ເປີດນຳໃຊ້ເສັ້ນທາງ ແລະ ສິ່ງອໍານວຍຄວາມ ສະດວກດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1

03/12/2024 14:37
Email Print 1990
ຂປລ ຂປລ. ພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຄງການປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນສະຖານທີ່ທ່ອງທ່ຽວ ເຂດອ່າງນ້ຳງື່ມ 1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 3 ທັນວາ 2024 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ



ຂປລ. ພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຄງການປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນສະຖານທີ່ທ່ອງທ່ຽວ ເຂດອ່າງນ້ຳງື່ມ
1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 3 ທັນວາ 2024 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີຮອງເຈົ້າ ແຂວງ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນທີ່ກຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.






ໂອກາດດັ່ງກ່າວ
, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ຮູ້ວ່າ: ການປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວ ຢູ່ໜ້າເຂື່ອນນໍ້າງື່ມ ໃນຄັ້ງນີ້, ແນໃສ່ ເຮັດໃຫ້ສະຖານທີ່ແຫ່ງນີ້ ໄດ້ມີໂສມໜ້າອັນໃໝ່, ກາຍເປັນສະຖານທີ່ ພັກຜ່ອນທາງທໍາມະຊາດ ທີ່ໂດດເດັ່ນອີກແຫ່ງໜຶ່ງ ຢູ່ທາງພາກກາງຂອງ ສປປ ລາວ, ໃຫ້ນັກທ່ອງທ່ຽວໄດ້ມາສໍາຜັດ ກັບຄວາມສວຍງາມຂອງທໍາມະຊາດ ຄຽງຄູ່ກັບການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງແຫລ່ງນໍໍ້າ ໃຫ້ມີຄວາມຍືນຍົງ, ເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຮູບແບບການບໍລິ ຫານ-ຄຸ້ມຄອງ, ການຈັດສັນພື້ນທີ່ ແລະ ການຈັດຕັ້ງປະຕິບັດ ລະບຽບການຮ່ວມກັນ ລະຫວ່າງ ພາກລັດ-ພາກ ທຸລະກິດ ແລະ ປະຊາຊົນທ້ອງຖິ່ນ. ພ້ອມນີ້, ຊຸມຊົນທ້ອງຖິ່ນ ຈະສືບຕໍ່ໄດ້ຮັບຜົນປະໂຫຍດ ຈາກການທ່ອງທ່ຽວຢູ່ໃນຂອບເຂດ ແລະ ບໍລິເວນອ້ອມຮອບອ່າງນໍໍ້າງື່ມ 1, ທັງຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ດຶງ​ດູດ​ການ​ລົງທຶນ​ຕື່ມ​ອີກ.

 


ຢ່າງໃດກໍຕາມ, ກະຊວງ ຖວທ ຍັງຈະສືບຕໍ່ຮ່ວມກັບອົງການປົກຄອງ ແຂວງວຽງຈັນ ໃນການບໍລິຫານຄຸ້ມຄອງສະຖານທີ່ທ່ອງທຽວແຫ່ງນີ້ ໂດຍການເປີດໂອກາດໃຫ້ພາກທຸລະກິດ ທີ່ມີຄວາມຊຳນິຊຳນານ ແລະ ມີປະສົບການໃນການພັດທະນາ
, ບໍລິຫານ ແລະ ຄຸ້ມຄອງສະຖານທີ່ທ່ອງທ່ຽວ ເຂົ້າມາມີສ່ວນຮ່ວມກັບພາກລັດ ແລະ ປະຊາຊົນທ້ອງຖິ່ນ ໃນການບໍລິ ຫານ-ຄຸ້ມຄອງ ຢ່າງເປັນລະບົບ ແລະ ໃຫ້ເປັນຕົວແບບຂອງ ສປປ ລາວ. ພ້ອມນີ້, ຍັງຈະສືບຕໍ່ໃຫ້ການໜັບສະໜູນ ການຍົກລະດັບຂີດຄວາມສາມາດ ໃນການບໍລິການ ໃຫ້ແກ່ພາກ ລັດ-ທຸລະກິດ ແລະ ປະຊາຊົນທ້ອງຖິ່ນ ໃນເຂດເປົ້າໝາຍຂອງໂຄງການ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມຍືນຍົງ.




ໂອກາດນີ້
,  ທ່ານ ຄຳພັນ ສິດທິດຳພາ ໄດ້ຂຶ້ນກ່າວຮັບ ແລະ ເປີດນຳໃຊ້ໂຄງການດັ່ງກ່າວ, ຢ່າງເປັນທາງການ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ. ພ້ອມທັງ ສະແດງຄວາມ ຮູ້ບຸນຄຸນ ແລະ ຕີລາຄາສູງຕໍ່ຄວາມເປັນຫວ່ງເປັນໃຍ, ຄວາມເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານ ພັດທະນາການທ່ອງທ່ຽວ ຂອງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທະນາຄານພັດທະນາອາຊີ ທີ່ໄດ້ໃຫ້ທຶນຊ່ວຍເຫລືອ ໃນການປັບປຸງກໍ່ສ້າງສະຖານທີ່ທ່ອງທ່ຽວຢູ່ແຂວງວຽງຈັນ ກໍຄື ຢູ່ໜ້າເຂື່ອນນໍ້າງື່ມແຫ່ງນີ້ ໃຫ້ມີຄວາມສວຍສົດງົດງາມ, ເປັນສິ່ງເອກອ້າງທະນົງໃຈ ເພີ່ມມົນສະເໜ່ໃຫ້ ແກ່ຊາວແຂວງວຽງຈັນ.




ໃນພິທີ, ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາ ການທ່ອງທ່ຽວ ກະຊວງ ຖວທ ໃຫ້ຮູ້ວ່າ: ການກໍ່ສ້າງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ
1 ເມືອງແກ້ວອຸດົມ, ແຂວງວຽງຈັນ ພາຍໃຕ້ໂຄງການພັດທະນາ ໂຄງລ່າງພື້ນຖານເພື່ອສົ່ງ ເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍໄດ້ຮັບ ການຊ່ວຍເຫລືອລ້າ ຈາກທະນາຄານພັດທະນາອາຊີ (ADB) ເຊິ່ງໄດ້ເຊັນສັນຍາໃນວັນທີ 26 ມິຖຸນາ 2021 ລະຫວ່າງກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ເຈົ້າຂອງໂຄງການ) ແລະ ບໍລິ ສັດຄຳຟອງກຣຸບ ຈຳກັດຜູ້ດຽວ (Khamfong Group Sole Co., Ltd). (ຜູ້ຮັບເໝົາກໍ່ສ້າງ) ໃນມູນຄ່າ 5,3 ລ້ານກວ່າໂດລາສະຫະລັດ ໂດຍໄດ້​ເລີ່ມ​ລົງ​ມື​ກໍ່ສ້າງ​ໃນ​ວັນ​ທີ 1 ກໍລະກົດ 2021 ເປັນຕົ້ນມາ ແລະ ໄດ້ສໍາເລັດການກໍ່ສ້າງໃນວັນທີ 30 ຕຸລາ 2024.

 

ສຳລັບ ບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ ໄດ້ປັບປຸງເສັ້ນທາງເຂົ້າເຖິງ ເຂດອ່າງນໍ້າງື່ມຄືນໃໝ່
, ມີ ຄວາມຍາວ 6,3 ກິໂລແມັດ, ເປັນເສັ້ນທາງຄອນກີດ ເຊື່ອມຕໍ່ກັບເສັ້ນທາງ ຫລວງໝາຍເລກ 10, ປັບປຸງເສັ້ນທາງຊອຍພາຍໃນ ເຂດທ່າເຮືອ, ປັບປຸງພື້ນທີ່ຈອດລົດ, ກໍ່ສ້າງບ່ອນຊົມວິວ ເປັນພັກແບບຂັ້ນ ໄດຢູ່ເຂດທ່າເຮືອ, ປັບປຸງຈຸດຊົມວິວ 3 ຈຸດ ຄື: ຢູ່ດ້ານເທິງ 1 ຈຸດ ແລະ ຢູ່ທ່າເຮືອ 2 ຈຸດ,  ກໍ່ສ້າງຝາກັນເຈື່ອນແຄມນໍ້າທ່າເຮືອ ແລະ ຢູ່ຫລັງອາຄານຮ້ານຄ້າ ດ້ວຍການວາງກະຕ່າຫີນ, ກໍ່ສ້າງອາຄານຮ້ານຂາຍເຄື່ອງ 7 ຫລັງ, ມີ 32 ຫ້ອງ, ກໍ່ສ້າງຮ້ານອາຫານສາທາລະນະ ເພື່ອຮອງຮັບນັກທ່ອງທ່ຽວ, ກໍ່ສ້າງສາລາວົງມົນຊົມວິວ ສຳລັບນັກທ່ອງທ່ຽວ, ກໍ່ສ້າງປະຕູໂຂງ ເພື່ອຍິນດີຕ້ອນຮັບເຂົ້າສູ່ ສະຖານທີ່ ທ່ອງທ່ຽວ ອ່າງນໍ້າງື່ມ, ກໍ່ສ້າງຫ້ອງນໍ້າສາທາລະນະ ສໍາລັບນັກທ່ອງທ່ຽວ ແລະ ຄົນພິການ, ກໍ່ສ້າງອາຄານເກັບມ້ຽນຂີ້ເຫຍື້ອ ພ້ອມຈັດສັນຖັງເກັບຂີ້ເຫຍື້ອ ກໍ່ສ້າງບ່ອນຈອດລົດສຳຮອງ, ກໍ່ສ້າງຂັ້ນໄດ ສຳລັບນັກທ່ອງທ່ຽວ ຍ່າງລົງໄປຫາຮ້ານອາຫານເຮືອແພ, ກໍ່ສ້າງແພສຳລັບນັກທ່ອງທ່ຽວ ຍ່າງໄປຫາຮ້ານອາຫານເຮືອແພ, ປັບປຸງເສັ້ນທາງ ແລະ ຂົວພາຍໃນ ສໍາລັບຄົນ ພິການ ພ້ອມທັງຕິດຕັ້ງຮາວກັນຕົກ ໃຫ້ມີຄວາມສວຍງາມ ແຂງແກ່ນທົນທານຕໍ່ສະພາບ ດິນຟ້າອາກາດ ແລະ ມີຄວາມປອດໄພ, ຕິດຕັ້ງລະບົບນໍ້າປະປາ ແລະ ໄຟຟ້າ, ຕິດຕັ້ງໄຟເຍືອງທາງສໍາລັບ ທາງຍ່າງພາຍໃນເຂດທ່າເຮືອ, ປູກຕົ້ນໄມ້ໃຫ້ຮົ່ມ ແລະ ປູກຫຍ້າ ເພື່ອປັບປຸງສະຖານທີ່ທ່ອງທ່ຽວ ເປັນມິດຕໍ່ສິ່ງແວດລ້ອມ ແລະ ຕິດຕັ້ງອ່າງບໍາບັດນໍ້າເປື້ອນ ເພື່ອຮອງຮັບການບໍ ລິການຂອງຮ້ານອາຫານ ແລະ ເຮືອທ່ອງທ່ຽວ.




ຂ່າວ-ພາບ: ທະນູທອງ
KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top