1 ປີຜ່ານມາສະພາແຫ່ງຊາດ ຍາດໄດ້ຜົນສຳເລັດຫລາຍດ້ານ

29/11/2024 13:17
Email Print 639
ຂປລ ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 29 ພະຈິກ 2024 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງາກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025




ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ
IX  ວັນທີ 29 ພະຈິກ 2024 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງາກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຂອງສະພາແຫ່ງຊາດ, ຕະຫລອດໄລຍະ 1 ປີຜ່ານມາ ສະພາແຫ່ງຊາດ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ໄດ້ສຳເລັດການປັບປຸງ, ຮຽບຮຽງກົດໝາຍ  13 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX , ປັດຈຸບັນ ໄດ້ນຳສະເໜີປະທານປະເທດ ອອກລັດຖະດຳລັດ ປະກາດໃຊ້ຢ່າງເປັນທາງການ.

ນອກຈາກນີ້, ສະພາແຫ່ງຊາດ ຍັງໄດ້ກະກຽມຄວາມພ້ອມຮອບດ້ານ ຂອງຮ່າງກົດໝາຍ ຈຳນວນ 9 ສະບັບ ທີ່ຈະນຳເຂົ້າພິຈາລະນາ ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8. ພ້ອມນີ້,  ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຍັງໄດ້ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ  13 ສະບັບ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຈຳນວນ 9 ສະບັບ ລວມທັງໝົດ 22 ສະບັບ ບັນລຸໄດ້ 84,61% ຂອງແຜນການປີ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ອອກຄຳາແນະນໍາ ວ່າດ້ວຍກໍານົດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ; ສືບຕໍ່ຄົ້ນຄວ້າ-ປຶກສາຫາລື ດ້ານເນື້ອໃນ ຂອງຮ່າງລັດຖະທໍາມະນູນ ກັບພາກສ່ວນຕ່າງໆ ດ້ວຍຄວາມເປັນເຈົ້າການ, ດຳເນີນການປະເມີນຜົນ ການຈັດຕັ້ງປະຕິບັດ ລັດຖະທຳມະ ນູນ ສະບັບປີ 2015 ໃນຂອບເຂດທົ່ວປະເທດ; ໄດ້ຕີຄວາມໝາຍຂອງກົດໝາຍ 2 ຫົວຂໍ້ ຄື: ປະມວນກົດໝາຍແພ່ງ, ມາດຕາ 152 ວັກທີ 3 ກ່ຽວກັບການຈົດທະບຽນ ການແຕ່ງດອງ ແລະ ປະມວນກົດໝາຍອາຍາ, ມາດຕາ 298 ກ່ຽວກັບການຄິດໄລ່ດອກເບ້ຍສູງ; ສຳເລັດການຄົ້ນຄວ້າ ໃຫ້ສັດຕະຍາບັນ ແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ດ້ວຍການຮັບຮອງອອກເປັນ ມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການໃຫ້ສັດຕະຍາ ບັນ ແກ່ຂໍ້ຕົກລົງຮັບຮູ້ເຊິ່ງກັນ ແລະ ກັນ ດ້ານມາດຕະຖານຜະລິດຕະພັນຍານພາຫະນະອາຊຽນ;  ເອົາໃຈໃສ່ຈັດຕັ້ງປະຕິບັດ ການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃນຂົງເຂດຄວາມຮັບຜິດຊອບ ຂອງສະພາແຫ່ງຊາດ; ດຳເນີນການປະເມີນຜົນ ການຈັດຕັ້ງປະຕິບັດ ກົດໝາຍຂົງເຂດວັດທະນະທຳ-ສັງຄົມ 4 ສະບັບຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອດື່ມທີ່ມີທາດເຫລົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍຝ້າຍ. ສ່ວນດ້ານການຕົກລົງບັນຫາ ສຳຄັນພື້ນຖານຂອງປະເທດຊາດ ສະພາແຫ່ງຊາດ ເອົາໃຈໃສ່ຄົ້ນຄວ້າ, ພິຈາ ລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຕ່າງໆທີ່ກຳນົດໄວ້ ດ້ວຍຄວາມຮັບຜິດຊອບສູງ. ນອກຈາກນີ້, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ປະສານສົມທົບແໜ້ນກັບ ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ໃນການປະຕິບັດ ພາລະບົດບາດຂອງຕົນ.

ເຖິງຢ່າງໃດກໍຕາມ, ການສ້າງ ແລະ ປັບປຸງກົດໝາຍຈຳນວນໜຶ່ງ ຍັງບໍ່ທັນບັນລຸຕາມແຜນການປີ, ການປະສານສົມທົບເຊິ່ງກັນ ແລະ ກັນ ຂອງພາກສ່ວນຕ່າງໆໃນການສ້າງ ແລະ ປັບປຸງກົດໝາຍ ທີ່ພົວພັນກັບຫລາຍຂົງເຂດວຽກງານ ມີບາງກໍລະນີບໍ່ທັນກົມກຽວ,  ການສະໜອງງົບປະມານ ຍັງບໍ່ທັນຕອບສະໜອງໄດ້ ຕາມແຜນການ ເຮັດໃຫ້ການປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍ, ການທາບທາມຮ່າງກົດໝາຍ ຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ; ການຕິດຕາມກວດກາ, ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ໃນການໂຄສະນາເຜີຍແຜ່ກົດໝາຍ ຍັງບໍ່ທັນທົ່ວເຖິງ ແລະ ເລິກເຊິ່ງ; ການຄົ້ນຄວ້າ ແລະ ສະໜອງເນື້ອໃນຫົວຂໍ້ຕ່າງໆ ທີ່ຈະນຳເຂົ້າພິ ຈາລະນາຢູ່ໃນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດຈຳນວນໜຶ່ງ ມີຄວາມຊັກຊ້າ, ເນື້ອໃນບາງຫົວຂໍ້ບໍ່ທັນລະອຽດເລິກເຊິ່ງ.

ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ ວຽກງານປະຈຳປີ 2025 ຂອງສະພາແຫ່ງຊາດຊຸດທີ IX ບັນລຸຕາມແຜນທີ່ວາງໄວ, ສະພາແຫ່ງຊາດ ໄດ້ກຳນົດວຽກງານແຕ່ລະດ້ານຄື:  ເອົາໃຈໃສ່ກະກຽມເນື້ອໃນຮອບດ້ານ ໃຫ້ແກ່ວຽກງານສ້າງ ແລະ ປັບປຸງກົດໝາຍ ປີ 2025 ບັນລຸຕາມແຜນການທີ່ວາງໄວ້; ຮັບປະກັນການພິຈາລະນາຕົກລົງ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ; ຍົກສູງການປະຕິບັດພາລະບົດບາດ ຕິດຕາມກວດກາ ຂອງສະພາແຫ່ງຊາດ ຕາມລັດຖະທຳມະນູນ ແລະ ກົດໝາຍກໍານົດ ໃຫ້ມີປະສິດທິພາບ, ປະສິດທິຜົນ; ຍົກສູງຂີດຄວາມສາມາດໃຫ້ແກ່ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ໄປຕາມແຜນການລວມຂອງສະພາແຫ່ງຊາດ; ເພີ່ມທະວີການພົວພັນຮ່ວມມື ແລະ ປະສານງານຢ່າງກົມກຽວ ລະຫວ່າງສະພາແຫ່ງຊາດ ກັບບັນດາອົງການຂອງລັດ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນຕ່າງໆ ໃຫ້ມີຄວາມຄ່ອງຕົວກວ່າເກົ່າ; ເອົາໃຈໃສເຄື່ອນໄຫວ ວຽກງານຕ່າງປະເທດ  ໃຫ້ສອດຄອງກັບແນວທາງ ການຕ່າງປະເທດຂອງພັກ, ຮັບປະກັນການປະກອບສ່ວນ ຍົກສູງບົດບາດຂອງສະພາແຫ່ງຊາດ ໃນເວທີພາກພື້ນ ແລະ ສາກົນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top