ເບທາໂກ ເປີດໂຮງງານຫົວອາຫານສັດ ແຫ່ງທຳອິດໃນ ລາວ

12/11/2024 09:08
Email Print 11424
ຂປລ ຂປລ. ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫລື "BTG" ໄດ້ເປີດໂຮງງານຫົວອາຫານສັດແຫ່ງທຳອິດ ໃນ ສປປ ລາວ ເມື່ອບໍດົນຜ່ານມານີ້, ພາຍໃຕ້ງົບລົງທຶນ 650 ກວ່າລ້ານບາດ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດຫົວອາຫານສັດ ແລະ ບໍລິຫານຊັບພະຍາກອນ ດ້ວຍກຳລັງການຜະລິດ 108.000 ໂຕນຕໍ່ປີ




ຂປລ. ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫລື "
BTG" ໄດ້ເປີດໂຮງງານຫົວອາຫານສັດແຫ່ງທຳອິດ ໃນ ສປປ ລາວ ເມື່ອບໍດົນຜ່ານມານີ້, ພາຍໃຕ້ງົບລົງທຶນ 650 ກວ່າລ້ານບາດ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດຫົວອາຫານສັດ ແລະ ບໍລິຫານຊັບພະຍາກອນ ດ້ວຍກຳລັງການຜະລິດ 108.000 ໂຕນຕໍ່ປີ ແລະ ຈະສ້າງຜະລິດ ຕະພັນຄຸນນະພາບ ເພື່ອຮອງຮັບຄວາມຕ້ອງການ ທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເພີ່ມປະສິດທິພາບການບໍລິຫານຈັດການ ຕົ້ນທຶນ ຫລຸດຜ່ອນການນຳເຂົ້າ ຫົວອາຫານສັດ ຈາກປະເທດໄທ ແລະ ຮ່ວມຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ເຕີບໃຫຍ່ ແລະ ຍືນຍົງ ໃຫ້ກຽດເຂົ້າຮ່ວມເປີດໂຮງງານດັ່ງກ່າວ, ມີຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າ ໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີປະທານຜູ້ອຳນວຍການໃຫຍ່​ ໃນ​ກຸ່ມເບທາໂກ, ອຸປະທູດໄທ ປະຈຳ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ທ່ານ ວໍຣະວຸດ ວານິດກຸນບໍດີ ປະທານເຈົ້າໜ້າທີ່ປະຕິບັດການ ກຸ່ມທຸລະກິດຕ່າງປະເທດ ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫລື BTG ກ່າວວ່າ: ເບທາໂກ ໃນຖານະຜູ້ປະກອບ ທຸລະກິດອາຫານ ແລະ ກະສິກຳ-ອຸດສາຫະກຳ ຄົບວົງຈອນ ຊັ້ນນຳລະດັບສາກົນ ເພື່ອການບໍລິໂພກໃນປະເທດ ແລະ ສົ່ງອອກໄປກວ່າ 20 ປະເທດທົ່ວໂລກ ລວມເຖິງການລົງທຶນ ໃນປະເທດເພື່ອນບ້ານທັງ ມຽນມາ, ລາວ ແລະ ກຳປູເຈຍ ໂດຍກຸ່ມທຸລະກິດຕ່າງປະເທດ ເນັ້ນໃສ່ການເພີ່ມປະລິມານ ຜົນຜະລິດດ້ວຍການເພີ່ມປະສິດທິພາບ ການຜະລິດຜ່ານ ການນຳເຕັກໂນໂລຊີ ທີ່ທັນສະໄໝມາໃຊ້ ເພື່ອໃຫ້ໄດ້ຜົນຜະລິດ ທີ່ດີມີຄຸນນະພາບ. ສະເພາະ ຢູ່ ສປປ ລາວ ລົງທຶນທັງໝົດ 650 ລ້ານບາດ ສ້າງໂຮງງານຜະລິດ ຫົວອາຫານສັດເບທາໂກ ແຫ່ງທຳອິດ ທີ່ມີການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝມາໃຊ້ໃນການຜະລິດຫົວອາຫານສັດ.




ໂຮງງານຫົວອາຫານສັດ ເບທາໂກ ລາວ ເປັນອີກໜຶ່ງໂຮງງານຫົວອາຫານສັດ ໃນຕ່າງປະເທດຂອງບໍລິສັດ ສາມາດຜະລິດ ຫົວອາຫານສັດໄດ້ຫລາຍຊະນິດ ທັງ ໝູ
, ໄກ່ໄຂ່ ແລະ ໄກ່ຊີ້ນ ໂດຍນຳໃຊ້ເຕັກໂນໂລຊີ ການຜະລິດທີ່ທັນສະໄໝ ມາຍົກລະດັບຈັດການຫລາຍດ້ານ ເປັນຕົ້ນ ລະບົບ SCADA (Supervisory Control and Data Acquisition) ແລະ ລະບົບ SAP ນຳມາໃຊ້ໃນການຈັດການວັດຖຸດິບ ແລະ ຜະລິດຫົວອາຫານສັດ ເພື່ອຍົກລະດັບການຜະລິດ ໃຫ້ມີຄວາມຖືກຕ້ອງຫລາຍຂຶ້ນ; ລະບົບການບໍລິຫານຈັດການໂຮງງານ ເພື່ອຄວບຄຸມ ແລະ ລາຍງານຜົນຜະລິດ; ລະບົບການຜະ ລິດຫົວອາຫານສັດ ແລະ ການໃຊ້ສານປະສົມລ່ວງໜ້າ; ລະບົບການບັນຈຸຫົວອາຫານສັດທີ່ທັນສະໄໝ; ລະບົບການຈັດການຖານຂໍ້ມູນ ຜົນວິເຄາະວັດຖຸດິບ ຫົວອາຫານສັດ ເພື່ອການຄວບຄຸມຄຸນນະພາບ; ລະບົບການກຳຈັດຝຸ່ນ ແລະ ກິ່ນ ເພື່ອຫລຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.




ໂຮງງານຫົວອາຫານສັດເບທາໂກລາວ ຄາດວ່າ ຈະຊ່ວຍເພີ່ມປະສິດທິພາບ ການຜະລິດອາຫານສັດ ທີ່ມີຄຸນນະພາບ ແລະ ປອດໄພ ທັງຍັງເປັນການສົ່ງເສີມ ການໃຊ້ວັດຖຸດິບ ຫົວອາຫານສັດ ໃນ ສປປ ລາວ ແລະ ເປັນສ່ວນໜຶ່ງໃນການຂັບເຄື່ອນ ເສດຖະກິດຂອງປະເທດ ແລະ ສ້າງຄວາມໄດ້ປຽບທາງ ການແຂ່ງຂັນອີກດ້ວຍ. ທັງຈະຍົກລະດັບລະບົບຕ່ອງໂສ້ ການສະໜອງ ດ້ານອາຫານຂອງ ສປປ ລາວ ທັງໃນດ້ານເສດຖະກິດ
, ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍການສົ່ງມອບອາຫານທີ່ມີຄຸນນະພາບ ແລະ ຄວາມປອດໄພສູງ ດ້ວຍການຜະລິດ ທີ່ຍືນຍົງ ທັງສ້າງອາຊີບໃຫ້ກັບ ຄົນໃນທ້ອງຖິ່ນ ເຊິ່ງຈະເຮັດໃຫ້ປະຊາຊົນ ໃນ ສປປ ລາວ ມີທາງເລືອກໃຫ້ການ ບໍລິໂພກອາຫານທີ່ດີ, ມີຄຸນນະພາບ ຖືວ່າເປັນສ່ວນໜຶ່ງ ໃນການຮ່ວມ ພັດທະນາ ແລະ ປັບປຸງລະບົບກະເສດອຸດສາຫະກຳ ແລະ ອາຫານໃນ ສປປ ລາວ ໃຫ້ມີມາດຕະ ຖານການຜະລິດໃນລະດັບສາກົນ ແລະ ປອດໄພຕໍ່ຜູ້ບໍລິໂພກ ຕະຫລອດຈົນ ເປັນຖານ ການຜະລິດ ແລະ ສົ່ງອອກໄປຍັງຕ່າງປະເທດໃນອະນາຄົດຕໍ່ໄປ.

ປັັດຈຸບັນ, ໂຮງງານຫົວອາຫານສັດເບທາໂກ ລາວ ມີອັດຕາການເດີນເຄື່ອງຢູ່ທີ່ 70% ຂອງການຜະລິດລວມ ແລະ ຄາດວ່າຈະຜະລິດເຕັມກຳລັງ 100% ຫລື 108.000 ໂຕນພາຍໃນປີ 2025 ແລະ ຍັງຈະມີແຜນຂະຫຍາຍກຳລັງການຜະລິດເປັນ 144.000 ໂຕນຕໍ່ປີ, ໃນປີ 2027 ເພື່ອຮອງຮັບການຂະຫຍາຍ ການຜະລິດປະຊຸສັດ ແລະ ອາຫານໃຫ້ຄອບຄຸມທັງ ສປປ ລາວ ແລະ ສົ່ງອອກໃຫ້ກັບຟາມກະສິກອນ ເຄືອຂ່າຍເບທາໂກ ໃນພື້ນທີ່ພາກອີສານຕອນກາງ ຂອງປະເທດໄທ.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top