ຄຳວ່າ: “ແຊງ” ໃນພາສາລາວ

14/11/2024 12:35
ຂປລ ຕາມພົດຈະນານຸກົມພາສາລາວ ທັງສະບັບປັບປຸງຂອງ ທ່ານ ມະຫາສີລາວີ ຣະວົງ ພິມປີ 2006 ແລະ ສະບັບຮິບໂຮມຮຽບຮຽງ

*ຕາມພົດຈະນານຸກົມພາສາລາວ ທັງສະບັບປັບປຸງຂອງ ທ່ານ ມະຫາສີລາວີ ຣະວົງ ພິມປີ 2006 ແລະ ສະບັບຮິບໂຮມຮຽບຮຽງ ໂດຍ ທ່ານ ດ ຣ ທອງຄຳ ອ່ອນມະນີສອນ ພິມປີ 1992 ໄດ້ບັນຈຸຄຳ: ແຊງເອົາໄວ້ຄື: ແຊງ ເປັນຄຳກຳມະ, ໝາຍເຖິງຊ່ວງຂຶ້ນໄປທາງໜ້າ, ເຂົ້າມາສັບປົນຢູ່ໃນຫວ່າງກາງ...ໃນຄວາມໝາຍນີ້ ສາມາດ ອະທິບາຍໄດ້ຕື່ມວ່າຄຳ: ແຊງ ເປັນອາການ ຫລື ການກະທຳຂອງຄົນ, ສັດທີ່ຍ່າງ, ແລ່ນ, ບຸກໄປໜ້າດ້ວຍການ ຊ່ວງ-ກາຍຜູ້ໄປກ່ອນ ເພື່ອ ເຂົ້າໄປສັບປົນ ຢູ່ໃນລະຫວ່າງກາງຂອງຄົນທີ່ເປັນໝູ່, ກຸ່ມ ຫລື ຝູງ (ເວົ້າສະເພາະ ສັດ), ນອກນັ້ນ ຍັງເພື່ອ ເປົ້າໝາຍອື່ນໆທາງເບື້ອງໜ້າ ຄືອາການຟ້າວໄປເຖິງຈຸດໝາຍໃດໜຶ່ງ. ສ່ວນນີ້ ຈະມີຈຸດ ຕ່າງກັນເລັກນ້ອຍກັບຄຳຊີງ.

ຊີງໝູ່ຂຶ້ນໄປແມ່ນເພື່ອເອົາສິ່ງໃດໜຶ່ງ ຫລື ເປັນການຍາດແຍ່ງເອົາອັນໃດອັນໜຶ່ງ(ບໍ່ກ່ຽວສິ່ງນັ້ນມີເຈົ້າຂອງ ຫລືບໍ່ມີ). ສະນັ້ນ, ຄຳນີ້ ຈຶ່ງມັກມີຄຳ: ຍາດຕື່ມໃສ່ໃນຫລາຍກໍລະນີ. ສ່ວນເປົ້າໝາຍຂອງແຊງແມ່ນ ເພື່ອກາຍໜ້າ ຜູ້ໄປກ່ອນ ຫລື ບໍ່ຢາກນຳຫລັງຍ້ອນຜູ້ຢູ່ເບື້ອງໜ້ານັ້ນຊັກຊ້າ ຫລື ອື່ນໆ.

ຄຳ: “ແຊງ” ຍັງສາມາດເຮັດໜ້າທີ່ ເປັນຄຳຄຸນນາມ ຫລື ວິເສດເຊິ່ງໝາຍເຖິງສັບປົນ, ສັບຫວ່າງອີກ ດ້ວຍ. ສ່ວນການເຮັດໜ້າທີ່ ເປັນຄຳນາມ, ແຊງໝາຍເຖິງພືດຢ່າງໜຶ່ງຈຳພວກຫຍ້າລຳແຂງ ມັກເກີດຕາມບ່ອນນ້ຳ ຖ້ວມເຖິງ. ແຊງຍັງໝາຍເຖິງ ຊື່ເອີ້ນຜົນຂອງຕົ້ນໄມ້ໃຫ້ໝາກທີ່ມີລັກສະນະຮູບຄ້າຍຄື ດອກ, ຈັບຢູ່ກ້ານໃຫຍ່ນຳ ກັນຫລາຍໜ່ວຍ, ແຕ່ລະໜ່ວຍຈັບດ້ວຍຂວັ້ນຂອງມັນເອງຕ່າງຫາກ... ເອີ້ນເປັນແຊງເຊັ່ນ: ແຊງໝາກພ້າວ, ແຊງ ໝາກ... ໝາກພ້າວເປັນແຊງ (ມີນັບແຕ່ສອງໜ່ວຍຂຶ້ນໄປ). ສ່ວນໝາກໄມ້ຊະນິດອື່ນ ທີ່ລັກສະນະການຈັບຂອງໝາກຄ້າຍຄືກັນນິຍົມເອີ້ນວ່າພ້ວງເຊັ່ນ: ພ້ວງໝາກມ່ວງ, ໝາກມ່ວງເປັນພ້ວງໆ...

ດັ່ງນັ້ນ, ຈຶ່ງນຳມາສຶກສາຮ່ວມກັນຄື ດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top