ນັກທ່ອງທ່ຽວເຂົ້າມາລາວບັນລຸ 5 ລ້ານຄົນລື່ນຄາດໝາຍ 27 %

25/11/2024 11:33
Email Print 1931
ຂປລ ສປປ ລາວ ບັນລຸຕົວເລກນັກທ່ອງທ່ຽວເກີນແຜນວາງໄວ້ກ່ອນໜ້ານີ້ຈາກເຄີຍຕັ້ງເປົ້າໝາຍສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 3 ລ້ານກວ່າຄົນໝົດປີ 2024.

    *ສປປ ລາວ ບັນລຸຕົວເລກນັກທ່ອງທ່ຽວເກີນແຜນວາງໄວ້ກ່ອນໜ້ານີ້ຈາກເຄີຍຕັ້ງເປົ້າໝາຍສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 3 ລ້ານກວ່າຄົນໝົດປີ 2024 ແຕ່ໃນຕົວຈິງປັດຈຸບັນນີ້ພຽງ 10 ເດືອນ ຂອງປີ 2024 ມີນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມລາວແລ້ວ 5 ລ້ານກວ່າຄົນ ໃນນັ້ນ ມີນັກທ່ອງທ່ຽວຕ່າງປະເທດ 3 ລ້ານກວ່າຄົນ, ສ່ວນທີ່ເຫລືອແມ່ນຊາວລາວເຊິ່ງສະທ້ອນໃຫ້ເຫັນແນວທາງນະໂຍບາຍອັນຖືກຕ້ອງໂດຍການນໍາພາ-ຊີ້ນໍາຂອງພັກ-ລັດ ຕິດພັນກັບການເປີດກວ້າງ ແລະ ເສັ້ນທາງລົດໄຟລາວ-ຈີນ ພາຍໃຕ້ການຮ່ວມມືລະຫວ່າງສອງພັກສອງລັດ ລາວ- ຈີນ ໄດ້ເກີດດອກອອກຜົນຕົວຈິງ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າຢ່າງຮອບດ້ານ.

   ຫວ່າງບໍ່ດົນມານີ້ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ລາຍ ງານ ວ່າພຽງ 10 ເດືອນຂອງປີນີ້ນັບ ແຕ່ວັນທີ 1 ມັງກອນ ຫາ 4 ພະຈິກ 2024 ທາງລົດໄຟ ຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານທັງໝົດຈໍານວນ 3 ລ້ານຄົນ ທີ່ມາຈາກ 101 ປະ ເທດທົ່ວໂລກ, ສະເລ່ຍປະມານ 10.000 ຄົນ/ມ້ື, ເພີ່ມຂ້ຶນ 44,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນຜູ້ໂດຍສານພາຍໃນມີຈຳນວນ 2.8 ລ້ານກວ່າຄົນ, ລວມທັງຂົນສົ່ງເຈົ້າໜ້າທີ່ພາກລັດ ແລະ ອາສາສະໝັກກູ້ໄພຟຣີ ໃນໄລ ຍະນ້ຳຖ້ວມ 11,36 ເທື່ອຄົນ, ອຳ ນວຍຄວາມສະດວກໃຫ້ແຂກນັ່ງ ລົດໄຟຟຣີໃນໄລຍະກອງປະຊຸມ   ອາຊຽນ 368 ຄົນ ແລະ ຜູ້ໂດຍສານ ຂ້າມແດນມີຈໍານວນ 107.000 ເທື່ອຄົນ ເພື່ອເປັນການຮັບມື ແລະ ອໍານວຍຄວາມສະດວກໃຫ້ຜູ້ ໂດຍສານທີ່ນັບມື້ນັບຫລາຍຂຶ້ນ, ທີ່ຜ່ານມາທາງລົດໄຟ ລາວ-ຈີນ ໄດ້ມີມາດຕະການຫລາຍຢ່າງບໍ່ວ່າຈະເປັນການເພີ່ມຖ້ຽວລົດ, ຕໍ່ຂະບວນລົດ ແລະ ອື່ນໆ, ທັງໝົດເຫລົ່ານີ້ ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກສະບາຍຂຶ້ນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ 2024 ນີ້.

  ໃນອະນາຄົດບໍລິສັດທາງລົດ ໄຟ ລາວ-ຈີນ ຈໍາກັດ ໄດ້ວາງແຜນນໍາເຂົ້າລົດໄຟ EMU ຂະບວນທີ 5 ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຊຸກຍູ້ການທ່ອງທ່ຽວລາວໃຫ້ກ້າວສູ່ອີກລະດັບໜຶ່ງໃນປີ 2025 ທີ່ໃກ້ຈະມາເຖິງນີ້.

*** ອ່ານຕໍ່ສະບັບໜ້າ ***

 ຂຽນ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ຕາດຫົວເສືອ ອີກໜຶ່ງສະຖານທີ່ຄວນໄປສຳຜັດທ່ອງທ່ຽວ

      ຕາດຫົວເສືອ ອີກໜຶ່ງສະຖານທີ່ຄວນໄປສຳຜັດ

      3/19/2025 5:52:02 AM

      ເມື່ອກ້າວເຂົ້າສູ່ຍາມຮ້ອນອົບເອ້ົ້າ ເຮັດຫລາຍໆທ່ານກຳລັງຊອກຫາບ່ອນຜ່ອນຢ່ອນອາລົມທີ່ເຢັນສະບາຍອາກາດບໍລິສຸດບໍ່ໄກຈາກຕົວເມືອງເປັນເລື່ອງທ່ີຄິດຢາກ ແລະ ບໍ່ຮູ້ວ່າຈະໄປບ່ອນໃດດີ.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມ

      3/12/2025 9:49:53 AM

      ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດຂອງເມືອງ ວັງວຽງ ແຂວງວຽງຈັນ ທີ່ໄດ້ຮັບລາງວັນການພັດ ທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທ່ີຂຽວສົດງົດງາມ, ອາກາດເຢັນ.

    • ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊທ່ອງທ່ຽວ

      ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊ

      3/4/2025 9:33:23 AM

      ຂປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ ວັນທີ 3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.

    • ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາທ່ອງທ່ຽວ

      ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາ

      3/3/2025 10:06:27 AM

      ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມ

      2/27/2025 5:10:19 PM

      ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.

ads
ads

Top