ເຂດຕາເວັນອອກກາງ ສົ່ງອອກນ້ຳມັນ ເລີ່ມຟື້ນຕົວ

29/09/2026 17:05
Email Print 117
ຂປລ ໃນວັນທີ 28 ກັນຍາ, ຂໍ້ມູນຈາກ ບໍລິສັດ ຕິດຕາມ ການແລ່ນກຳປັ່ນ "ເຄບເລີ" (Kpler) ເປີດເຜີຍວ່າ: ການສົ່ງອອກ ນ້ຳມັນດິບ ຈາກ ຜູ້ຜະລິດລາຍຫລັກ ໃນຕາເວັນອອກກາງ ໄດ້ຟື້ນຕົວຂຶ້ນ ໃນເດືອນນີ້ ບັນລຸເຖິງ 12,8 ລ້ານຖັງຕໍ່ວັນ

ຂປລ. ສຳນັກຂ່າວ ຣອຍເຕີສ໌ (Reuters) ລາຍງານ ຈາກ ປະເທດ ສິງກະໂປ,  ໃນວັນທີ 28 ກັນຍາ, ຂໍ້ມູນຈາກ ບໍລິສັດ ຕິດຕາມ ການແລ່ນກຳປັ່ນ "ເຄບເລີ" (Kpler) ເປີດເຜີຍວ່າ: ການສົ່ງອອກ ນ້ຳມັນດິບ ຈາກ ຜູ້ຜະລິດລາຍຫລັກ ໃນຕາເວັນອອກກາງ ໄດ້ຟື້ນຕົວຂຶ້ນ ໃນເດືອນນີ້ ບັນລຸເຖິງ 12,8 ລ້ານຖັງຕໍ່ວັນ, ເຊິ່ງເປັນ ລະດັບ ສູງສຸດ ນັບຕັ້ງແຕ່ ສົງຄາມ ລະຫວ່າງ ສ.ອາເມລິກາ, ອີສະຣາເເອນ ແລະ ອີຣານ ໄດ້ເລີ່ມຕົ້ນຂຶ້ນ ໃນເດືອນກຸມພາ ຜ່ານມາ ເນື່ອງຈາກ ອາຣັບບີ ຊາອຸດິດ ແລະ ສາທາລະນະລັດ ສະຫະນະຄອນ ເອເມເຣັດ ອາຣັບ (ຢູເອອີ) ໄດ້ເພີ່ມປະລິມານ ການສົ່ງອອກ.

ຂໍ້ມູນ ເບື້ອງຕົ້ນ ໄດ້ສະແດງ ໃຫ້ເຫັນວ່າ ທ່າອ່ຽງທີ່ປັບຕົວດີຂຶ້ນນີ້ ເປັນຜົນ ມາຈາກ ການຟື້ນຕົວ ຂອງ ການສົ່ງອອກຜ່ານ ຊ່ອງແຄບຮໍມຸດ (Strait of Hormuz) ເຊິ່ງຄາດວ່າ ຈະເພີ່ມຂຶ້ນສູ່ ລະດັບ ປະມານ 7,4 ລ້ານຖັງຕໍ່ວັນ ໃນເດືອນນີ້. ເນື່ອງຈາກ ອາຣັບບີ ຊາອຸດິດ ໄດ້ປ່ຽນເສັ້ນທາງ ການສົ່ງອອກ ນ້ຳມັນ ຈາກທ່າກຳປັ່ນ ຢານບູ ໃນທະເລແດງ ຫລັງຈາກ ເກີດເຫດໂຈມຕີ ທີ່ ສ້າງຄວາມເສຍຫາຍ ຕໍ່ທໍ່ສົ່ງນ້ຳມັນ ສາຍຕາເວັນອອກ-ຕາເວັນຕົກ./

KPL

ຂ່າວອື່ນໆ

ads
ads

Top