ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາ ສອງວັນປະຫວັດສາດ

28/11/2024 16:56
Email Print 1266
ຂປລ ຂປລ. ວັນທີ 27 ພະຈິກ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອາຈານ ທົ່ວໂຮງຮຽນ ເຂົ້າຮ່ວມ.




ຂປລ. ວັນທີ 27 ພະຈິກ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອາຈານ ທົ່ວໂຮງຮຽນເຂົ້າຮ່ວມ.




ໂອກາດນີ້
, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ທົບທວນຫວນຄືນ ມູນເຊື້ອວັນຊາດທີ 2 ທັນວາ ເຊິ່ງເປັນວັນແຫ່ງໄຊຊະນະ ຂອງການຕໍ່ສູ້ອັນຍືດເຍື້ອຍາວນານ, ລະອິດລະອ້ຽວ ແລະ ພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ, ພາຍໃຕ້ການຊີ້ນຳ-ນຳພາອັນປີຊາສາມາດຂອງ ພັກປະຊາຊົນປະຕິວັດລາວ, ພັກໄດ້ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ລຸກຮືຂຶ້ນຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຢ່າງອົງອາດກ້າຫານ, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາເປັນ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ຈາກນັ້ນມາ, ກໍໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນປະຫວັດ, ຊີວິດການເຄື່ອນໄຫວປະຕິວັດ, ຜົນງານ-ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ສະຕິປັນຍາອັນສະຫລາດສ່ອງໃສ, ພ້ອມທັງບົດຮຽນນຳພາ ອັນລ້ຳຄ່າຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.

ໂອກາດດຽວ, ຜູ້ເຂົ້າຮ່ວມຍັງດ້ຮັບຟັງ ການລະນຶກວັນສາກົນຢຸດຕິ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຕື່ມອີກ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top