ງານວາງສະແດງສິນຄ້າຊຽງໄຮ: ຕະຫລາດໃຫຍ່ຂອງຈີນ, ກາລະໂອກາດໃໝ່ທີ່ຍິ່ງໃຫຍ່ຂອງໂລກ

14/11/2024 12:39
Email Print 1721
ຂປລ ໜຶ່ງໃນຄວາມໂດດເດັ່ນຂອງງານນີ້, ນອກຈາກມີຈຳນວນວິສາຫະກິດຈາກທົ່ວທຸກມຸມໂລກເຂົ້າຮ່ວມເພີ່ມຂຶ້ນແລ້ວ

**ຕໍ່ຈາກສະບັບກ່ອນ**

*ໜຶ່ງໃນຄວາມໂດດເດັ່ນຂອງງານນີ້, ນອກຈາກມີຈຳນວນວິສາຫະກິດຈາກທົ່ວທຸກມຸມໂລກເຂົ້າຮ່ວມເພີ່ມຂຶ້ນແລ້ວ, ຜູ້ຕາງໜ້າວົງການການເມືອງການຄ້າ, ນັກວິຊາການ ແລະ ວິສາຫະກິດທີ່ເຂົ້າຮ່ວມກໍເພີ່ມຂຶ້ນເຖິງ 1.500 ທ່ານທີ່ມາຈາກ 100 ກວ່າປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ.ໃນນັ້ນ, ພາຍໃນງານຍັງໄດ້ຈັດກິດຈະກຳ ສົ່ງເສີມການຄ້າ ແລະ ການລົງທຶນເກືອບ 50 ຄັ້ງ, ລວມທັງມີການພົບປະດ້ານການຄ້າ ແລະ ການລົງທຶນ ເພື່ອການຮ່ວມມືກັບ 260 ກວ່າລາຍການ, ຄິດເປັນມູນຄ່າຫລາຍກວ່າ 9,4 ຕື້ໂດລາ. ຜ່ານການຊຸກຍູ້ການ ປະດິດສ້າງໃໝ່ດ້ວຍການເປີດປະຕູ ສູ່ພາຍນອກ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ໄດ້ສ້າງເວທີການຮ່ວມມືອັນໃໝ່ໃຫ້ແກ່ວິສາຫະກິດທົ່ວໂລກ ເຊິ່ງໄດ້ນຳສະເໜີຜະລິດຕະພັນໃໝ່, ວາງສະແດງເຕັກໂນໂລຊີທີ່ທັນສະໄໝ ແລະ ນຳສະເໜີການບໍລິການປະດິດສ້າງໃໝ່ເປັນຄັ້ງທຳອິດ, ຢູ່ເຂດວາງສະແດງ ທີ່ມີເນື້ອທີ 420.000 ຕາແມັດນັ້ນ, ວິສາຫະກິດຕ່າງໆ ໄດ້ນຳສະເໜີຜະລິດຕະພັນໃໝ່ເຕັກໂນໂລຊີໃໝ່ ແລະ ການບໍລິການໃໝ່ 400 ກວ່າຊະນິດ. ຜົນສຳເລັດນີ້ ໄດ້ສະແດງໃຫ້ເຫັນເຖິງການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງຈີນໄດ້ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການເຊື່ອມໂຍງເຊື່ອມຈອດກັນ ແລະ ອື່ນໆ, ປົກປັກຮັກສາການຄ້າເສລີ. ຊຸກຍູ້ຄວາມສະເໝີພາບ, ຄວາມກ້າວໜ້າ ແລະ ການພັດທະນາແບບຍືນຍົງຢູ່ໃນໂລກເວົ້າລວມ, ກໍຄືບັນດາປະເທດ “ເຂດໂລກໃຕ້” ສາມາດຄົ້ນຫາໂອກາດຫລາຍກວ່າເກົ່າ ແລະ ໄດ້ຮັບການພັດທະນາໃຫຍ່ກວ່າເກົ່າຈາກຕະຫລາດຈີນຢ່າງກ້າວກະໂດດ.

ນັບຕັ້ງແຕ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດ ທີ່ຈັດຂຶ້ນໃນປີ 2018 ເປັນຕົ້ນມາ, ງານວາງສະແດງດັ່ງກ່າວໄດ້ເສີມຂະຫຍາຍບົດບາດກາຍເປັນເວທີສາກົນຢ່າງຕໍ່ເນື່ອງໃນດ້ານການຈັດຊື້, ການສົ່ງເສີມການຄ້າ, ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານການເປີດປະຕູສູ່ພາຍນອກ. ນອກນີ້, ຍັງໄດ້ຈັດກິດຈະກຳສົ່ງເສີມການຄ້າ ແລະ ການລົງທຶນເກືອບ 50 ຄັ້ງ, ໃນນັ້ນຢູ່ໃນງານພົບປະການຄ້າ ແລະການລົງທຶນໄດ້ບັນລຸຈຸດປະສົງການຮ່ວມມືລວມ 260 ກວ່າລາຍການ, ຄິດເປັນມູນຄ່າຫລາຍກວ່າ 9,4 ຕື້ໂດລາ.

ການເປີດກວ້າງການເປີດປະຕູສູ່ ພາຍນອກຂອງຈີນ, ບໍ່ພຽງແຕ່ຜູ້ເຂົ້າຮວ່ມໂຄງການໄດ້ຮັບຜົນປະໂຫຍດ, ແຕ່ທົ່ວໂລກກໍໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ. ສິ່ງນີ້ຢັ້ງຢືນຈາກໂຄງການລົດໄຟລາວ-ຈີນ, ເພາະເຈົ້າຂອງໂຄງການແມ່ນລາວ ແລະ ຈີນ, ແຕ່ຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ໃນການຂົນສົ່ງຜູ້ ໂດຍສານເພື່ອການທ່ອງທ່ຽວແລະ ຂົນສົ່ງສິນຄ້າຕ່າງໆແມ່ນບັນດາປະເທດອ້ອມຂ້າງ, ພາກພື້ນ ແລະ ທົ່ວໂລກແມ່ນໄດ້ຊົມໃຊ້ຮວ່ມກັນຢ່າງມີປະສິດທິພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ສັງລວມແລ້ວ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນກາຍເປັນແຮງຍູ້ດັນ ການພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍການສະໜອງໂອກາດອັນກວ້າງໃຫຍ່ໄພສານ ເພື່ອແບ່ງປັນຕະຫລາດຈີນໃຫ້ແກ່ປະເທດຕ່າງໆໃນໂລກ, ກາຍເປັນງານອັນສຳຄັນຫລາຍທີ່ສຸດ ເພື່ອການເຊື່ອມຕໍ່ກັບຜູ້ວາງສະແດງສິນຄ້າເຂົ້າກັບຕະຫລາດຈີນ ໄດ້ຢ່າງມີປະສິດທິພາບ. ນີ້ກໍໝາຍຄວາມວ່າຈີນ ໄດ້ເປີດກວ້າງການແບ່ງປັນຜົນປະໂຫຍດຈາກການພັດທະນາຂອງຕົນໃຫ້ກັບປະເທດດ້ອຍພັດທະນາໃນທົ່ວໂລກ, ດັ່ງຄຳເວົ້າຂອງຈີນທີ່ວ່າ: “ເມື່ອໂລກພັດທະນາໄດ້ດີແລ້ວ, ຈີນຈຶ່ງຈະພັດທະນາໄດ້ດີ, ເມື່ອຈີນພັດທະນາໄດ້ດີແລ້ວ, ໂລກຈຶ່ງຈະດີຂຶ້ນກວ່າເກົ່າ. ”

ໂດຍ: ດວງຈິດ ສະຫວັດບຸນມີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top