ເມັກຊິກ ຢຶດຢາເສບຕິດຄັ້ງໃຫຍ່ສຸດຫລາຍກວ່າ 8,3 ໂຕນ

21/10/2024 11:41
Email Print 160
ຂປລ ະຊວງ ກອງທັບເຮືອ ເມັກຊິກ ລະບຸວ່າ: ທະຫານເຮືອ ສາມາດ ຢຶດສິນຄ້າ ຜິດກົດໝາຍ ປະເພດ ຢາເສບຕິດໄດ້ 8,361 ກິໂລກຣາມ ຖືເປັນຢາເສບຕິດ ປະລິມານ ຫລາຍທີ່ສຸດ ເທົ່າທີ່ກອງທັບເຮືອ ຢຶດໄດ້ ໃນການປະຕິບັດການ ທາງທະເລ ຊຶ່ງບໍ່ເຄີຍເກີດຂຶ້ນມາກ່ອນ ໃນປະຫວັດສາດ ຂອງປະເທດ.

ຂປລ.ສຳນັກຂ່າວ ເອເອຟພີ, ວັນທີ 20 ຕຸລາ, ກະຊວງ ກອງທັບເຮືອ ເມັກຊິກ ລະບຸວ່າ: ທະຫານເຮືອ ສາມາດ ຢຶດສິນຄ້າ ຜິດກົດໝາຍ ປະເພດ ຢາເສບ ຕິດໄດ້ 8,361 ກິໂລກຣາມ ຖືເປັນຢາເສບຕິດ ປະລິມານ ຫລາຍທີ່ສຸດ ເທົ່າທີ່ກອງທັບເຮືອ ຢຶດໄດ້ ໃນການປະຕິບັດການ ທາງທະເລ ຊຶ່ງບໍ່ເຄີຍເກີດ ຂຶ້ນມາ ກ່ອນ ໃນປະຫວັດສາດ ຂອງປະເທດ.

ຢາເສບຕິດ ດັ່ງກ່າວ ມີມູນຄ່າ ສູງເຖິງ 2.099 ລ້ານເປໂຊ ເມັກຊິກ. ນອກຈາກນີ້ ທະຫານເຮືອເມັກຊິກ ຍັງຈັບກຸມ ຜູ້ຕ້ອງສົງໄສໄດ້ 23 ຄົນ ໃນປະຕິບັດການ ທາງຕາເວັນຕົກສຽງໃຕ້ ຂອງທ່າເຮືອ ລາຊາໂຣ ກາຣເດນາສ ບໍລິເວນນອກແຄມຝັ່ງ ທາງຕາເວັນຕົກຂອງ ເມັກຊິກ. ຂະນະນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ພວມເລັ່ງສືບສວນ ສອບສວນ ກັບຜູ້ຕ້ອງສົງໄສ ດັ່ງກ່າວ./.
KPL

ຂ່າວອື່ນໆ

ads
ads

Top