ຂປລ
ປີ 2025 ເປັນປີທີ່ມີຄວາມໝາຍຍິ່ງໃຫຍ່ເປັນພິເສດຕໍ່ປະຊາຊົນຂອງທັງສອງປະເທດ ຫວຽດນາມ ແລະ ລາວ, ເນື່ອງຈາກເປັນປີທີ່ມີການສະເຫລີມສະຫລອງວາລະຄົບຮອບວັນສໍາຄັນຕ່າງໆຂອງຊາດ.
(ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ
ວັນທີ 2 ທັນວາ1975 – 2 ທັນວາ2025)
ໂດຍ: ທ່ານຫງວຽນມິງເຕີມ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສຫວຽດນາມປະຈຳສປປ ລາວ

ຂປລ. ປີ 2025 ເປັນປີທີ່ມີຄວາມໝາຍຍິ່ງໃຫຍ່ເປັນພິເສດ ຕໍ່ປະຊາຊົນຂອງທັງສອງປະເທດ ຫວຽດນາມ ແລະ ລາວ, ເນື່ອງຈາກເປັນປີທີ່ມີການສະ ເຫລີມສະຫລອງວາລະຄົບຮອບ ວັນສໍາຄັນຕ່າງໆຂອງຊາດ. ສໍາລັບປະເທດລາວ ອ້າຍນ້ອງ, ປີນີ້ຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກ ປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2025), ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ວາລະສໍາຄັນເຫລົ່ານີ້ເປັນໂອກາດທີ່ດີໃຫ້ປະຊາຊົນຂອງທັງສອງປະເທດ ຫວຽດນາມ- ລາວ ໄດ້ຮ່ວມກັນພາກພູມໃຈທົບທວນ ປະຫວັດສາດອັນສະຫງ່າຜ່າເຜີຍ, ຫວນຄືນຄວາມຊົງຈຳອັນເລິກເຊິ່ງຂອງພັນທະມິດການຕໍ່ສູ້ຄຽງບ່າຄຽງໄຫລ່ ພ້ອມດ້ວຍຄວາມເຊື່ອໝັ້ນທີ່ຈະຮ່ວມເດີນຄຽງຂ້າງກັນ ສູ່ການພັດທະນາຮຸ່ງເຮືອງໃນຍຸກສະໄໝໃໝ່.
ນັບຕັ້ງແຕ່ການສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930, ການປະຕິວັດຂອງທັງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ມີສາຍພົວພັນອັນແໜ້ນແຟ້ນບົນເສັ້ນທາງການຕໍ່ສູ້ ເພື່ອປົດປ່ອຍຊາດໃຫ້ພົ້ນ ຈາກການປົກຄອງຂອງລັດທິລ່າເມືອງຂຶ້ນ. ສໍາລັບຫວຽດນາມ ແລະ ລາວ, ໃນພາລະກິດການຕໍ່ສູ້ອັນຍາກລຳບາກ ແລະ ເຕັມໄປດ້ວຍບົດທົດສອບນັ້ນ, ພາຍໃຕ້ການນຳພາຂອງສອງພັກ ຄື: ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນຂອງທັງສອງປະເທດ ໄດ້ຢືນຢັດຄຽງຂ້າງກັນ ສະເໝີຕົ້ນສະເໝີປາຍ, ຮ່ວມສຸກຮ່ວມທຸກ ຮ່ວມສະໜາມຮົບດຽວກັນ ເພື່ອຕໍ່ສູ້ກັບສັດຕູຮ່ວມ, ນຳພາ ການປະຕິວັດຂອງທັງສອງຊາດ ໄປສູ່ໄຊຊະນະຢ່າງສົມບູນ.
ພາຍຫລັງເປີດສາກການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮືຂຶ້ນຂອງລະດູໃບໄມ້ປົ່ງປີ 1975 ໃນຫວຽດນາມ ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະຢ່າງຍິ່ງໃຫຍ່ແລ້ວ, ທີ່ປະເທດລາວ, ກອງກຳລັງປະເທດລາວ ພ້ອມດ້ວຍການສະໜັບສະໜູນ ຈາກກອງທະຫານ ອາສາສະໝັກຫວຽດນາມ ກໍໄດ້ເລັ່ງລັດເຄື່ອນກຳລັງ ເຂົ້າສູ່ແຂວງ ແລະ ເມືອງຕ່າງໆ ລຽບຕາມແມ່ນໍ້າຂອງ ເພື່ອປຸກລະດົມມວນຊົນ, ກະກຽມຄວາມພ້ອມສໍາລັບ ການລຸກຮືຂຶ້ນຍຶດອຳນາດຄັ້ງໃຫຍ່. ວັນທີ 30 ເມສາ 1975, ບັ້ນຮົບ ໂຮ່ຈີ່ມິງ ໃນຫວຽດນາມ ໄດ້ຮັບໄຊຊະນະຢ່າງສົມບູນ. ເມື່ອເຫັນວ່າສະຖານະການ ການປະຕິວັດສຸກງອມແລ້ວ, ວັນທີ 5 ພຶດສະພາ 1975, ກົມການເມືອງ ແລະ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດການປະຊຸມຂະຫຍາຍ ແລະ ມີມະຕິເປັນເອກະພາບ ເຫັນດີຕໍ່ການປະເມີນຂອງສະຫາຍ ເລຂາທິການໃຫຍ່ ໄກສອນ ພົມວິຫານ ທີ່ວ່າ: “ການປະຕິວັດລາວກຳລັງຢູ່ຕໍ່ໜ້າ ຊ່ວງເວລາທີ່ອຳນວຍຢ່າງຍິ່ງ. ພາລະກິດການຍຶດອຳນາດຄືນສູ່ມືປະຊາຊົນ ຈຳເປັນຕ້ອງໄດ້ປະຕິບັດໂດຍເລັ່ງດ່ວນ. ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ, ພວກເຮົາມີຄວາມສາມາດພຽງພໍ ທີ່ຈະເຮັດໃຫ້ການປະຕິວັດປະຊາທິປະໄຕ ປະຊາຊົນ ສໍາເລັດລຸລ່ວງທົ່ວປະເທດ ໄດ້ພາຍໃນໄລຍະເວລາອັນສັ້ນ.” ກົມການເມືອງຂອງລາວ ໄດ້ມີມະຕິເຫັນດີແຜນການຍຶດອຳ ນາດທົ່ວປະເທດ ແລະ ປະກາດຮຽກຮ້ອງໃຫ້ ທ່ົວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບ ໃນທັງສາມເຂດຍຸດທະສາດ, ຍຶດໝັ້ນ ໃນໂອກາດປະຫວັດສາດ ທີ່ຫາໄດ້ຍາກຍິ່ງ “ລຸກຮືຂຶ້ນພ້ອມກັນ ແລະ ບຸກທະລຸຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ເຂັ້ມແຂງ ເພື່ອຍຶດອຳນາດຄືນສູ່ມືປະຊາຊົນ ໃນເວລາສັ້ນທີ່ສຸດ ດ້ວຍສາມແນວຮົບຍຸດທະສາດ ແລະ ແນວທາງການຕໍ່ສູ້ ທາງການຕ່າງປະເທດ”. ວັນທີ 2 ທັນວາ 1975, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກຳເນີດຂຶ້ນຢ່າງເປັນທາງການ.ການປະຕິວັດປົດປ່ອຍຊາດ ຂອງປະຊາຊົນລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ຮັບໄຊຊະນະຢ່າງສົມບູນ ຕາມຄຳກ່າວທີ່ວ່າ: “ດອກບົວບໍ່ຊໍ້າ, ນໍ້າບໍ່ຂຸ່ນ, ແຕ່ສາມາດຈັບປາໄດ້ທັງໝົດ”. ຜົນສໍາເລັດອັນຍິ່ງໃຫຍ່ນີ້ ບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງປະຊາຊົນລາວເທົ່ານັ້ນ ຍັງເປັນຫລັກຖານອັນມີຊີວິດຊີວາ ທີ່ສະທ້ອນໃຫ້ເຫັນເຖິງ ຄວາມສາມັກຄີພິເສດອັນລໍ້າຄ່າ ແລະ ຫາໄດ້ຍາກຍິ່ງໃນໂລກ ລະຫວ່າງສອງປະເທດ ແລະ ສອງຊາດເພື່ອນບ້ານ ຫວຽດນາມ-ລາວ.
ເມື່ອກ້າວເຂົ້າສູ່ຍຸກແຫ່ງການປ່ຽນແປງ ແລະ ການເຊື່ອມໂຍງກັບສາກົນ, ສາຍພົວພັນຫວຽດນາມ-ລາວ ຍັງຄົງພັດທະນາຢ່າງເຂັ້ມແຂງ, ເປັນຮູບປະ ທຳ ແລະ ຮອບດ້ານຍິ່ງກວ່າທີ່ເຄີຍເປັນມາ. ທັງສອງປະເທດໄດ້ຮ່ວມລົງນາມ ແລະ ປະຕິບັດຢ່າງມີປະສິດທິພາບຕາມ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ (18 ກໍລະກົດ 1977), ພ້ອມດ້ວຍຂໍ້ຕົກລົງອີກຈຳນວນຫລວງຫລາຍ ດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະ ຍາສາດ-ເຕັກໂນໂລຊີ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຕະຫລອດໄລຍະເວລາ ກວ່າເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນ ຫວຽດນາມ-ລາວ ໄດ້ພັດທະນາຢ່າງຮອບດ້ານ ແລະ ໄດ້ກາຍເປັນແບບຢ່າງອັນໂດດເດັ່ນ ຂອງຄວາມສາມັກຄີພິເສດ ລະຫວ່າງສອງຊາດ.
ສາຍພົວພັນ ຫວຽດນາມ-ລາວ ໄດ້ກຳນົດໃຫ້ເປັນລຳດັບຄວາມສໍາຄັນສູງສຸດ ໃນນະໂຍບາຍການຕ່າງປະເທດ ຂອງແຕ່ລະປະເທດມາໂດຍຕະຫລອດ ເຊິ່ງເປັນສາຍພົວພັນຕົ້ນແບບ ທີ່ມີຄວາມໝາຍຍຸດທະສາດໃນໄລຍະຍາວ, ເປັນໜຶ່ງໃນປັດໄຈຊີ້ຂາດ ຄວາມສໍາເລັດຂອງພາລະກິດ ການປະຕິວັດຂອງແຕ່ລະຊາດ ແລະ ເປັນຊັບສິນອັນລໍ້າຄ່າ ທີ່ເຮັດໜ້າທີ່ເປັນຫລັກຄ້ຳຈູນຍຸດທະສາດ ຕໍ່ສະຖຽນລະພາບ, ການພັດທະນາ ແລະ ການເຊື່ອມໂຍງກັບສາກົນ ຂອງແຕ່ລະປະ ເທດ. ຂະນະດຽວກັນ, ຍັງເປັນກົດແຫ່ງປະຫວັດສາດ, ເປັນແຫລ່ງພະລັງ ແລະ ເປັນແຮງຂັບເຄື່ອນ ໃຫ້ທັງສອງປະເທດຮ່ວມກັນ ປົກປັກຮັກສາ, ເສີມຂະ ຫຍາຍ ແລະ ຖ່າຍທອດໃຫ້ຮຸ່ນຫລັງ.
ສາຍພົວພັນທາງດ້ານການເມືອງ ແລະ ການຕ່າງປະເທດລະຫວ່າງ ຫວຽດນາມ-ລາວ ໄດ້ຖືວ່າເປັນແກນກາງ ແລະ ທິດທາງນຳ ຂອງສາຍພົວພັນຂອງສອງຊາດ. ທັງສອງຝ່າຍ ໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກລະດັບຢ່າງສະໝໍ່າສະເໝີ, ມີການປະສານງານກັນ ຢ່າງໃກ້ຊິດໃນການກຳນົດນະໂຍບາຍ, ການປົກປ້ອງຊາຍແດນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ບັນຫາຍຸດທະສາດ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ການພັດ ທະ ນາຂອງແຕ່ລະປະເທດ. ສາຍພົວພັນທາງດ້ານການເມືອງ ທີ່ໝັ້ນຄົງແຂງແກ່ນ ໄດ້ສ້າງຮາກຖານຮອງຮັບການຮ່ວມມື ໃນຂະແໜງອື່ນໆ, ພ້ອມທັງເສີມຂະ ຫຍາຍຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງທັງສອງປະເທດ.
ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນ 1ໃນ ເສົາຄ້ຳອັນສໍາຄັນ ທີ່ຊ່ວຍໃຫ້ທັງສອງຝ່າຍ ສາມາດຮັບມືກັບສິ່ງທ້າທາຍ ດ້ານຄວາມໝັ້ນຄົງ ໃນຮູບແບບດັ້ງເດີມ ແລະ ຮູບແບບໃໝ່ ໄດ້ຢ່າງມີປະສິດທິພາບ, ມີສ່ວນສໍາຄັນຕໍ່ການຮັກສາ ຄວາມໝັ້ນຄົງທາງການເມືອງ, ຄວາມສະ ຫງົບ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການພິທັກອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ ຕະຫລອດການຮັກສາສັນຕິພາບ ແລະ ມິດ ຕະພາບໃນບໍລິເວນ ຊາຍແດນຮ່ວມກັນ.
ສາຍພົວພັນດ້ານເສດຖະກິດເປັນ 1 ໃນຮາກຖານສໍາຄັນ ຂອງການຮ່ວມມື ຫວຽດນາມ-ລາວ ທີ່ເຊື່ອມໂຍງເຂົ້າໃນສາຍພົວພັນ ທາງການເມືອງ ແລະ ການປ້ອງກັນຊາດ. ໃນຊ່ວງບໍ່ພໍເທົ່າໃດປີທີ່ຜ່ານມາ, ການຮ່ວມມືທາງດ້ານເສດຖະກິດລະຫວ່າງທັງສອງປະເທດໄດ້ພັດທະນາຢ່າງວ່ອງໄວ ແລະ ບັນລຸຜົນສຳເລັດທີ່ໜ້າປະທັບໃຈ. ໃນປີ 2024, ມູນຄ່າການຄ້າສອງຝ່າຍບັນລຸ ປະມານ 2,25 ຕື້ໂດລາສະຫະລັດ ເຊິ່ງເປັນລະດັບສູງສຸດ. ໂດຍສະເພາະໃນໄລຍະ 10 ເດືອນທຳອິດ ຂອງປີ 2025, ມູນຄ່າການຄ້າສອງຝ່າຍ ບັນລຸເຖິງ 2,56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເຖິງ 50,4% ເມື່ອທຽບກັບໄລຍະດຽວກັນ, ສະແດງໃຫ້ເຫັນເຖິງແນວໂນ້ມ ການຟື້ນຕົວ ແລະ ການຂະຫຍາຍຕົວ ຢ່າງເຂັ້ມແຂງຂອງກະແສເສດຖະກິດ ລະຫວ່າງສອງປະເທດ ຖືວ່າເປັນສັນຍານສໍາຄັນ ທີ່ສະທ້ອນຄວາມມຸ່ງໝັ້ນຮ່ວມກັນ ໃນການຊຸກຍູ້ເປົ້າໝາຍການຍົກລະດັບ ມູນຄ່າການຄ້າສອງຝ່າຍໃຫ້ເຖິງ 5 ຕື້ໂດລາສະຫະລັດ ໃນໄລຍະໃກ້ ແລະ 10 ຕື້ໂດລາສະຫະລັດພາຍໃນປີ 2030.
ດ້ານການລົງທຶນ, ປັດຈຸບັນຫວຽດນາມ ມີໂຄງການລົງທຶນໃນລາວທີ່ຍັງຈັດຕັ້ງປະຕິບັດຈຳນວນ 267 ໂຄງການດ້ວຍມູນຄ່າທຶນຈົດທະບຽນ ລວມກວ່າ 6,2 ຕື້ໂດລາສະຫະລັດ ໂດຍສະເພາະແມ່ນຢູ່ໃນຂະແໜງ ການສໍາຄັນຕ່າງໆ ເຊັ່ນ: ພະລັງງານ, ກະສິກຳ, ບໍ່ແຮ່, ພື້ນຖານໂຄງລ່າງ ແລະ ໂທລະຄົມມະນາຄົມ. ການດຳເນີນຢ່າງໝັ້ນຄົງ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງພາກທຸລະກິດຫວຽດນາມໃນລາວ ມີສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ, ພ້ອມທັງສົ່ງເສີມການເຊື່ອມໂຍງຍຸດທະສາດ ລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໄລຍະຕໍ່ໄປ, ທັງສອງຝ່າຍໃຫ້ຄວາມສໍາຄັນ ກັບການຊຸກຍູ້ການເຊື່ອມໂຍງ ລະຫວ່າງສອງລະບົບເສດຖະກິດຢ່າງຮອບດ້ານ, ທັງໃນດ້ານສະຖາບັນການເງິນ, ພື້ນຖານໂຄງລ່າງ ດ້ານຄົມມະນາຄົມ-ຂົນສົ່ງ, ໂລຈິສຕິກ, ນະວັດຕະກຳ, ການຫັນເປັນດີຈິຕອນ, ພະລັງງານທົດແທນ, ກະສິກຳທັນສະໄໝ, ອຸດສາຫະກຳປຸງແຕ່ງ, ການພັດທະນາສີຂຽວ, ເສດຖະກິດດີຈິຕອນ, ໂທລະຄົມມະນາຄົມ, ການທ່ອງທ່ຽວ, ພື້ນຖານໂຄງລ່າງ ແລະ ການສ້າງຕ່ອງໂສ້ການເຊື່ອມໂຍງການຜະລິດ-ການບໍລິໂພກ ເຊິ່ງທິດທາງສໍາຄັນເຫລົ່ານີ້ ຈະເປັນຮາກຖານໃຫ້ການຮ່ວມມື ທາງດ້ານເສດຖະກິດ ຫວຽດນາມ-ລາວ ເຕີບໂຕຢ່າງເຂັ້ມແຂງ ແລະ ຍືນຍົງ, ກາຍເປັນແຮງຂັບເຄື່ອນສໍາຄັນ ທີ່ຜັກດັນສາຍພົວພັນຂອງທັງສອງປະເທດ ໃຫ້ເລິກເຊິ່ງຍິ່ງຂຶ້ນຢ່າງຕໍ່ເນື່ອງ.
ການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດຖືກຍົກລະດັບເປັນ ພາລະກິດຍຸດທະສາດ. ຫວຽດນາມ ໃຫ້ການສະໜັບ ສະໜູນລາວຜ່ານໂຄງການທຶນການສຶກສາ ແລະ ການຝຶກອົບຮົມ, ໂດຍໃນປີ 2025 ໄດ້ມອບທຶນການສຶກສາກວ່າ 1.160 ທຶນໃຫ້ແກ່ນັກສຶກສາ ແລະ ສໍາມະນາກອນຂອງລາວ ນັບເປັນຈຳນວນສູງສຸດ ນັບແຕ່ເວລາເລີ່ມມີການຮ່ວມມື ລະຫວ່າງສອງຝ່າຍ. ທັງສອງຝ່າຍເລັ່ງເສີມຂະຫຍາຍ ການແລກປ່ຽນນັກສຶກສາ ແລະ ສໍາມະນາກອນ, ດຳເນີນໂຄງການຝຶກອົບຮົມ ລົງເລິກໃນຂະແໜງການບໍລິຫານລັດ, ເສດຖະກິດ ແລະ ວິທະຍາສາດ-ເຕັກໂນໂລຊີ. ຄຽງຄູ່ກັນນັ້ນ, ກິດຈະກຳແລກປ່ຽນດ້ານວັດທະນະທຳ, ກິລາ ແລະ ເຍົາວະຊົນ ຍັງຄົງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ກາຍເປັນ “ຂົວມິດຕະພາບ” ອັນຍືນຍົງທີ່ເຊື່ອມໂຍງສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ສາຍພົວພັນ ຫວຽດນາມ-ລາວ ບໍ່ພຽງແຕ່ເປັນການເສີມຂະຫຍາຍຄວາມໝັ້ນຄົງໃນປັດຈຸບັນ ແຕ່ຍັງເປັນການກຳນົດທິດທາງສູ່ອະນາຄົດ ແຫ່ງການພັດ ທະນາຢ່າງຍືນຍົງ ແລະ ຮອບດ້ານ. ພັກ, ລັດ ແລະ ປະຊາຊົນຫວຽດນາມລ້ວນຈົດຈຳ, ຊາບຊຶ້ງ ແລະ ສໍານຶກໃນບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ມອບການສະໜັບສະໜູນ ດ້ວຍຄວາມຈິງໃຈ ແລະ ຄວາມເສຍສະລະຢ່າງສູງສຸດຕໍ່ຫວຽດນາມ, ຕະຫລອດໄລຍະການຕໍ່ສູ້ ເພື່ອປົດປ່ອຍຊາດໃນອະດີດຈົນເຖິງພາລະກິດໃນການສ້າງສາ ແລະ ການປົກປ້ອງປະເທດຊາດໃນປັດຈຸບັນ. ຄວາມຊ່ວຍເຫລືອດັ່ງກ່າວ ບໍ່ພຽງແຕ່ມີຄຸນຄ່າໃນດ້ານຈິດໃຈ, ວັດຖຸປັດ ໄຈ ແລະ ຄວາມເຊື່ອໝັ້ນເທົ່ານັ້ນ ຍັງເປັນແຫລ່ງພະລັງອັນລໍ້າຄ່າ ທີ່ຊ່ວຍຫລໍ່ລ້ຽງໃຫ້ທັງສອງຊາດຮ່ວມກັນເສີມສ້າງອະນາຄົດຕໍ່ໄປ.
ຕະຫລອດ 50 ປີແຫ່ງການສ້າງ ແລະ ພັດທະນາ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ປະເທດລາວອ້າຍນ້ອງ ໄດ້ບັນລຸຄວາມສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ເສດຖະກິດເຕີບໂຕຢ່າງໝັ້ນຄົງ, ພື້ນຖານໂຄງລ່າງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຄຸນນະພາບຊີວິດ ຂອງປະຊາຊົນໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ວັດທະນະທຳ, ການສຶກສາ, ສາທາ ລະນະສຸກ ແລະ ການທ່ອງທ່ຽວ ລ້ວນມີການພັດທະ ນາກ້າວໜ້າຢ່າງເຂັ້ມແຂງ. ພ້ອມກັນນັ້ນ, ບົດບາດ ແລະ ສະຖານະຂອງປະເທດລາວ ເທິງເວທີສາກົນກໍໄດ້ຮັບການຢືນຢັນຫລາຍຍິ່ງຂຶ້ນ. ປະຊາຊົນຫວຽດນາມຮູ້ສຶກຍິນດີ ແລະ ພາກພູມໃຈຢ່າງຍິ່ງຕໍ່ຄວາມສໍາເລັດຂອງອ້າຍນ້ອງລາວ ແລະ ຖືຄວາມສໍາເລັດຂອງລາວ ກໍຄື ຄວາມພາກພູມໃຈຮ່ວມກັນ ຂອງທັງສອງປະ ເທດ, ສອງຊາດຂອງພວກເຮົາ ເຊິ່ງເຄີຍຮ່ວມແບ່ງປັນທັງທຸກ ແລະ ສຸກໃນໄລຍະເວລາສົງຄາມອັນດຸເດືອດ ຕະຫລອດຮອດປັດຈຸບັນ ທີ່ຄຽງຂ້າງກັນຢ່າງແໜ້ນແຟ້ນໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.
ທ່າມກາງສະພາບການຂອງໂລກ ແລະ ພາກພື້ນ ໃນປັດຈຸບັນທີ່ຜັນຜວນ ແລະ ຄາດຄະເນໄດ້ຍາກ, ຄວາມສາມັກຄີລະຫວ່າງ ຫວຽດນາມ-ລາວ ເປັນຫລັກຢຶດທີ່ເດັດດຽວ ເປັນພາບສະທ້ອນອັນມີຊີວິດຊີວາ ຂອງລັດທິສາກົນນິຍົມອັນບໍລິສຸດ ແລະ ຈິດໃຈແຫ່ງຄວາມເປັນເອກະລາດ ເພິ່ງພາຕົນເອງຂອງສອງຊາດ. ທັງສອງປະເທດ ໄດ້ຂະຫຍາຍການຮ່ວມມືຍຸດທະສາດ, ຊຸກຍູ້ການພັດທະນາ ພື້ນຖານໂຄງລ່າງຂ້າມຊາຍແດນ, ການຮ່ວມມືດ້ານພະລັງງານ, ກະສິກຳທັນສະໄໝ, ເສດຖະກິດດີຈິຕອນ, ການທ່ອງທ່ຽວຢ່າງຍືນຍົງ, ພ້ອມທັງປະສານງານກັນຢ່າງໃກ້ຊິດ ໃນເວທີລະດັບພາກພື້ນ ແລະ ລະດັບໂລກ, ໂດຍສະເພາະໃນຂອບເຂດອາຊຽນ, ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ກົນໄກການຮ່ວມມືຫລາຍຝ່າຍອື່ນໆ, ມຸ່ງສູ່ເປົ້າໝາຍຮ່ວມກັນຄື: ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ.
ຫລາຍກວ່າເຄິ່ງສະຕະວັດໄດ້ຜ່ານພົ້ນໄປ, ແຕ່ສາຍພົວພັນຫວຽດນາມ-ລາວ ຍັງຄົງເປັນແບບ ຢ່າງອັນໂດດເດັ່ນຂອງຄວາມສາມັກຄີພິເສດ ລະຫວ່າງສອງຊາດເພື່ອນບ້ານ. ພາບແຫ່ງ “ເຂົ້າເມັດຫັກ ຜັກເສັ້ນດຽວ” ບໍ່ພຽງແຕ່ແມ່ນຄວາມຊົງຈຳ ຂອງຊ່ວງໄລຍະເວລາສົງຄາມເທົ່ານັ້ນ ຍັງກາຍເປັນສັນຍະລັກອັນເປັນອະມະຕະ ແຫ່ງ ນໍ້າໃຈທັງ 4 ຄື: ນໍ້າໃຈສະຫາຍຮ່ວມອຸດົມການ, ນໍ້າໃຈມິດຕະພາບ, ນໍ້າໃຈແຫ່ງຄວາມສາມັກຄີ ແລະ ນໍ້າໃຈພີ່ນ້ອງ ລະຫວ່າງສອງຊາດ. ນໍ້າໃຈເຫລົ່ານີ້ໄດ້ຫລໍ່ຫລອມ ຈາກເລືອດເນື້ອຂອງບັນດາວິລະຊົນ ແລະ ປະຊາຊົນຂອງທັງສອງປະເທດ, ຈາກຄວາມເຊື່ອໝັ້ນ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຍາມຍາກລຳບາກ, ບໍ່ແມ່ນພຽງມໍລະດົກ ທາງປະຫວັດສາດເທົ່ານັ້ນ ຍັງເປັນພະລັງພາຍໃນອັນລໍ້າຄ່າ ທີ່ຊ່ວຍໃຫ້ສອງປະເທດ ບັນລຸພາລະກິດການປົດປ່ອຍຊາດໃນອະດີດ ແລະ ເປັນແຮງຊຸກຍູ້ທີ່ສໍາຄັນ ຕໍ່ການພັດທະນາປະເທດໃນປັດຈຸບັນ ແລະ ອະນາຄົດ.
ເມື່ອຫວຽດນາມ ແລະ ລາວຮ່ວມກັນກ້າວສູ່ໄລຍະໃໝ່ ແຫ່ງການພັດທະນາ, ທຸກຜົນງານການຮ່ວມມື, ທຸກການແລກປ່ຽນ ແລະ ທຸກເລື່ອງລາວແຫ່ງນໍ້າໃຈລະຫວ່າງປະຊາຊົນຂອງທັງສອງປະເທດ ຈະຮ່ວມກັນຂຽນຕໍ່ໜ້າປະຫວັດສາດອັນງົດງາມ ຂອງ “ສາຍພົວພັນອັນແໜ້ນແຟ້ນຫວຽດນາມ - ລາວ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່”.
KPL