ສສ ຫວຽດນາມ ແຕ່ງຕັ້ງປະທານປະເທດຄົນໃໝ່

21/10/2024 23:00
Email Print 151
ຂປລ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 8, ສະພາ ແຫ່ງຊາດ ຊຸດທີ XV ພາຍໃຕ້ ການເປັນປະທານຂອງ ທ່ານ ເຈິ່ນແທັງ ເໝິນ, ປະທານ ສະພາແຫ່ງຊາດ ຊຸດທີ XV, ສະພາແຫ່ງຊາດ ໄດ້ເລືອກຕັ້ງ ປະທານປະເທດ ສສ ຫວຽດນາມ ອາຍຸການ 2021 – 2026.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 21 ຕຸລານີ້ ຢູ່ນະຄອນຫລວງ ຮ່າໂນ້ຍ, ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 8, ສະພາ ແຫ່ງຊາດ ຊຸດທີ XV ພາຍໃຕ້ ການເປັນປະທານຂອງ ທ່ານ ເຈິ່ນແທັງເໝິນ, ປະທານ ສະພາແຫ່ງຊາດ ຊຸດທີ XV, ສະພາແຫ່ງຊາດ ໄດ້ເລືອກຕັ້ງ ປະທານປະເທດ ສສ ຫວຽດນາມ ອາຍຸການ 2021 – 2026. ຫລັງຈາກ ທ່ານ ນາງ ຫງວຽນ ທິແທັງ, ຮອງປະທານ ສະພາແຫ່ງຊາດ  ໄດ້ສະເໜີ ຮ່າງມະຕິ ເລືອກຕັ້ງ ປະທານ ປະເທດ ສສຫວຽດນາມ ອາຍຸການ 2021 – 2026 ສຳລັບ ທ່ານ ພົນເອກ ເລືອງເກືອງ. ມະຕິນີ້ ສະພາແຫ່ງຊາດ ໄດ້ຮັບຮອງເອົາດ້ວຍ ສຽງສະໜັບ ສະໜູນ 440/440 ສະມາຊິກ ສະພາແຫ່ງຊາດ. ພາຍຫລັງ ໄດ້ຮັບການເລືອກຕັ້ງ.ຈາກນັ້ນ  ທ່ານ ພົນເອກ ເລືອງເກືອງ, ປະທານ ປະເທດ ສສ ຫວຽດນາມ ປະຕິຍານຕົວວ່າ: ພາຍໃຕ້ ທຸງແດງດາວຄຳ ທີ່ສັກກະລະ ບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ ປະຊາຊົນ, ຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ. ຂ້າພະເຈົ້າຊື່ວ່າ: ເລືອງເກືອງ , ປະທານ ປະເທດ ສສ ຫວຽດນາມ ຂໍປະຕິບານຕົວວ່າ: ເດັດດ່ຽວ ຈົ່ງຮັກພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດທະທຳມະນູນຂອງ ປະເທດ ສສ ຫວຽດນາມ, ມານະພະຍາຍາມ ສູ້ຊົນປະຕິບັດ ສຳເລັດ ໜ້າທີ່ ໂດຍພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້. ສຳລັບ ທ່ານ ພົນເອກ ເລືອງເກືອງ ເກີດວັນທີ 15 ສິງຫາ ປີ 1957. ບ້ານເກີດ: ຢູ່ເມືອງ ຢຶວເລົາ, ນະຄອນ ຫວຽດຈີ, ແຂວງຝຸເທາະ. ວິຊາການ: ປະລິນຍາຕີ ຂະແໜງ ການກໍ່ສ້າງພັກ ແລະ ອຳນາດ ການປົກຄອງແຫ່ງລັດ. ທິດສະດີການເມືອງ: ຂັ້ນສູງ. ວັນເຂົ້າ ເປັນສະມາຊິກ: ເດືອນກໍລະກົດ ປີ 1978. ທ່ານ ແມ່ນກຳມະການ ສູນກາງພັກ ຊຸດທີ XI, XII, XIII; ເລຂາສູນກາງພັກ ຊຸດທີ XII, ກຳມະການ ກົມການເມືອງ ຊຸດທີ XIII, ຜູ້ປະຈຳການ ຄະນະເລຂາ ສູນກາງພັກ ຊຸດທີ XIII./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top