ຫັນເອົາດິນມາປູກຝັງ-ລ້ຽງສັດ ເປັນຄັງສະບຽງອາຫານກັບທີ່

31/10/2024 10:05
Email Print 2362
ຂປລ ປັດຈຸບັນຫລາຍທ່ານກໍຫັນມາເຮັດການຜະລິດກະສິກໍາປູກຝັງ-ລ້ຽງສັດ ຫລາຍຂຶ້ນແບບກ້າວກະໂດດ ເພື່ຶອປະຕິຕາມນະໂຍບາຍຂອງພັກ-ລັດຖະບານໂດຍເພີ່ມທະວີເອົາໃຈໃສ່ຫັນເປັນເສດຖະກິດເອກະລາດເພີ່ງຕົນເອງກຸ້ມຕົນເອງເທື່ອລະກ້າວໃນຕໍ່ໜ້າ.

   

   *ປັດຈຸບັນຫລາຍທ່ານກໍຫັນມາເຮັດການຜະລິດກະສິກໍາປູກຝັງ-ລ້ຽງສັດ ຫລາຍຂຶ້ນແບບກ້າວກະໂດດ ເພື່ຶອປະຕິຕາມນະໂຍບາຍຂອງພັກ-ລັດຖະບານໂດຍເພີ່ມທະວີເອົາໃຈໃສ່ຫັນເປັນເສດຖະກິດເອກະລາດເພີ່ງຕົນເອງກຸ້ມຕົນເອງເທື່ອລະກ້າວໃນຕໍ່ຫນ້າ, ພ້ອມດຽວກັນນີ້ຍັງເປັນການສົ່ງເສີ່ມໃຫ້ຖັນແຖວກອງທັບເພີ່ມທະວິການເຮັດພາລາກັບທີ່, ເພີ່ມຄວາມສະດຸ້ງໄວເຮັດໃຫ້ພະນັກງານ, ລັດຖະກອນ ແລະ ພໍ່ແມ່ປະຊາຊົນຮູ້ປູກຮູ້ລ້ຽງເພື່ອຮັບປະກັນຄັງສະບຽງອາຫານໃຫ້ພຽງພໍໃນການບໍລິໂພກ-ຂາຍເປັນສິນຄ້າ ແລະ ຈະຊ່ວຍແກ້ໄຂຄວາມທຸກຍາກເປັນກ້າວໆ ເຊິ່ງນັ້ນຈະສາມາດຊ່ວຍຫລຸດຜ່ອນລາຍຈ່າຍປະຈໍາວັນໄດ້ດີ ທ່າມກາງທ່າອ່ຽງເສດຖະກິດໂລກມີຫຍຸ້ງຍາກ,ເງິນເຟີ້ ແລະ ອື່ນໆ.

    ເມື່ອບໍ່ດົນມານີ້ ຜູ້ຂຽນເອງໄດ້ມີໂອກາດໄປຢ້ຽມຢາມສວນຂອງທ່ານ ນາງ ແພງພອນ ຂັນທະຍົງທອງ ວິລະຊົນແຫ່ງຊາດ, ຄົນຫຼ້າສຸດຂອງປະເທດລາວ, ອະດີດແພດທະຫານກ້າ ແລະ ເປັນໜຶ່ງໃນຈຳນວນແມ່ຍິງລາວ ທີ່ມີນຳ້ໃຈອົງອາດກ້າຫານ ທີ່ເສຍສະຫລະຕໍ່ປະເທດຊາດ ຊຶ່ງໄດ້ຍືນຢູ່ແຖວໜ້າ ແລະ ຕໍ່ສູ້ກູ້ຊາດ ຄຽງບ່າຄຽງໄຫລ ບໍ່ໜ້ອຍໜ້າເພດຊາຍ ເພື່ອຕ້ານຜູ້ຮຸກຮານນໍ້າແດນດິນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍສະເພາະ ແມ່ນບັນຮົບ 3 ໝູ່ບ້ານ ເມືອງບໍ່ແຕນ ແຂວງໄຊຍະບູລີ ຊຶ່ງໃນເວລານັ້ນ ທ່ານ ນາງ ແພງພອນ ຂັນທະຍົງທອງ ໄດ້ປະຕິບັດໜ້າທີ່ໃນການປິ່ນປົວພໍ່-ແມ່ປະຊາຊົນ ແລະ ບັນດາສະຫາຍນັກຮົບທີ່ບາດເຈັບ ແລະ ທັງຈັບປືນຕໍ່ສູ້ຕີຖອຍ ໂດຍບໍ່ຄິດເສຍດາຍຊີວິດ ເພື່ອປົກປ້ອງເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ ນໍາເອົາຄວາມຊຸມເຢັນເປັນສຸກ, ຄວາມສີວິໄລ ມາສູ່ປະຊາຊົນລາວທັງຊາດ.



     ແນວໃດກໍດີ ພາຍຫລັງສິ້ນສຽງປືນແຕກ, ທ່ານ ນາງ ແພງພອນ ຂັນທະຍົງທອງ ໄດ້ກັບຄືນສູ່ບ້ານເກີດ ແລະ ສືບຕໍ່ຍຶດຫມັ້ນຕາມແນວທາງອັນຖືກຂອງພັກ-ລັດຖະບານຄື: ປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດຊາດຢ່າງຕັ້ງຫນ້າ ປັດຈຸບັນນີ້ ເພີ່ນໄດ້ກາຍເປັນປະທານບໍລິສັດ ແພງພອນ ກໍ່ສ້າງ ແລະ ຂົວທາງ ຈຳກັດພຽງຜູ້ດຽວ, ເຊິ່ງຍັງສືບຕໍ່ນຳພາອ້າຍນ້ອງລູກຫຼານຢູ່ ບ້ານນາທອນ ໂດຍສະເພາະກອງພັນ 513 ໃຫ້ເອົາໃສ່ການທໍາມາຫາກິນຄື:  ການເຮັດ “ພາລາກັບທີ່“ ຜະລິດກະສິກໍາພາຍໃນສວນ ບໍ່ວ່າຈະປູກເຂົ້າໄຮ່, ປູກຜັກ, ປູກໄມ້ກິນຫມາກ ແລະ ລ້ຽງສັດເຊັ່ນ: ປາ, ງົວ, ໄກ່, ເປັດ ແລະ ອື່ນໆ ເພື່ອສະຫນອງໃຫ້ອ້າຍນ້ອງທະຫານນຳມາປະກອບປຸງແຕ່ງອາຫານໃນຊີວິດປະຈຳວັນຕ່າງໆ ໂດຍສະເພາະສິ່ງທີ່ສົນໃຈແມ່ນໄດ້ນຳເອົາພັນເຂົ້າໄຮ່ ມາແຕ່ບ້ານເກີດຂອງເພີ່ນ(ຊຳເໜືອ)ມາປູກຄັ້ງທຳອິດແມ່ນໄດ້ຮັບຜົນດີຫລາຍ ໂດຍໃຊ້ວິທີປູກແບບທຳມະຊາດບໍ່ໄດ້ໃສ່ປຸ໋ຍເຄມີໃດໆພຽງ 3 ເດືອນເທົ່ານັ້ນແມ່ນໄດ້ເກັບກ່ຽວແລ້ວ ເຊິ່ງຜົນຜະລິດທັງຫມົດພາຍໃນສວນນັ້ນ ແມ່ນສະຫນອງເປັນສະບຽງອາຫານໃຫ້ລູກຫລານທະຫານເອງ.

     ທ່ານຍັງໃຫ້ຮູ້ອີກວ່າ: ນອກຈາກປູກເຂົ້າໄຮ່ແລ້ວ, ລ້ຽງສັດຫລາຍຊະນິດເພືີ່ອສະຫນອງໃຫ້ອ້າຍນ້ອງ, ລູກຫລານທະຫານຢູ່ບໍລິເວນໄກ້ຄຽງອີກດ້ວຍ. ນອກຈາກນັ້ນຍັງລະດົມໃຫ້ລູກຫລານ,ອ້າຍນ້ອງທະຫານເພີ່ມທະວີຮັກມູນເຊື້ອອົງອາດກ້າຫານ, ດຸຫມັ່ນ, ອົດທົນ, ຮັກຊາດຮັກການພັດທະນາ ໂດຍສະເພາະວັນເສົາ-ທິດອອກແຮງງານເກັບໄວ້ລົ້ມ ແລະ ໄມ້ເສດທີ່ຕາຍແລ້ວໃນປ່າໄກ້ຄຽງເອົາມາເຮັດຝືນດັງໄຟເພື່ອຫລຸດຜ່ອນການໃຊ້ຈ່າຍນໍາອີກ. ນັ້ນ ເປັນການປູກຈິດສໍານຶກໃຫ້ອ້າຍນ້ອງລູກຫຼານມູນເຊື້ອໃຊ້ໃຫ້ເປັນປະໂຫຍກໃນການດຳລົງຊິວິດເມື່ອຍາມອອກໄປສ້າງຄອບຄົວຂອງເຂົາເຈົ້າ.

     ທ່ານຍັງເລົ່າໃຫ້ຟັງອີກວ່າ: ພວກນ້ອງເຫັນບໍ່ທາງທີ່ພວກນ້ອງເຂົ້າມາຫາສວນ ນັ້ນແມ່ນຜົນງານຂອງເອື້ອຍທີ່ໄດ້ນຳເອົາທຶນຮອນສ່ວນຕົວ ຊ່ວຍເຫືຼອເຮັດທາງຈົນສຳເລັດ ແລະ  ມີຄວາມສະດວກສະບາຍຈົນເຂົ້າເຖິງຄາຍທະຫານກອງພັນ 513 ນັ້ນ ແມ່ນທາງກອງພັນເພີ່ນໄດ້ມອບດິນສ່ວນແຫ່ງນີ້ໃຫ້ເອື້ອຍເພື່ອຕອບແທນທີ່ຊ່ວຍນຳທຶນສ່ວນຕົວມາສ້າງທາງໃຫ້ ສະນັ້ນເອື້ອຍກໍຂໍຂອບໃຈ ນໍ້າໃຈຂອງເພິ່ນທີ່ມອບໃຫ້ໃນຄັ້ງນີ້. ນອກຈາກນັ້ນຍັງເປັນການບໍ່ໃຫ້ບາງກຸ່ມຄົນເຂົ້າໃຈຜິດວ່າເອື້ອຍໄປເອົາດິນຂອງເພິ່ນມາຫຼ້າໆ, ການຈັດຕັ້ງເພິ່ນໄດ້ເຫັນຄວາມສຳຄັນຕໍ່ຜົນງານຂອງຂ້າພະເຈົ້າ ຍ້ອນພັກ-ລັດ ເພິ່ນເຫັນນຳໃຈຄວາມດີເຊື່ອໝັ້ນຂອງເຮົາຈົນມາຮອດທຸກມື້ນີ້.

KPL

ຂ່າວອື່ນໆ

    • ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາບົດ-ສາລະຄະດີ

      ເປີດແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຫ້ວຍກາງ ບ້ານຜາດໍາ

      4/16/2026 2:41:59 PM

      ຂປລ. ນໍ້າຕົກຕາດຫ້ວຍກາງ ຕັ້ງຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ແກ້ວ ເຊິ່ງໄດ້ຮັບການສໍາຫລວດໃນປີ 2023 ທັງຖືກກໍານົດເປັນແຫລ່ງທ່ອງທ່ຽວຢູ່ໃນລະດັບຂັ້ນເມືອງ, ມີເນື້ອທີ່ ທີ່ໄດ້ກໍານົດໄວ້ຫລາຍກວ່າ 110 ເຮັກຕາ, ພື້ນທີ່ດັ່ງກ່າວ ເປັນປ່າຫົວນໍ້າ ແລະ ເປັນປ່າສະຫງວນຂອງບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດຕ່າງໆ.

    • ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ ບົດ-ສາລະຄະດີ

      ປີໃໝ່ ຄວນເອົາໃຈໃສ່ບັນຫາອຸບັດເຫດ

      4/16/2026 2:35:44 PM

      ຂປລ. ຍັງອີກບໍ່ພໍເທົ່າໃດມື້ ບຸນຕຸດສົງການ ຫລື ບຸນປີລາວໃໝ່ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ຊຶ່ງເປັນບຸນລະດັບຊາດທີ່ໄດ້ຈັດຕັ້ງກັນມາເທົ່າທຸກວັນນີ້ ທັງເປັນບຸນທີ່ພວກເຮົາລໍຄອຍ ທີ່ຈະໄດ້ພົບພໍ້ກັນ ແລະ ອອຍພອນເຊິ່ງກັນ ແລະ ກັນ.

    • ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວບົດ-ສາລະຄະດີ

      ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ຍິນດີຕ້ອນຮັບນັກທ່ອງທ່ຽວທຸກທ່ານໃນໄລຍະບຸນປີໃໝ່ລາວ

      4/16/2026 2:32:03 PM

      ຂປລ. ແກ້ງເຊລະນອງ ບ້ານຕະຫລຸງ ເມືອງຕະໂອ້ຍ ແຂວງສາລະວັນ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງ ໂດຍໄດ້ພາກັນປຸກຕູບກາງນໍ້າ ຫລາຍກວ່າ 10 ຕູບ ເພື່ອໃຫ້ເປັນບ່ອນພັກຜ່ອນ, ກິນເຂົ້າ, ນັ່ງຫລິ້ນ ແລະ ແຊ່ນໍ້າເຢັນໆ ທ່າມກາງທໍາມະຊາດທີ່ສວຍງາມ ຊຶ່ງສະຖານທີ່ທ່ອງທ່ຽວແຫ່ງນີ້ ເໝາະສໍາລັບການມາທ່ຽວແບບຄອບຄົວ ຫລື ພາໝູ່ຄູ່ມາເປັນທີມ ເພື່ອຜ່ອນຄາຍຮ້ອນ ແລະ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569 ຢ່າງເບີກບານມ່ວນຊື່ນ.

    •  ນ້ຳຫວານ ປິຍະດາ   ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026ບົດ-ສາລະຄະດີ

      ນ້ຳຫວານ ປິຍະດາ ພ້ອມຄວ້າໂອກາດໃນເວທີປະກວດ ນາງສັງຂານຫລວງພະບາງ 2026

      4/16/2026 2:27:17 PM

      ຂປລ. ຄໍ​ລໍາ​ “ບັນ​ເທີ​ງ” ໜັງສື​ພິມ​ປະ​ເທດ​ລາວ​ມື້ນີ້ ຈະ​ພາ​ບັນດາ​ທ່ານ​ມາ​ສ່ອງ​ເບິ່ງສາວ​ງາມ ຈາກ​ເວ​ທີປະ​ກວດ ນາງສັງຂານຫລວງພະບາງ 2026 ຜູ້ເຂົ້າປະກວດໝາຍເລກ 7 ນາງ ນ້ຳຫວານ ປິຍະດາ ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ ຫົວໃຈທີ່ຮັກໃນຄວາມເປັນຫລວງພະບາງມາເຕັມປ່ຽມ ທີ່​ຈະ​ມາ​ຫາ​ຄວາມ​ຮູ້, ປະສົບ​ການ​ທີ່ ​ແລະ ພ້ອມ​ຄວ້າ​ທຸກ​ໂອກ​າດ ຈາກ​​ກອງ​ປະ​ກວດ​ໃນ​ຄັ້ງ​ນີ້.

    •  ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ ບົດ-ສາລະຄະດີ

      ໂຄງການຮ່ວມມືຊຸກຍູ້ສົ່ງເສີມຄວາມຮູ້ທາງດ້ານວິຊາການ ຈະເປັນສ່ວນໜຶ່ງແກ້ໄຂຄວາມທຸກຍາກ

      4/16/2026 2:23:23 PM

      ຂປລ. ເປັນອີກໜຶ່ງຄວາມພາກພູມໃຈຂອງຊາວກະສິກອນພາຍໃນນະຄອນຫລວງວຽງຈັນ ໂດຍສະເພາະແມ່ນກະສິກອນເມືອງປາກງື່ມ ທີ່ຈະໄດ້ຮຽນຮູ້ທາງດ້ານວິຊາການເຂົ້າໃນການຜະລິດກະສິກຳເປັນສິນຄ້າແກ້ໄຂຄວາມທຸກຍາກໃຫ້ນັບມື້ຫລຸດລົງ ພາຍຫລັງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

ads
ads

Top