ສປຈີນ-ຮົງກາລີ ເປີດໃຫ້ບໍລິການລົດໄຟ ຂົນສົ່ງສິນຄ້າ

03/12/2025 13:18
ຂປລ ເມື່ອບໍ່ດົນມານີ້, ລົດໄຟຂົນສົ່ງສິນຄ້າ ຂະບວນໜຶ່ງ ໄດ້ເດີນທາງອອກຈາກ ນະຄອນສົງຊິງ ທາງພາກຕາເວັນຕົກ ສຽງໃຕ້ຂອງຈີນ ເພື່ອມຸ້ງໜ້າໄປສູ່ ນະຄອນຫລວງ ບຸບດາແປັດ ຂອງ ຮົງກາລີ

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ,  ເມື່ອບໍ່ດົນມານີ້, ລົດໄຟຂົນສົ່ງສິນຄ້າ ຂະບວນໜຶ່ງ ໄດ້ເດີນທາງອອກຈາກ ນະຄອນສົງຊິງ ທາງພາກຕາເວັນຕົກ ສຽງໃຕ້ຂອງຈີນ ເພື່ອມຸ້ງໜ້າໄປສູ່ ນະຄອນຫລວງ ບຸບດາແປັດ ຂອງ ຮົງກາລີ , ຖືເປັນ ການເປີດຕົວ ບໍລິການ ລົດໄຟຂົນສົ່ງສິນຄ້າ ຈີນ-ເອີຣົບ ຫລື ບໍລິການລົດໄຟດ່ວນ ຈີນ-ເອີຣົບ ດ້ວຍຕາຕະລາງ ການເດີນທາງທີ່ແນ່ນອນ.

ໂດຍຄາດວ່າ ລົດໄຟ ຂະບວນດັ່ງກ່າວ ໄດ້ບັນທຸກຊິ້ນສ່ວນ ຍານພາຫະນະ ແລະ ລົດຈັກ, ຜະລິດຕະພັນ ເອເລັກໂຕຣນິກ ແລະ ສິນຄ້າ ບໍລິໂພກອື່ນໆ ໂດຍຈະໃຊ້ເວລາ ປະມານ 11 ວັນ ໃນການເດີນທາງເຖິງ ຮົງກາລີ ຊຶ່ງເປັນ ສູນກາງ ການຄົມມະນາຄົມ ທີ່ສຳຄັນ ຂອງ ເຂດເອີຣົບກາງ ແລະ ເອີຣົບຕາເວັນອອກ./

KPL

ຂ່າວອື່ນໆ

ads
ads

Top