ຫາລື ພັດທະນາຂະແໜງທຸລະກິດ ຖົ່ວລຽນລາວ ເປັນສິນຄ້າສົ່ງອອກ ສປ ຈີນ

24/10/2024 14:23
Email Print 13105
ຂປລ ຂປລ. ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ຊາດລາວ ຮ່ວມກັບ ກຸ່ມບໍລິສັດຈາກ ສປ ຈີນ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການພັດທະນາ ຂະແໜງທຸລະກິດ ຖົ່ວລຽນລາວ ເພື່ອເປັນສິນຄ້າສົ່ງອອກໄປ ສປ ຈີນ ໂດຍການເປັນປະທານຂອງ ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.




ຂປລ. ເມື່ອບໍ່ດົນມານີ້
, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ຊາດລາວ ຮ່ວມກັບ ກຸ່ມບໍລິສັດຈາກ ສປ ຈີນ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການພັດທະນາ ຂະແໜງທຸລະກິດ ຖົ່ວລຽນລາວ ເພື່ອເປັນສິນຄ້າສົ່ງອອກໄປ ສປ ຈີນ ໂດຍການເປັນປະທານຂອງ ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ທ່ານ ບຸນເລີດ ຫລວງປະເສີດ ​ໄດ້​ມີ​ຄໍາ​ເຫັນວ່າ: ຖົ່ວລຽນລາວ ມີການຂະຫຍາຍຕົວຢ່າງໄວວາ, ມີສິ່ງອໍານວຍຄວາມສະດວກ ໃນການຂົນສົ່ງ ຫລາຍດ້ານ ເປັນຕົ້ນ ທາງລົດໄຟ ລາວ-ຈີນ ແລະ ອື່ນໆ, ພ້ອມນີ້, ຍັງມີເນື້ອທີ່ດິນປູກຝັງທີ່ກວ້າງຂວາງ ແລະ ອຸດົມສົມບຸນ ​ໂດຍກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບອະນຸຍາດໃຫ້ສົ່ງອອກ 16-17 ຊະນິດພືດ ແລະ ກຳລັງສະເໜີອີກ 7 ຊະນິດພືດ ເຊິ່ງຝ່າຍ ຈີນ ໃຫ້ສິດທິພິເສດ 98% ແມ່ນບໍ່ເສຍພາສີ.

ທ່ານ ວາງ ຈູນ (WANG JUN) ຫົວໜ້າຄະນະກຸ່ມບໍລິສັດຈາກ ສປ ຈີນ ​ໄດ້ກ່າວວ່າ: ກຸ່ມບໍລິສັດ ຈາກ ສປ ຈີນ ມີຄວາມສົນໃຈຢາກສ້າງຕັ້ງໂຮງງານຜະລິດປຸ໋ຍຢູ່ ສປປ ລາວ ໂດຍສະເໜີໃຫ້ຝ່າຍລາວ ສ້າງຕັ້ງສະມາຄົມທຸລະກິດຖົ່ວລຽນລາວ, ສ້າງ​ຕັ້ງ​ສະ​ມາ​ຄົມ​ວິ​ຊາ​ຊີບ​ຖົ່ວ​ລຽນ, ສູນ​ຄົ້ນ​ຄວ້າຖົ່ວ​ລຽນ, ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ພືດ​​ຖົ່ວ​ລຽນ, ພະ​ຍາດ​ພືດ, ​ຄັດເລືອກ​ເອົາ​ແນວ​ພັນ​ ທີ່​​​​ທົນທານ​ຕໍ່​ເຊື້ອ​ພະ​ຍາດ, ຄົ້ນ​ຄວ້າ​ແນວ​ພັນ​ໃໝ່​ທີ່​​ດີມີ​ຄຸນ​ນະ​ພາບ, ​ວິ​​ໄຈ​ດິນ​ປູກ ແລະ ຝຸ່ນ​ຊີ​ວະ​ພາບ ໃຫ້​ຜົນ​ຜະ​ລິດ​ສີ​ຂຽວ. ທັງ​ນີ້, ກໍເພື່ອ​ເຮັດໃຫ້​ຖົ່ວ​ລຽນ​ລາວ ມີຄຸນ​ນະ​ພາບ ​ຄື​ກັບປະເທດໄກ້ຄຽງ. ໄລຍະຜ່ານມາ, ສະມາ ຄົມດັ່ງກ່າວ ກໍໄດ້ຮັບ​ການສ້າງຕັ້ງຂຶ້ນແລ້ວ ເຊິ່ງສະ​ມາ​ຄົມຈະ​ເຮັດ​ໜ້າ​ທີ່ຄຸ້ມ​ຄອງການກວດ​ກາ​​ ຄຸນ​ນະ​ພາບ​ຖົ່ວ​ລຽນ, ຄັດ​ເລືອກ​ເກດ ແລະ ຮັບ​ປະ​ກັນ​ລາ​ຄາ, ການ​ຫຸ້ມ​ຫໍ່​ຖົ່ວ​ລຽ​ນ, ຄັດ​ເລືອກຄົ້ນ​ຄວ້າ​ແນວ​ພັນ​ທີ່​ເໝາະ​ສົມ, ການ​ແບ່ງ​ງານ​ຂອງ​ຂະ​ແໜງ​ຂົນ​ສົ່ງ ແລະ ສາງ​ສິນ​ຄ້າ.

ໂອກາດດຽວກັນນີ້, ຄະ​ນະ​ກຸ່ມ​ບໍ​ລິ​ສັດ​ຈາກ ສ​ປ ຈີນ ໄດ້ເຂົ້າພົບ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະປ່າໄມ້ ແລະ ພົບປະກັບ ທ່ານ ມະໂນທອງ ວົງໄຊ  ຮອງລັດຖະ ມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຕື່ມອີກ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top