ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລືກ ຈະຈັດຂຶ້ນໃນວັນທີ 9-15 ພະຈິກ

08/11/2024 10:54
Email Print 1241
ຂປລ ຂປລ. ຄະນະກຳມະການພົວພັນ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຈະຈັດກອງປະຊຸມພົບປະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລືກ ໃນລະຫວ່າງ ວັນທີ 9-15 ພະຈິກ 2024 ຢູ່ນະຄອນຫລວງວຽງຈັນ

ຂປລ. ຄະນະກຳມະການພົວພັນ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຈະຈັດກອງປະຊຸມພົບປະ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລືກ ໃນລະຫວ່າງ ວັນທີ 9-15 ພະຈິກ 2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ຮັກບ້ານເກີດ”, ກອງ​ປະຊຸມ​ດັ່ງກ່າວ, ຄາດວ່າ ພີ່ນ້ອງເຊື້ອຊາດຢູ່ຕ່າງປະເທດຈະເດີນທາງມາຮ່ວມ ຈຳນວນ300 ທ່ານ, ລວມທັງພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ແລະ ແຂກຖືກ​ເຊີນ ​ຈາກພາຍໃນເຂົ້າຮ່ວມທັງ​ໝົດ ​ປະມານ 500 ທ່ານ ​ເຊິ່ງຈຸດປະສົງຂອງ​ກອງ​ປະຊຸມ​ພົ​ບປະ​ຄັ້ງ​ນີ້, ແມ່ນເພື່ອເຕົ້າໂຮມພີ່ນ້ອງເຊື້ອຊາດລາວ ຈາກທົ່ວໂລກເປັນຄັ້ງທໍາອິດ ຢູ່ນະຄອນຫລວງວຽງຈັນ; ສ້າງຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງ ຂອງພີ່ນ້ອງເຊື້ອຊາດລາວ ຕໍ່ແນວທາງ ນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດຖະ ບານ ສປປ ລາວ; ສ້າງໂອກາດໃຫ້ພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດໄດ້ເດີນທາງໄປມາຫາສູ່ກັນ, ຢ້ຽມຢາມບ້ານເກີດເມືອງນອນ; ພົບປະໂອ້ລົມແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ; ທັງເຫັນສະພາບຄວາມເປັນຈິງໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ. ນອກຈາກນີ້ ຍັງມີການເຄື່ອນ​ໄຫວສ້າງກິດຈະກຳຕ່າງໆຮ່ວມກັນຕື່ມອີກ.

ໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມໃນຄັ້ງນີ້, ຄະນະພີ່ນ້ອງເຊື້ອຊາດລາວ ຈະໄດ້ໄປຢ້ຽມຊົມສະ ຖານທີ່ສຳຄັນຕ່າງໆ ຢູ່ໃນນະຄອນຫລວງວຽງຈັນ ເຊັ່ນ: ໄປຢ້ຽມຢາມ ເຂດເສດຖະກິດ ກວມລວມໄຊເສດຖາ ແລະ ຢ້ຽມຊົມພິພິທະພັນ ສິລະປະລາວສະໄໝໃໝ່ (ໄມ້ແກະສະຫລັກ), ຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ເຂົ້າຮ່ວມງານຣາຕີ ວຽງຈັນ. ນອກຈາກນັ້ນ, ຍັງຈະໄດ້ໄປຢ້ຽມຢາມສວນພຶກສາ ເພື່ອຢ້ຽມຊົມຫ້ອງວາງສະແດງບັນດາເຜົ່າ, ຮ່ວມພິທີບາສີສູ່ຂວັນ ແລະ ຮັບຊົມການສະແດງ ສິນລະປະບັນດາເຜົ່າ; ເຂົ້າຮ່ວມ ພິທີຖວາຍ ຜ້າປ່າສາມັກຄີຢູ່ວັດອົງຕື້ ແລະ ຮ່ວມພິທີແຫ່ຜາສາດເຜິ້ງເຂົ້າສູ່ ກົມມະລຽນພະທາດຫລວງ ລວມທັງຮ່ວມການເຄື່ອນ​ໄຫວກິດຈະກຳອື່ນໆ.

ກອງປະຊຸມພົບປະພີ່ນ້ອງ ເຊື້ອຊາດລາວຄັ້ງປະຖົມມະລືກເທື່ອນີ້ ແມ່ນມີຄວາມໝາຍຄວາມສຳຄັນ ຊຶ່ງຈະເຮັດໃຫ້ພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ໄດ້ເຂົ້າໃຈຢ່າງຈະແຈ້ງກ່ຽວກັບ ແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ-ລັດຖະບານ ສປປ ລາວ, ໄດ້ເຫັນເຖິງສະພາບການພັດທະນາ ເສດຖະກິດ-ສັງຄົມຕົວຈິງຂອງ ສປປ ລາວ, ໄດ້ມາພົບປະພີ່ນ້ອງຮ່ວມຊາດ, ຮ່ວມກັນສ້າງກິດຈະກຳຕ່າງໆ, ເຮັດບຸນສິນກິນທານ ແລະ ນໍາເອົາຜົນສຳເລັດ ຂອງກອງປະຊຸມໃນເທື່ອນີ້ ໄປເຜີຍແຜ່ໃຫ້ພີ່ນ້ອງຊາວລາວ ຢູ່ຕ່າງປະເທດໄດ້ຮັບຊາບ ຢ່າງທົ່ວເຖິງກັນຕື່ມອີກ.
KPL

ຂ່າວອື່ນໆ

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

    • ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມວັດທະນະທຳ-ສັງຄົມ

      ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

      9/23/2026 11:55:28 AM

      ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

ads
ads

Top