ສຳມະນາກ່ຽວກັບແຮງງານເຄື່ອນຍ້າຍ ໃນອາຊຽນ ຄັ້ງທີ 17

13/11/2024 14:55
Email Print 1899
ຂປລ ຂປລ. ກະຊວງແຮງງານງານ ແລະ ສະຫວັດດີການສັງຄົມ (ຮສສ) ​ເປັນ​ເຈົ້າພາບ ຈັດສຳມະນາກ່ຽວກັບແຮງງານ ເຄື່ອນຍ້າຍໃນອາຊຽນຄັ້ງທີ 17 (17th AFML) ພາຍໃຕ້ຫົວຂໍ້: “ວຽກງານເບິ່ງແຍງດູແລ ແລະ ການເຄື່ອນຍ້າຍແຮງງານໃນອາຊຽນ” ໃນລະຫວ່າງວັນທີ 13-14 ພະຈິກ 2024 ຢູ່ນະຄອນ ຫລວງວຽງຈັນ




ຂປລ. ກະຊວງແຮງງານງານ ແລະ ສະຫວັດດີການສັງຄົມ (ຮສສ) ​ເປັນ​ເຈົ້າພາບ ຈັດສຳມະນາກ່ຽວກັບແຮງງານ ເຄື່ອນຍ້າຍໃນອາຊຽນຄັ້ງທີ
17 (17th AFML) ພາຍໃຕ້ຫົວຂໍ້: ວຽກງານເບິ່ງແຍງດູແລ ແລະ ການເຄື່ອນຍ້າຍແຮງງານໃນອາຊຽນໃນລະຫວ່າງວັນທີ 13-14 ພະຈິກ 2024 ຢູ່ນະຄອນ ຫລວງວຽງຈັນ ​ໂດຍ​ມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານງານ ແລະ ສະຫວັດດີການສັງຄົມ, ມີຜູ້ຕາງໜ້າເຈົ້າໜ້າທີ່ອາວຸໂສແຮງງານເຄື່ອນຍ້າຍອາຊຽນ, ຕາງໜ້າຜູ້ໃຊ້ແຮງງານ ແລະ ຕາງໜ້າຜູ້ອອກແຮງງານ ຂອງບັນດາປະເທດສະມາຊິກອາຊຽນ, ປະເທດຕີມໍ​ເລດສະ​ເຕ ໃນນາມຜູ້ສັງເກດການ, ກອງເລຂາອາຊຽນ, ອົງການແຮງງານສາກົນ (ILO), ອົງການສາກົນເພື່ອການເຄື່ອນ ຍ້າຍຖິ່ນຖານ (IOM), ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.




ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ການ​ສໍາ​ມະ​ນາຄັ້ງນີ້ພາຍໃຕ້ຫົວຂໍ້
ວຽກງານເບິ່ງແຍງດູແລ ແລະ ການເຄື່ອນຍ້າຍແຮງງານໃນອາຊຽນທີ່ໄດ້ກໍານົດ 2 ຫົວຂໍ້ຍ່ອຍເພື່ອສົນທະນາແລກປ່ຽນ ຄື:  ຕອບສະໜອງຄວາມຕ້ອງການໃນວຽກງານເບິ່ງແຍງດູແລ ຜ່ານການເຄື່ອນຍ້າຍແຮງງານ ແລະ ເພີ່ມທະວີການປົກປ້ອງ ແລະ ສົ່ງເສີມສິດທິຂອງຜູ້ອອກແຮງງານ ເຄື່ອນຍ້າຍເບິ່ງແຍງດູແລ ເປັນເວທີສຳມະນາທີ່ສໍາຄັນ ຊຶ່ງຈະໄດ້ຮ່ວມກັນທົບທວນຄືນ ການຈັດຕັ້ງປະຕິບັດ ບັນດາຄຳແນະນຳກ່ຽວກັບ ແຮງງານເຄື່ອນຍ້າຍໃນອາຊຽນ ຈາກກອງປະຊຸມ AFML ຄັ້ງທີ 16 ໃນປີຜ່ານມາ, ນຳສະເໜີ ແລະ ຮ່ວມກັນແລກປ່ຽນບົດຮຽນທີ່ດີ ໃນການຈັດຕັ້ງປະຕິບັດ ວຽກງານການເບິ່ງແຍງດູແລ, ຈັດກຸ່ມສົນທະນາແລກປ່ຽນ ເພື່ອສ້າງເປັນຄຳແນະນຳຈາກເວທີສຳມະນາ ກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນ ຄັ້ງທີ 17 ໂດຍປະເທດສະມາຊິກອາຊຽນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດທາງສັງຄົມ. ບັນດາຄໍາແນະນໍາທີ່ໄດ້ຮັບ ຈາກເວທີສຳມະນາກ່ຽວກັບ ແຮງງານເຄື່ອນຍ້າຍ ໃນອາຊຽນຄັ້ງທີ 17 ຄັ້ງນີ້ ຈະເປັນພື້ນຖານໃຫ້ແກ່ຄະນະ ກຳມະການຈັດຕັ້ງປະຕິບັດ ຖະແຫລງການອາຊຽນວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງຜູ້ອອກແຮງງານເຄື່ອນຍ້າຍ ນຳໄປຜັນຂະຫຍາຍ.




ທ່ານ ພົງໄຊສັກ ອິນຖາລາດ ໄດ້​ໃຫ້​ຮູ້ອີກວ່າ: ການເພີ່ມຂຶ້ນຂອງຜູ້ອາຍຸສູງ ຢູ່ບັນດາປະເທດພັດທະນາ ສົ່ງຜົນເຮັດໃຫ້ຂາດແຂນແຮງງານ ໂດຍສະເພາະ ຜູ້ອອກແຮງງານ ໃນຂົງເຂດເບິ່ງແຮງງານດູແລ. ໃນປີ
2015 ທົ່ວໂລກຕ້ອງການຜູ້ເບິ່ງແຍງ ຜູ້ອາຍຸສູງຫລາຍກວ່າ 110 ລ້ານຄົນ ແລະ ຮອດປີ 2030 ຕ້ອງການປະມານ 163 ລ້ານຄົນ ແລະ ໃນອາຊີ ຜູ້ອາຍຸສູງເພີ່ມຂຶ້ນຈາກ 3,7% ໃນປີ 2015 ເປັນ 4,9% ໃນປີ 2030. ສະນັ້ນ, ເພື່ອເປັນການສົ່ງເສີມ ການເຄື່ອນຍ້າຍແຮງງານ ໃນຂົງເຂດເບິ່ງແຍງດູເເລ ປະເທດຮັບ ຕ້ອງເອົາໃຈໃສ່ໃນການສ້າງເງື່ອນໄຂ ດຶງດູດຜູ້ອອກແຮງງານເຄື່ອນຍ້າຍ ໃນຂົງເຂດເບິ່ງແຍງດູເເລ. ໃນຂະນະດຽວກັນ ປະເທດສົ່ງ ຕ້ອງສ້າງເງື່ອນໄຂສະດວກ ໃຫ້ແກ່ເຄື່ອນຍ້າຍ ລວມທັງຮັບປະກັນ ດ້ານຄຸນນະພາບຂອງຜູ້ເບິ່ງແຍງດູເເລ.

ດັ່ງນັ້ນ, ບັນດາຄໍາແນະນໍາ ຈາກເວທີສຳມະນາກ່ຽວກັບ ແຮງງານເຄື່ອນຍ້າຍໃນອາຊຽນ ຄັ້ງທີ 17 (17th AFML) ຈະກາຍເປັນອົງປະກອບທີ່ສຳຄັນໃຫ້ແກ່ການປັບປຸງ ແລະ ພັດທະນານະໂຍບາຍກ່ຽວກັບ ວຽກງານເບິ່ງແຍງດູແລໃນລະດັບປະເທດ, ໃນຂອບການຮ່ວມມືສອງຝ່າຍ ແລະ ພາກພື້ນ ໂດຍຫັນເປັນແຜນງານ, ໂຄງການ ແລະ ກິດຈະກຳ ເພື່ອສ້າງເງື່ອນໄຂສະດວກ ແລະ ປົກປ້ອງຜູ້ເບິ່ງແຍງດູເເລ ບົນພື້ນຖານຖະແຫລງການອາຊຽນ ວ່າດ້ວຍການປົກປ້ອງ ແລະ  ສົ່ງເສີມສິດທິຂອງຜູ້ອອກແຮງງານເຄື່ອນຍ້າຍ.

ຂ່າວ: ສົມຫວັງ

ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top