຍ ຂອງພັກ, ລັດຖະບານ ວາງອອກ.
ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການສ້າງກົດໝາຍ, ຂະບວນການກະກຽມ ແລະ ດຳເນີນການສ້າງ, ໂຄງປະກອບເນື້ອໃນຕົ້ນຕໍ ຂອງກົດໝາຍ ແລະ ຍົກໃຫ້ເຫັນ ຜົນທີ່ຈະໄດ້ຮັບຈາກການມີກົດໝາຍສະບັບນີ້ ເຊິ່ງຮ່າງກົດໝາຍກົດໝາຍ ວ່າດ້ວຍການພັດ ທະນາສີມືແຮງງານ ປະກອບມີ 11 ພາກ, 94 ມາດຕາ, ສ້າງຂຶ້ນ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານພັດທະນາສີມືແຮງງານ ໃຫ້ເປັນລະບົບ, ເຂັ້ມແຂງ, ມີປະສິດທິພາບ ແລະ ມີປະສິດທິຜົນ ແນໃສ່ ໃຫ້ກໍາລັງແຮງງານ ມີຄວາມຮູ້, ຄວາມສາມາດ, ຄວາມຊຳນານງານ, ທັດສະນະຄະຕິ ໃນການອອກແຮງງານ, ຍົກລະດັບສີມືແຮງງານ, ຍົກຜະລິດຕະພາບແຮງງານ, ຮັບປະກັນຕອບສະໜອງ ຄວາມຕ້ອງການຂອງ ຫົວໜ່ວຍແຮງງານ, ຕະຫລາດແຮງງານ ແລະ ສົ່ງເສີມການປະກອບອາຊີບອິດສະລະ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.
ພາຍຫລັງຮ່າງກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການຄຸ້ມຄອງ ລັດດ້ວຍກົດໝາຍ ໃນດ້ານການພັດທະນາ ສີມືແຮງງານ ມີເຄື່ອງມືທີ່ ໜັກແໜ້ນ ຂຶ້ນຕື່ມ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານ ການພັດທະນາສີມືແຮງງານ ຢ່າງເປັນລະບົບ, ມີຄວາມໂປ່ງໃສ ແລະ ຍຸຕິທຳ ໂດຍສະເພາະແມ່ນການ ກຳນົດບົດບາດ ແລະ ໜ້າທີ່ ຫລື ຄວາມໝາຍຂອງວຽກງານ ການພັດທະນາສີມືແຮງງານ ແລະ ວຽກງານ ອາຊີວະສຶກສາ ມີຄວາມຈະແຈ້ງ ແລະ ຊັດເຈນຂຶ້ນ; ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງ ຄົມ, ຜູ້ຕ້ອງການມີ ວຽກເຮັດງານທໍາ ເຂົ້າໃຈ ແລະ ເຂົ້າຮ່ວມ ໃນວຽກງານການພັດທະນາສີມືແຮງງານຢ່າງເປັນລະບົບ ແລະ ຫລາຍຂຶ້ນ, ທັງຈະຊຸກຍູ້ສົ່ງເສີມ ການພັດທະນາກໍາລັງແຮງງານ ຕອບສະໜອງ ໃຫ້ແກ່ຄວາມຕ້ອງການຂອງການ ພັດທະນາເສດຖະກິດ-ສັງຄົມ ພ້ອມທັງປັບປຸງກົນໄກ ການປະສານງານຮ່ວມມື ລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຊັດເຈນ; ເຮັດໃຫ້ຜູ້ປະກອບການ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີຄວາມໝັ້ນໃຈ ແລະ ຫັນມາລົງທຶນໃນ ສປປ ລາວ ຫລາຍຂຶ້ນ ເຊິ່ງຈະເປັນການດຶງດູດການລົງທຶນ; ຮັບປະກັນ ການນໍາໃຊ້ ແຮງງານທີ່ມີຄຸນນະພາບ ມີຄວາມປອດໄພ ເປັນມິດກັບສິ່ງແວດລ້ອມ ແລະ ມີຜົນຜະລິດທີ່ມີລັກສະນະ ແຂ່ງຂັນໄດ້ກັບສາກົນ; ປະກອບສ່ວນສໍາຄັນ ໃນການພັດທະນາ ເສດຖະກິດ-ສັງຄົມ, ເພີ່ມປະສິດທິພາບ ຂອງການຜະລິດ, ມີວຽກເຮັດງານທໍາ ຍົກສູງຄຸນນະພາບ ຊີວິດຂອງປະຊາຊົນ; ສ້າງຄວາມເຊື່ອໝັ້ນ ໃຫ້ອົງການຈັດຕັ້ງສາກົນ ຕໍ່ກັບລະບົບ ການພັດທະນາສີມືແຮງງານ, ການປົກປ້ອງ ແລະ ສົ່ງເສີມສິດ ແລະ ຜົນປະໂຫຍດຂອງແຮງງານລາວ; ມີນິຕິກຳທີ່ເປັນບ່ອນອີງໃນການທົດສອບ, ຢັ້ງຢືນສີມືແຮງງານ ຕາມລະດັບຕ່າງໆ, ທັງເປັນບ່ອນອີງໃຫ້ແກ່ການກໍານົດເງິນເດືອນ, ຄ່າແຮງງານຂອງແຮງງານລາວ, ແຮງງານຕ່າງປະເທດ ທີ່ມາເຮັດວຽກ ຢູ່ ສປປ ລາວ ຢ່າງສະເໝີພາບຕາມລະດັບ ສີມືແຮງງານ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL