ສາຍການບິນຫວຽດເຈັດ ​ເພີ່ມ​ເສັ້ນ​ທາງ​ບິນຈາກ ດາໜັງ ຫາ ອາເມດາບາດ ເພື່ອຍົກລະດັບການເດີນທາງທົ່ວອາຊີ

26/10/2024 11:58
Email Print 166
ຂປລ ສາຍ​ການ​ບິນຫວຽດເຈັດ (Vietjet) ໄດ້​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງນະຄອນດາໜັງ (Da Nang) ປະເທດຫວຽດນາມ ແລະ ເມືອງອາເມດາບາດ (Ahmedabad) ປະເທດອິນເດຍ. ເສັ້ນ​ທາງ​ໃໝ່​ນີ້​ຊ່ວຍເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້ Vietjet ເປັນ​ສາຍ​ການ​ບິນ​ທີ່​ມີ​ເສັ້ນ​ທາງ​ລະ​ຫວ່າງ​ສອງ​ປະ​ເທດຫລາຍທີ່ສຸດ ພ້ອມຍັງຊ່ວຍຂະຫຍາຍເຄືອຂ່າຍການບິນໃຫ້ກວ້າງຂວາງຂຶ້ນ.

ຂປລ. ສາຍ​ການ​ບິນຫວຽດເຈັດ (Vietjet) ໄດ້​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງນະຄອນດາໜັງ (Da Nang) ປະເທດຫວຽດນາມ ແລະ ເມືອງອາເມດາບາດ (Ahmedabad) ປະເທດອິນເດຍ. ເສັ້ນ​ທາງ​ໃໝ່​ນີ້​ຊ່ວຍເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້ Vietjet ເປັນ​ສາຍ​ການ​ບິນ​ທີ່​ມີ​ເສັ້ນ​ທາງ​ລະ​ຫວ່າງ​ສອງ​ປະ​ເທດຫລາຍທີ່ສຸດ ພ້ອມຍັງຊ່ວຍຂະຫຍາຍເຄືອຂ່າຍການບິນໃຫ້ກວ້າງຂວາງຂຶ້ນ.

ປັດຈຸບັນ, ນັກທ່ອງທ່ຽວຈາກລາວສາມາດໃຊ້ປະໂຫຍດຈາກການຂະຫຍາຍເຄືອຂ່າຍການບິນຂອງ Vietjet ເພື່ອເດີນທາງໄປຫວຽດນາມ, ອິນເດຍ ແລະ ປະເທດອື່ນໆໄດ້ຫລາຍຂຶ້ນ. ການເປີດເສັ້ນທາງໃໝ່ຈາກ Da Nang ໄປ Ahmedabad ໄດ້ເພີ່ມຄວາມຖີ່ຂອງຖ້ຽວບິນລະຫວ່າງ ນະຄອນຫລວງວຽງຈັນ ຫາ ນະຄອນໂຮ່ຈີ່ມິງ ເຊິ່ງເປັນນະຄອນທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ໃນ​ວັນ​ທີ 27 ຕຸລາ 2024 Vietjet ຈະ​ດຳ​ເນີນ​ຖ້ຽວ​ບິນ​ປະຈຳ​ວັນ​ໃນ​ເສັ້ນທາງ​ທີ່​ສຳຄັນ​ນີ້ ໂດຍມີການເພີ່ມຂຶ້ນເປັນສີ່ຖ້ຽວບິນຕໍ່ອາທິດ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວຈາກປະເທດລາວມີຕົວເລືອກໃນຖ້ຽວບິນທີ່ສະດວກ ແລະ ລາຄາຖືກທີ່ສຸດ. ຖ້ຽວ​ບິນ​ທຳ​ອິດ​ຈາກ​ນະຄອນ​ Da Nang ໄປ​ Ahmedabad ​ໃນ​ວັນ​ທີ 23 ຕຸລາ​ນີ້​ ໄດ້​ຮັບ​ການ​ຕ້ອນຮັບເປັນຢ່າງ​ດີ​ຈາກ​ນັກ​ທ່ອງ​ທ່ຽວ ເນື່ອງຈາກເປັນການເຊື່ອມຕໍ່ທີ່ສະດວກສະບາຍຫວ່າງສອງຕົວເມືອງ ທີ່ມີນັກທ່ອງທ່ຽວຢ່າງຫລວງຫລາຍ ດ້ວຍສອງຖ້ຽວບິນໄປກັບຕໍ່ອາທິດ. ເສັ້ນທາງ Da Nang - Ahmedabad ​ບໍ່​ພຽງ​ແຕ່​ຈະ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ ​ເທົ່າ​ນັ້ນ ຍັງຊ່ວຍສົ່ງເສີມການແລກປ່ຽນທາງດ້ານເສດຖະກິດ, ການຄົມມະນາຄົມ ແລະ ​ວັດ​ທະ​ນະ​ທໍາ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ອີກດ້ວຍ.

ສາຍການບິນ Vietjet ເປັນຜູ້ທຳອິດໃນການນຳສະເໜີຖ້ຽວບິນໂດຍກົງລະຫວ່າງຫວຽດນາມ ແລະ ອິນເດຍ ເລີ່ມແຕ່ປີ 2019 ເປັນຕົ້ນມາ ຊຶ່ງປັດຈຸບັນໄດ້ມີຖ້ຽວບິນເຊື່ອມຕໍ່ກັນລະຫວ່າງສອງປະເທດທັງໝົດ 8 ເສັ້ນທາງ, ໂດຍມີ 60 ຖ້ຽວຕໍ່ອາທິດໃນນັ້ນມີເສັ້ນທາງເຊື່ອມ​ຕໍ່​ກັບ​ Hanoi,  Ho Chi Minh ແລະ Da Nang ກັບ New Delhi, Mumbai, Cochin ແລະ Ahmedabad. ນະຄອນ Da Nang ເປັນເມືອງທີ່​ມີ​ຊື່​ສຽງດ້ານຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ ​ແລະ​ ສະ​ຖານ​ທີ່​ທ່ອງ​ທ່ຽວ ​ເປັນເມືອງ​ທີ່​ມີ​ຊີວິດ​ຊີວາ​​ຂອງ​ຫວຽດນາມ ​ແລະ ​ເປັນ​ປະຕູ​ສູ່​ບັນດາ​ມໍລະດົກ​ວັດທະນະທຳ​ໃນພາກ​ກາງ​ຂອງ​ຫວຽດນາມ ລວມທັງເມືອງບູຮານຢ່າງ Hoi An ເປັນເມືອງທີ່ມີສະຖານທີ່ບູຮານຄະດີ My Son Sanctuary ແລະ ເມືອງປະຫວັດສາດຂອງ Hue, Ahmedabad ເປັນເມືອງທີ່ສໍາຄັນໃນລັດ Gujarat ຂອງອິນເດຍ ເຊິ່ງເປັນທີ່ຮູ້ຈັກໃນນາມມໍລະດົກວັດທະນະທໍາອັນອຸດົມສົມບູນ, ສະຖານທີ່ສໍາຄັນ ແລະ ບັນຍາກາດທີ່ມີສີສັນ.

ເສັ້ນທາງ Da Nang ຫາ Ahmedabad ທີ່ຫາກໍ່ເປີດໃຫ້ບໍລິການໃໝ່ ແມ່ນໜຶ່ງໃນການບໍລິການໃໝ່ທີ່ Vietjet ວາງແຜນຈະເປີດໃນເດືອນສຸດທ້າຍປີ 2024. ສາຍການບິນຍັງຈະເປີດເສັ້ນທາງເຊື່ອມຕໍ່ Hanoi ກັບ Kuala Lumpur ແລະ Yajarang ກັບ Daegu ພ້ອມ​ທັງ​ເປີດ​ການ​ບໍ​ລິ​ການ​ຄືນ​ໃໝ່​ໃນ​ເສັ້ນ​ທາງ​ນະ​ຄອນ​ Ho Chi Ming - Tainan, ນອກຈາກນີ້, Vietjet ຍັງ​​ຈະເພີ່ມ​ຄວາມ​ຖີ່​​ການ​ບິນ​ໃນ​ທົ່ວ​ອາ​ຊີ​ ແລະ​ ຕ່າງ​ປະ​ເທດ, ລວມເຖິງເສັ້ນ​ທາງ​ນະຄອນຫລວງວຽງ​ຈັນ-ນະຄອນໂຮ່​ຈີ່ມິງ. ເພື່ອຮອງຮັບ ຍຸດທະສາດການຂະຫຍາຍສາຍການບິນ ດັ່ງກ່າວ Vietjet ຈະຮັບເຮືອບິນໃໝ່ໃນໄວໆນີ້ ແລະ ຄາດວ່າຈະມີການມອບ-ຮັບໃນທ້າຍປີ. ສິ່ງນີ້ຈະເຮັດໃຫ້ຜູ້ໂດຍສານສາມາດເພີດເພີນກັບປະສົບການການບິນທີ່ມະຫັດສະຈັນໃນການເດີນທາງກັບສາຍການບິນ Vietjet.

KPL

ຂ່າວອື່ນໆ

ads
ads

Top