ເສັ້ນທາງບິນລະຫວ່າງ ສປຈີນ-ອາຊຽນ ຕ້ອນຮັບຜູ້ໂດຍສານເພີ່ມຂຶ້ນກວ່າ 130%

05/12/2024 14:14
Email Print 2314
ຂປລ ເສັ້ນທາງບິນທີ່ເຊື່ອມຕໍ່ ລະຫວ່າງ ສປຈີນ ແລະ ອາຊີຕາເວັນອອກ ສຽງໃຕ້ (ອາຊຽນ) ຮອງຮັບການເດີນທາງຂອງ ຜູ້ໂດຍສານ 19,62 ລ້ານເທື່ອຄົນ ໃນໄລຍະ 10 ເດືອນ (ເດືອນມັງກອນ-ເດືອນຕຸລາ) ຂອງປີ 2024 ເພີ່ມຂຶ້ນ 136,7% ເມື່ອທຽບປີຕໍ່ປີ.

ຂປລ.ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ​ເສັ້ນທາງ​ບິນ​ທີ່​ເຊື່ອມ​ຕໍ່​ ລະຫວ່າງ ສປຈີນ ​ແລະ ອາຊີ​ຕາ​ເວັນ​ອອກ ສຽງ​ໃຕ້ (ອາ​ຊຽນ) ຮອງ​ຮັບ​ການ​ເດີນທາງ​ຂອງ ຜູ້​ໂດຍສານ 19,62 ລ້ານ​ເທື່ອຄົນ ​ໃນ​ໄລຍະ 10 ​ເດືອນ (​ເດືອນ​ມັງກອນ-​ເດືອນ​ຕຸລາ) ຂອງ​ປີ 2024 ​ເພີ່ມ​ຂຶ້ນ 136,7% ​ເມື່ອ​ທຽບ​ປີ​ຕໍ່​ປີ.

ຂໍ້​ມູນ​ດັ່ງກ່າວ ​ເຜີຍ​ແພ່​ລະຫວ່າງ​ ກອງ​ປະ​ຊຸມແລວທາງການ​ຄ້າ​ ທາງບົກ-​ທາງ​ທະ​ເລ ​ສາກົນໃໝ່ ວ່າ​ດ້ວຍ​ການ​ ພັດທະນາ​ການບິນ ສປຈີນ-​ອາ​ຊຽນ ປະຈຳ​ປີ 2024 ​(ເມື່ອ​ວັນ​ທີ 29 ພະຈິກ​ຜ່ານ​ມາ). ຊຶ່ງ​ເລີ່​ມ​ແຕ່​ເດືອນ​ມັງກອນ-​ເດືອນ​ຕຸລາ ປະລິມານ​ສິນຄ້າ ​ແລະ ສິ່ງ​ຂອງ​ທາງ​ໄປສະນີ ທີ່​ຂົນ​ສົ່ງ​ຜ່ານ​ ເສັ້ນທາງ​ດັ່ງກ່າວ​ນີ້ ລວມຢູ່​ທີ 3,63 ​ແສນ​ໂຕນ, ​ເພີ່ມ​ຂຶ້ນ 30,7% ​ເມື່ອ​ທຽບປີ​ຕໍ່​ປີ.

ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ ​ຫລາຍ​ກວ່າ 400 ຄົນ ຊຶ່ງ​ລວມ​ເຖິງ​ ເຈົ້າ​ໜ້າ​ທີ່​ລັດ, ຜູ້​ຊ່ຽວຊານ, ຜູ້​ປະກອບ​ການ, ນັກວິຊາການ ​ແລະ ຕົວ​ແທນ ​ອຸດ​ສາ​ຫະກຳ ຈາກສປຈີນ ​ແລະ ອາ​ຊຽນ ​ໂດຍ​ມີການ​ລົງ​ນາມ​ຂໍ້​ຕົກລົງ 9 ​ໂຄງການ​ ໃນ​ລະຫວ່າງ​ງານ ຄັ້ງ​ນີ້./.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top