ສີລັງກາຜະເຊີນກັບພາວະເງິນຟືດຄັ້ງຮຸນແຮງທີ່ສຸດໃນຮອບ60 ກວ່າປີ

06/12/2024 13:05
Email Print 1105
ຂປລ ດັດສະນີຜູ້ບໍລິໂພກ ຂອງສີລັງກາ ຫລຸດລົງ 2,1% ເມື່ອຕົ້ນເດືອນພະຈິກ ທີ່ຜ່ານມາຊຶ່ງຖືເປັນ ອັດຕາສູງສຸດ ນັບແຕ່ເລີ່ມບັນທຶກ ໃນປີ 1961.

ຂປລ.ສຳນັກ​ຂ່າວ ​ເອ​ເອຟພີ,​ ດັດ​ສະ​ນີຜູ້​ບໍລິ​ໂພ​ກ ຂອງ​ສີ​ລັງກາ ຫລຸດ​ລົງ 2,1% ​ເມື່ອ​ຕົ້ນ​ເດືອນ​ພະຈິກ​ ທີ່​ຜ່ານ​ມາຊຶ່ງ​ຖື​ເປັນ​ ອັດຕາ​ສູງ​ສຸດ ນັບ​ແຕ່​ເລີ່​ມບັນ​ທຶກ ​ໃນ​ປີ 1961. ​ໂດຍວິ​ກິດ​ການ​ ທາງ​ການ​ເງິນ ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ໃນສີ​ລັງກາ ​ເມື່ອ​ປີ 2022 ສົ່ງ​ຜົນ​ໃຫ້​ສິນຄ້າ ອຸປະ​ໂພ​ກ ບໍລິ​ໂພ​ກ ຂາດ​ແຄນ​ຫລາຍ​ເດືອນ, ຂະນະ​ທີ່ ອັດຕາ ​ເງິ​ນເຟີ້​ເພີ່ມ​ຂຶ້ນສູງ​ສຸດ​ເກືອບ 70%. ​ເງິນ​ກູ້​ຢືມ ​ຊ່ວຍ​ເຫລືອ​ມູນ​ຄ່າ 2,9 ຕື້ໂດ​ລາ ​ສະຫະລັດ ຈາກ​ກອງ​ທຶນ​ການ​ເງິນ​ສາກົນ (​IMF) ,ການ​ຂຶ້ນ​ພາສີ ​ແລະ ມາດ​ຕະການ​ອື່ນໆ ຊ່ວຍ​ໃຫ້ການ​ຟື້ນ​ຟູ ທາງ​ເສດຖະກິດ ສີ​ລັງກາກ້າວໜ້າ ​ແຕ່​ເປັນ​ໄປ​ຢ່າງ​ຊັກ​ຊ້າ.

​          ທະນາຄານ​ກາງ ສີ​ລັງກາ​ ລະບຸ​ວ່າ: ອັດຕາ​ເງິນ​ເຟີ້​ ມີ​ທ່າ​ອຽງ ທີ່​ຈະ​ກັບ​ສູ່​ລະດັບ ​ເປົ້າ​ໝາຍ 5% ພາຍ​ໃນ​ອີກ​ ບໍ່​ເທົ່າ​ໃດ​ເດືອນ​ຕໍ່ໜ້າ. ຂະນະ​ດຽວ​ ກັນສີ​ລັງກາ ຜະ​ເຊີນ​ກັບພາວະ​ເງີ​ນຝຶດ 0,8% ​ໃນ​ເດືອນ​ຕຸລາ ​ແລະ 0,5% ​ເມື່ອ​ເດືອນ​ກັນຍາທີ່​ຜ່ານ​ມາ./.

 

KPL

ຂ່າວອື່ນໆ

ads
ads

Top