ຈີນ-ລາວ-ໄທ ຮ່ວມຊຸກຍູ້ອະນຸລັກມໍລະດົກ ວັດທະນະທຳຄຳພີໃບລານ

03/12/2025 13:18
ຂປລ ມີການຈັດຝຶກອົບຮົມ ກ່ຽວກັບ ການບູລະນະ ຄຳພີ ໃບລານ ລຸ້ນທີ 2 ຢູ່ຫໍສະໝຸດ ປະຈຳແຄວ້ນ ປົກຄອງຕົນເອງ 12 ປັນນາ ກຸ່ມຊາດພັນໄທ ແຂວງຢູຫນານ ທາງພາກຕາເວັນຕົກສຽງໃຕ້ ຂອງ ຈີນ

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກເມືອງຄຸນຫມິງ ປະເທດ ຈີນ ເມື່ອບໍ່ດົນມານີ້ວ່າ: ມີການຈັດຝຶກອົບຮົມ ກ່ຽວກັບ ການບູລະນະ ຄຳພີ ໃບລານ ລຸ້ນທີ 2 ຢູ່ຫໍສະໝຸດ ປະຈຳແຄວ້ນ ປົກຄອງຕົນເອງ 12 ປັນນາ ກຸ່ມຊາດພັນໄທ ແຂວງຢູຫນານ ທາງພາກຕາເວັນຕົກສຽງໃຕ້ ຂອງ ຈີນ, ຊຶ່ງໄດ້ຮັບ ຄວາມສົນໃຈ ຈາກຜູ້ຊ່ຽວຊານ, ນັກວິ ຊາການ ແລະ ຊ່າງເຕັກນິກ ດ້ານການບູລະນະ ຈາກໄທ, ຈີນ ແລະ ລາວ ລວມທັງໝົດ 47 ຄົນ, ນີ້ຖືເປັນ ການສົ່ງເສີມ ຄວາມຮ່ວມມື ດ້ານການອະນຸລັກ ມໍລະດົກ ວັດທະນະທຳ ລະຫວ່າງ ຈີນ ກັບ ປະເທດໃກ້ຄຽງ.

ໂດຍຄຳພີໃບລານ ເປັນຊັບສິນຊັບພະຍາກອນ ທຳມະຊາດ ທີ່ໄດ້ຮັບ ການສືບທອດຮ່ວມກັນ. ຈີນ ແລະ ຫລາຍປະເທດ ໃນອາຊີຕາເວັນອອກ ສຽງໃຕ້ ແລະ ອາຊີໃຕ້ ມີຄຳ ພີໃບລານ ບັນທືກ ດ້ວຍພາສາບາລີ ກ່ຽວກັບ ວັດທະນະທຳ ພຸດທະສາສະໜານິກາຍ ເຖຣວາ ແລະ ເອກະສານ ລາຍມື ທີ່ ບັນທຶກວັດທະນະທຳ ດັ່ງເດີມຂອງຊາວໄທ ເປັນສື່ກາງຫລັກ, ແຕ່ການປ່ຽນແປງ ຂອງຍຸດສະໄໝ ເຮັດໃຫ້ການສືບທອດ ວັດທະນະທຳ ອັນລໍ້າຄ່າ ຕ້ອງຜະເຊີນກັບ ຄວາມທ້າທາຍ ແລະ ເຮັດໃຫ້ພາລະກິດ ດ້ານການອະນຸລັກ ເລັ່ງດ່ວນຫລາຍຂຶ້ນ.

ການຝຶກອົບຮົມໃນຄັ້ງນີ້ ໄດ້ໃຊ້ຮູບແບບ ການສອນເຊິງ ທິດສະດີ ຄຽງຄູ່ກັບ ການປະຕິບັດຕົວຈິງ, ໂດຍບັນດາ ຜູ້ເຂົ້າຮ່ວມ ຝຶກອົບຮົມ ໄດ້ສຶກສາຂໍ້ມູນ ສຳຄັນ ຢ່າງເປັນລະບົບ ເຊັ່ນ: ການປະຕິບັດ ຄວາມເປັນມາ ຂອງຄຳພີໃບລານ , ພິທີຈຳແນກຮ່ອງຮອຍ ຄວາມເສຍຫາຍ ແລະ ຂໍ້ກຳນົດທິດທາງ ເຕັກນິກໃນການບູລະນະ. ນອກຈາກນີ້ ການເຄື່ອນໄຫວດັ່ງກ່າວ ຍັງເນັ້ນໃສ່ ການປະຕິບັດ ຂັ້ນຕອນຕ່າງໆເຊັ່ນ: ການເຮັດ ຄວາມສະອາດ ກຳຈັດ ຄວາມເປື້ອນເປິ, ການກວດກາ ແລະ ຕິດກາວແປງຮູ ເພື່ອສົ່ງເສີມຄວາມແຂງແຮງ ໃນບໍລິເວນ ຄວາມ ແຕກແຫງ ຈົນສາມາດບູລະນະ ຄຳພີໃບລານ ທັງໝົດ 4 ເຫລັ້ມ ປະກອບດ້ວຍ  50 ໃບ ລວມມີ 100 ໜ້າ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top