5988

xtmkoxtgmf csj ' lxx ]k; lqj '9q f\kp-q ,g-u p xtmkoxtgmf ll s;Pfok, 7q o.\j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 22.10.2024 ປີທີ 23 ສະບັບທີ 6.043 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີັັີີັີັັີີັີັັີີັີັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf dv'xt-5 ,lt,a f-k.spj wvxk va f]q 'fh ;pzq oleg]a f1j k'9q ['k, gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po lkoltcf'7;k,glQ klts]q f.9 Iv'xtmkoxtgmf csj ' lxx ]k; Ij ;,ry mu lk[ko38 g0Q kIa [8ec|j ' 0v'xtmkokmy [= fu vy o3fgog-p xtmkoltrkcsj '-kf ]k;{g[]ki5 f-u rq [xtlv'/j kp xtmkoltrkcsj '-kf 4tcs]'zq o dv'xt-5 ,lt,a f-k.spj wvxk 7A 'mu 45 sq ;|h k 78r g7nj vows;gIa f;Pd16j ia fg-p ]k;{ly 'dt3x ln [8+ gruj ,mt;u dkoIj ;,,n fh kooy 8y [a opa f [= ]y la f muj xb dlkw0j ,5 d8kg;a ovvd9eda f Ij ;,;k'ltcf'.odv'xt-5 , wvxk 7A 'mu 45 ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ໄຊສົມພອນ ພົວວິຫານ ກຳມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງສປປລາວ ໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈ ເຖິງ ສະຫາຍ ຈ້າວ ເລີ້ ຈີ້ ກຳມະການປະຈຳກົມການເມືອງ ສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດປະຊາຊົນຈີນຕໍ່ການຈາກໄປຂອງອະດີດກຳມະການປະຈຳກົມການ ເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນປະຊາຊົນ ທົ່ວປະ ເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013). F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ20 ຕຸລາ 2024ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ ຂປລ. ກອງປະຊຸມຄົບຄະນະວາລະ ທີ 1 ຂອງກອງປະຊຸມໃຫຍ່ລັດຖະສະ ພາລະຫວ່າງ ຊາດອາຊຽນ ຫລື AIPA ຄັ້ງທີ 45 ຈັດຂຶ້ນໃນວັນທີ 19 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ຂປລ. ກອງປະຊຸມພົບປະປຶກສາ ຫາລືລະຫວ່າງ ກອງເລຂາໄອປາ ແລະ ກອງເລຂາອາຊຽນຈັດຂຶ້ນໃນວັນທີ19 ຕຸລາ 2024 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຂປລ. ກອງປະຊຸມສະມາຊິກລັດຖະ ສະພາເພດຍິງ ໄອປາ (ໄວປາ) ໄດ້ຈັດ ຂຶ້ນໃນວັນທີ 19 ຕຸລາ 2024 ເພື່ອປຶກ ສາຫາລື, ແລກປ່ຽນຄໍາຄິດຄຳເຫັນ, ຂປລ. ໃນວັນທີ18 ຕຸລາ 2024ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ ພົບປະກັບທ່ານເຊຍຄຽນເປັງປະທານ ລັດຖະສະພາ ແຫ່ງ ສາທາລະນະລັດ ຂປລ. ກອງປະຊຸມກຳມາທິການ ເສດຖະກິດ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 20 ຕຸລາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນ ທ່ານ ລີເບີ ລີບົວປາວ ປະທານກຳມາທິການ ຂປລ. ວັນທີ 21 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍສະແດງ ຄວາມຊົມເຊີຍ ເຖິງ ສະຫາຍ ເລືອງ ເກື່ອງ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົນໃໝ່. ຂປລ. ໃນຕອນບ່າຍວັນທີ 21 ຕຸລາ 2024 ນີ້,ທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສຳເລັດຂອງ ການເປັນເຈົ້າພາບ ກອງປະຊຸມສະມັດ ຊາໃຫຍ່ ໄອປາ ຄັ້ງທີ 45 ພາຍຫລັງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະ ພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງ ອາ ຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງ ຈົບງາມ ໃນຕອນບ່າຍ ວັນທີ 21 ຕຸລາ 2024 ພາຍຫລັງດຳເນີນມາແຕ່ວັນທີ 18 ຕຸລາຜ່ານມາ, ທີ່ນະຄອນຫລວງ ວຽງຈັນ ສປປ ລາວ ໂດຍການເປັນປະ ທານຂອງທ່ານ ໄຊສົມພອນພົມວິຫານ ປະທານສະພາແຫ່ງຊາດລາວ ແລະ ປະທານໄອປາຄັ້ງທີ45, ມີປະທານລັດ ຖະສະພາຈາກບັນດາປະເທດສະມາ ຊິກໄອປາ ແລະ ປະເທດສັງເກດການ, ເລຂາທິການໃຫຍ່ອາຊຽນ ແລະ ເລຂາ ທິການໃຫຍ່ໄອປາ, ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ສປປ ລາວ ມີຄວາມຍິນດີ ຂປລ. ໃນວັນທີ 18 ຕຸລາ 2024 ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງມົດສະກູ, ສະຫະພັນ ຣັດເຊຍ ເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຂປລ. ໃນລະຫວ່າງວັນທີ 19-21 ຕຸລາ 2024ນີ້, ທ່ານນາງປານີຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກປະຊາຊົນປະຕິວັດ ລາວແລະລັດຖະບານແຫ່ງສປປລາວ ນໍາພາຄະນະ ເຂົ້າຮ່ວມພິທີສາບານໂຕ ເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີ ຄົນທີ8ແຫ່ງສາທາລະນະລັດອິນໂດເນ ເຊຍ ຂອງ ທ່ານ ພຣາໂບໂວ ສຸບຽນໂຕ ແລະ ເປັນຮອງປະທານາທິບໍດີ ຂອງ ຫວ່າງ ວັນທີ 17-23 ຕຸລາ 2024, ພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະ ສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ຂອງອາຊຽນ” ໂດຍການເປັນປະທານ ຂອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ກອງປະຊຸມໄດ້ຮັບກຽດ ຢ່າງສູງທີ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າ ຮ່ວມ ແລະ ກ່າວສູນທອນພົດຕໍ່ພິທີເປີດ ກອງປະຊຸມ. ກອງປະຊຸມຄັ້ງນີ້, ໄດ້ມີຄະນະຜູ້ ແທນນຳໂດຍບັນດາປະທານຈາກ ລັດ ຖະສະພາສະມາຊິກ ໄອປາ 8 ປະເທດ (ອິນໂດເນເຊຍ ບໍ່ໄດ້ສົ່ງຄະນະຜູ້ແທນ ເຂົ້າຮ່ວມ ເນື່ອງຈາກມີການກະກຽມ ເລືອກຕັ້ງພາຍໃນ, ສ່ວນປະເທດມຽນມາ ທ່ານ ກຣິບຣານ ຣາກາບຸມິງ ຣາກາ ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງລັດຖະບານ ແຫ່ງ ສາທາ ລະນະ ລັດ ອິນໂດເນເຊຍ ເຊິ່ງພິທີທາງການ ຂປລ. ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍ ໃຕ້ຄຳຂວັນ: “ບົດບາດຂອງລັດຖະສະ ພົບປະສອງຝ່າຍກັບ ທ່ານ ອີກໍ ເຊີເກ ເຢນໂກປະທານສະພາຜູ້ແທນປະຊາຊົນ, ສິງກະໂປ ໃນໂອກາດເດີນທາງມາເຂົ້າ ຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະ ສະພາລະຫວ່າງຊາດອາຊຽນຫລືໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ de,kmy dkoglf4tdy f ry 9k]tok Ij k',t8y 8 lt[a [ ]a f4tltrklt,k-y dwvxk gruj ,mt;u pq dl6 ' dq owdIj ;,,n lh k'7;k,dq ,dP;mk'fh kodq f\kp ແຜນການ, ການເງິນ ແລະ ການກວດ ສອບ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີສະມາຊິກລັດຖະສະພາຈາກ ບັນດາປະເທດສະມາຊິກອາຊຽນ ເຂົ້າ ຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີ ບັນດາປະທານລັດຖະສະພາ, ຫົວໜ້າ ຄະນະຜູ້ແທນລັດຖະສະພາສະມາຊິກ sk]n dko-5 dp6h {veo;p7;k,ltf;d dkoxt8y [a fczo'ko .sh ,u xtly fmy rk[ ຮອງປະທານສະພາແຫ່ງຊາດລາວ, ທ່ານ ນາງ ອາ ສິຕິ ໂຣໄຊເມີຣິຍັນຕິ ດາໂຕະ ຮາຈິ ອັບດຸນ ຣາມານ ເລຂາ ທິການໃຫຍ່ໄອປາ, ທ່ານ ນາລາຢາ lt,k-y d]a f4tltrkgrfpy ' sk]n [a oskmu j rq ;ra og4y '[q f[kf0v'grfpy ' F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 ຊອກຫາວິທີທາງຮ່ວມກັນ ໃນບັນຫາທີ່ ພົວພັນເຖິງບົດບາດຂອງເພດຍິງໃນ ສັງຄົມ ໂດຍການເປັນປະທານຂອງ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/10/2024 xtgmf]k; ປະທານປະເທດ... ປະທານສະພາແຫ່ງຊາດ ຖະແຫລງຜົນ... ເນື້ອໃນຈົດໝາຍ ໄດ້ລະບຸວ່າ: ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍຄື ໃນ ນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງ ປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ XV, ຄັ້ງວັນທີ 21 ຕຸລາ 2024. ການທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງສຳຄັນດັ່ງກ່າວສະ ແດງເຖິງຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ແລະ ການຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ຄວາມຮູ້ຄວາມສາມາດ ແລະ ຜົນງານການປະກອບ ສ່ວນທີ່ສຳຄັນຂອງສະຫາຍຕະຫລອດໄລຍະຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງ ວ່າ ສະຫາຍ ພ້ອມດ້ວຍບັນດາສະຫາຍການນໍາຂອງພັກ, ລັດຫວຽດນາມ ຈະສືບຕໍ່ ນຳພາປະເທດຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ບັນລຸເປົ້າໝາຍກາຍເປັນປະ ເທດອຸດສາຫະກຳຕາມທິດທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ຂ້າພະເຈົ້າມີຄວາມຍິນດີທີ່ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບສະຫາຍ ເພື່ອສືບ ຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອທີ່ດີງາມລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບ ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາ ຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນມີຄວາມໝາຍນີ້, ຂໍອວຍພອນໄຊມາຍັງສະຫາຍຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ສະຫາຍ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຕ້ອນຮັບ ສະຫາຍ ພ້ອມດ້ວຍພັນລະຍາ ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນອະນາຄົດອັນໃກ້ນີ້. ສານສະແດງ... ເນື້ອໃນສານລະບຸໄວ້ວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຮູ້ສຶກເສົ້າສະ ຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສະຫາຍ ອູ ປາງ ກົວ (wu bang guo) ອດີດກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ອະດີດປະທານ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013) ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ຕຸລາ 2024 ຜ່ານມາ. ການຈາກໄປ ຂອງ ສະຫາຍ ອູ ປາງ ກົວ ເປັນການສູນເສຍອັນໃຫຍ່ຫລວງ ຂອງພັກ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນ ຕະຫລອດຮອດຄອບຄົວ ແລະ ເພື່ອນມິດສະຫາຍທຸກທົ່ວໜ້າ. ການຈາກໄປຂອງ ສະຫາຍ ອູ ປາງ ກົວ ຍັງເປັນການສູນເສຍ ເພື່ອນຜູ້ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວ. ສະຫາຍ ອູ ປາງ ກົວ ແມ່ນການນໍາທີ່ມີຄວາມສາມາດໃນການນໍາພາ-ຊີ້ນຳ ແລະ ມີຜົນງານອັນໃຫຍ່ຫລວງໃນການນໍາພາ-ຊີ້ນຳ ອົງການນິຕິບັນຍັດ ເປັນຕົ້ນ ວຽກງານສ້າງ ແລະ ປັບປຸງກົດໝາຍ, ປັບປຸງລັດຖະທຳມະນູນ ທີ່ມີສີສັນ ຂອງ ສປ ຈີນ ປະກອບສ່ວນອັນສຳຄັນຍິ່ງ ເຂົ້າໃນການສ້າງສັງຄົມນິຍົມທີ່ມີສີສັນພິເ ສດ ຂອງ ສປ ຈີນ. ໃນນາມຕາງໜ້າໃຫ້ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດ ໃຈຈາກໃຈຈິງ ແລະ ຂໍແບ່ງເບົາຄວາມໂສກເສົ້າເສຍໃຈ, ຄວາມອາໄລອາວອນ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງພັກ, ລັດຖະບານ, ສະພາຜູ້ແທນ ປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນ ຕະຫລອດຮອດຄອບຄົວ ແລະ ຍາດມິດ ສະຫາຍ ຂອງສະຫາຍ ອູ ປາງ ກົວ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສະຫາຍອູປາງກົວອະດີດກຳມະການປະຈຳກົມການ ເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນປະຊາຊົນທົ່ວປະ ເທດ ແຫ່ງ ສປ ຈີນ ຈົ່ງໄປສູ່ສຸຂະຕິເທີນ. ແມ່ນຍັງບໍ່ທັນມີສະພາແຫ່ງຊາດ ຈຶ່ງ ໄດ້ສົ່ງແຕ່ຜູ້ຕາງໜ້າເຂົ້້າຮ່ວມ), ມີລັດ ຖະສະພາສັງເກດການ15ປະເທດ ເຂົ້າ ຮ່ວມ, ແຂກເຈົ້າພາບ 3 ປະເທດ ເຂົ້້າ ຮ່ວມ, ຄູ່ຮ່ວມພັດທະນາໄອປາ 8 ພາກ ສ່ວນ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ, ທູຕານຸທູດ ປະຈຳ ສປປ ລາວ ແລະ ຄະນະຜູ້ແທນ ສປປ ລາວ ເຈົ້າພາບ ລວມທັງໝົດ ປະມານ 600 ທ່ານ ເຂົ້າຮ່ວມ. ໃນວາລະດຳເນີນກອງປະຊຸມສະ ມັດຊາໃຫຍ່ ໄອປາ-45 ໃນຄັ້ງນີ້ ໄດ້ມີ ກອງປະຊຸມຕ່າງໆທັງໝົດ11ກອງປະ ຊຸມ ຄື: ກອງປະຊຸມຄະນະບໍລິຫານງານ ໄອປາ, ກອງປະຊຸມກຳມາທິການການ ເມືອງ, ກອງປະຊຸມກຳມາທິການເສດ ຖະກິດ, ກອງປະຊຸມກຳມາທິການວຽກ ງານສັງຄົມ, ກອງປະຊຸມກຳມາທິການ ວຽກງານຈັດຕັ້ງພາຍໃນ, ກອງປະຊຸມ ກຳມາທິການສະມາຊິກສະພາເພດຍິງ, ກອງປະຊຸມສະມາຊິກລັດຖະສະພາ ໜຸ່ມໄອປາ, ກອງປະຊຸມກຳມາທິການຖະ ແຫລງການຮ່ວມ, ກອງປະຊຸມພົບປະ ລະຫວ່າງ ກອງເລຂາໄອປາ ແລະ ກອງ ເລຂາອາຊຽນ, ກອງປະຊຸມພົບປະກັບ ລັດຖະສະພາສັງເກດການ ແລະ ກອງ ປະຊຸມເວທີຜູ້ນຳການເມືອງເພດຍິງ. ໃນກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ບັນດາທ່ານປະທານ ລັດຖະສະພາແລະຫົວໜ້າຄະນະຜູ້ແທນ ແຕ່ລະປະເທດ ໄດ້ກ່າວປາໄສພາຍໃຕ້ ຂອບຫົວຂໍ້ກອງປະຊຸມ ໂດຍໄດ້ຍົກໃຫ້ ເຫັນສະພາບການຂອງໂລກພາກພື້ນ ເຊິ່ງມີທັງກາລະໂອກາດ ແລະ ສິ່ງທ້າ ທາຍ. ພ້ອມກັນນີ້, ກໍໄດ້ຢໍ້າຄືນຄວາມ ໝາຍໝັ້ນ ຂອງຜູ້ນຳລັດຖະສະພາສະ ມາຊິກໄອປາ ທີ່ຈະຕ້ອງເພີ່ມທະວີບົດ ບາດລັດຖະສະພາ ໃນການຊຸກຍູ້ການ ເຊື່ອມຈອດ ແລະ ການເຕີບໂຕແບບ ກວມລວມຂອງອາຊຽນ. ນອກຈາກນີ້, ໃນກອງປະຊຸມກຳມາ ທິການປະຈຳຕ່າງໆ ຂອງໄອປາ ກໍໄດ້ ລົງເລິກຄົ້ນຄວ້າປຶກສາຫາລື, ພິຈາລະ ນາແລະຮັບຮອງເອົາຮ່າງມະຕິທັງໝົດ 37 ສະບັບ. ໃນນີ້, ຂົງເຂດວຽກງານ ການເມືອງ ມີ 4 ສະບັບ, ຂົງເຂດວຽກ ງານເສດຖະກິດ8ສະບັບ,ຂົງເຂດວຽກ ງານສັງຄົມ 5 ສະບັບ, ວຽກງານເພດ ຍິງ 2 ສະບັບ, ວຽກງານຊາວໜຸ່ມ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນ ໄອປາ 15 ສະບັບ ແລະ ໃນຕອນທ້າຍ ຂອງກອງປະຊຸມ, ບັນດາຫົວໜ້າຄະນະ ຜູ້ແທນສະມາຊິກລັດຖະສະພາ ໄອປາ ໄດ້ລົງນາມໃສ່ຖະແຫລງການຮ່ວມ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45. ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງນີ້, ຍັງໄດ້ພິຈາລະນາຮັບຮອງເອົາ ປະເທດມາເລເຊຍ ເປັນເຈົ້້າພາບຈັດ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງ ຕໍ່ໄປ ໃນປີ 2025. ໃນໂອກາດສຸດທ້າຍນີ້, ທ່ານປະ ທານ ສະພາແຫ່ງຊາດລາວ ຕາງໜ້າ ໃຫ້ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະທານ ໄອປາ ຄັ້ງທີ45ສະແດງ ຄວາມຂອບໃຈມາຍັງ ທ່ານປະທານ ປະເທດ ແຫ່ງ ສປປ ລາວ ທີ່ໃຫ້ກຽດ ເຂົ້າຮ່ວມ ແລະ ກ່າວສູນທອນພົດຕໍ່ພິທີ ເປີດກອງປະຊຸມ, ສະແດງຄວາມຂອບ ໃຈມາຍັງບັນດາຄະນະຜູ້ແທນ ຈາກປະ ເທດສະມາຊິກອາຊຽນ, ບັນດາປະເທດ ສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດທະນາຂອງໄອປາ, ເລຂາທິ ການໃຫຍ່ອາຊຽນ, ເລຂາທິການໃຫຍ່ ໄອປາ, ທູຕານຸທູດ ແລະ ຜູ້ຕາງໜ້າອົງ ການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ບັນດາຜູ້ແທນທັງໝົດ ທີ່ໄດ້ເຂົ້າ ຮ່ວມກອງປະຊຸມຢ່າງຕັ້ງໜ້າ ແລະ ປະກອບສ່ວນຢ່າງສຳຄັນ ເຮັດໃຫ້ກອງ ປະຊຸມຄັ້ງນີ້ ມີຜົນສຳເລັດຢ່າງຈົບ ງາມ; ຂໍຂອບໃຈ ແລະ ຊົມເຊີຍ ຄະນະ ຮັບຜິດຊອບກະກຽມກອງປະຊຸມ ທີ່ໄດ້ ເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ, ມີຄວາມຮັບຜິດຊອບສູງ ໃນການກະ ກຽມ ແລະ ຕະຫລອດໄລຍະການດໍາ ເນີນກອງປະຊຸມຄັ້ງນີ້ ຈົນມີຜົນສໍາເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ວາງໄວ້. ຂໍສະແດງຄວາມຂອບໃຈ ແລະ ຊົມ ເຊີຍຢ່າງຈິງໃຈ ມາຍັງສື່ມວນຊົນທຸກ ພາກສ່ວນທັງພາຍໃນແລະຕ່າງປະເທດ ທີ່ໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເກັບກຳ ຂ່າວ ແລະ ເຜີຍແຜ່ຢ່າງທັນການກ່ຽວ ກັບການດຳເນີນກອງປະຊຸມໃນຄັ້ງນີ້ ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ. ພິເສດຂໍສະແດງຄວາມຂອບໃຈມາ ຍັງປະຊາຊົນລາວບັນດາເຜົ່າ ໂດຍສະ ເພາະນະຄອນຫລວງວຽງຈັນ ທີ່ໄດ້ ຕ້ອນຮັບແຂກບ້ານເມືອງ ດ້ວຍບັນຍາ ກາດທີ່ອົບອຸ່ນ ແລະ ສຳຄັນແມ່ນການ ຮັກສາຄວາມປອດໄພ, ອຳນວຍຄວາມ ສະດວກຂອງເຈົ້າໜ້າທີ່ກອງກຳລັງ ຕ່າງໆທີ່ໄດ້ເປັນເຈົ້າການຮັກສາຄວາມ ເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ ກອງປະຊຸມໄດ້ຮັບຜົນສຳເລັດຢ່າງ ຈົບງາມ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2024 ທີ່ ນະຄອນຫລວງຈາກາຕາ ປະເທດ ອິນໂດເນເຊຍ ໂດຍມີການນຳຂັ້ນສູງ ຈາກບັນດາປະເທດອາຊຽນ, ສປ ຈີນ, ອາເມລິກາ, ອັງກິດ, ອົດສະຕຣາລີ ແລະ ປະເທດເພື່ອນມິດຕ່າງໆ ຂອງອິນ ໂດເນເຊຍ ທັງໝົດ 32 ປະເທດ ເຂົ້າ ຮ່ວມ ເພື່ອສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ ປະທານາທິບໍດີ ແລະ ຮອງ ປະທານາທິບໍດີຄົນໃໝ່ ທີ່ໄດ້ຮັບໄຊຊະ ນະໃນການເລືອກຕັ້ງທົ່ວປະເທດ ໃນ ເດືອນກຸມພາ 2024 ທີ່ຜ່ານມາ. ໃນພິທີດັ່ງກ່າວ, ປະທານາທິບໍດີ ພຣາໂບໂວ ສຸບຽນໂຕ ໄດ້ປະກາດນະ ໂຍບາຍທີ່ສໍາຄັນໃນການນໍາພາ ແລະ ພັດທະນາປະເທດອິນໂດເນເຊຍ ແຕ່ ປີ 2024-2029. ພ້ອມນີ້, ທ່ານຍັງໄດ້ ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດ ແກ່ບັນດາປະມຸກລັດ ແລະ ການນໍາຂັ້ນ ສູງ ຂອງປະເທດຕ່າງໆທີ່ເຂົ້າຮ່ວມ ງານຄັ້ງນີ້ຢ່າງສົມກຽດ. ພາຍຫລັງສຳເລັດພິທີສາບານໂຕ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານ ປະເທດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ຄົນໃໝ່ ຂອງອິນໂດເນເຊຍ ແລະ ພົບ ປະກັບ ທ່ານ Muhammad Sarmuji ເລຂາທິການໃຫຍ່ພັກໂກນກາ ໂດຍໄດ້ ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກ ຜົນໃນໄລຍະຜ່ານມາ ແລະ ເຫັນດີຈະ ຮ່ວມມືກັນເສີມຂະຫຍາຍສາຍພົວພັນ ອັນດີງາມທີ່ເປັນມູນເຊື້ອ ແລະ ການພົວ ພັນທີ່ດີລະຫວ່າງສອງພັກແລະສອງປະ ເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພິທີສາບານໂຕເຂົ້າຮັບຕໍາແໜ່ງປະ ທານາທິບໍດີ ຢ່າງເປັນທາງການ ຖືເປັນ ສັນຍາລັກທີ່ມີຄວາມໝາຍ ແລະ ຄວາມ ສໍາຄັນທີ່ສຸດ ສໍາລັບການເມືອງໃນລະ ບົບປະທານາທິບໍດີ, ການສາບານໂຕ ຢ່າງເປັນທາງການຖືເປັນການປ່ຽນ ຜ່ານໃນຂະບວນການປະຊາທິປະໄຕ ທີ່ຜູ້ໄດ້ຮັບເລືອກຕັ້ງໃໝ່ ໃຫ້ມາບໍລິ ຫານປະເທດແທນຜູ້ເກົ່າ ຈະຕ້ອງໄດ້ ເຂົ້າຮ່ວມ ເພື່ອໃຫ້ສອດຄ່ອງກັບລັດຖະ ທໍາມະນູນ ແລະ ກົດໝາຍທີ່ວາງອອກ. ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນໃນວັນທີ 30 ສິງຫາ 1957, ນັບແຕ່ສ້າງຕັ້ງສາຍພົວພັນ ການທູດນຳກັນມາ ເປັນເວລາ 67 ປີ, ການພົວພັນຮ່ວມມືຂອງສອງປະເທດ ກໍໄດ້ມີບາດກ້າວຂະຫຍາຍຕົວຂຶ້ນ ເປັນລຳດັບ ຕາມທ່າອ່ຽງຂອງຍຸກສະ ໄໜ ໂດຍອີງໃສ່ເງື່ອນໄຂຕົວຈິງ ແລະ ສະພາບການພັດທະນາດ້ານເສດຖະ ກິດຂອງສອງປະເທດ. ສອງປະເທດ ລາວ-ອິນໂດເນເຊຍ ມີການຮ່ວມມືອັນ ດີຮ່ວມກັນທາງດ້ານການເມືອງ, ເສດ ຖະກິດ-ສັງຄົມ, ການສຶກສາ, ປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ, ສາທາ ລະນະສຸກ, ການທ່ອງທ່ຽວ ແລະ ດ້ານ ອື່ນໆ.ນອກນີ້,ສອງປະເທດຍັງໄດ້ສ້າງ ຕັ້ງກົນໄກຄະນະກໍາມາທິການຮ່ວມວ່າ ດ້ວຍການຮ່ວມມືສອງຝ່າຍ (ກອງປະ ຊຸມ JCBC) ເຊິ່ງໄດ້ປະຊຸມຮ່ວມກັນ ມາແລ້ວ 5 ຄັ້ງ ເພື່ອຊຸກຍູ້ການຮ່ວມມື ໃນຂົງເຂດຕ່າງໆ. ນອກຈາກນີ້, ສອງ ຝ່າຍຍັງໄດ້ເຊັນສັນຍາ ແລະ ບົດບັນທຶກ ຄວາມເຂົ້າໃຈຕ່າງໆຮ່ວມກັນ 20 ກວ່າ ສະບັບ. ຮອງປະທານປະເທດ... ແລະ ພາກພູມໃຈ ທີ່ໄດ້ຮັບກຽດເປັນ ເຈົ້າພາບ ແລະ ປະທານກອງປະຊຸມ ໄອປາ ຄັ້ງທີ 45 ໄດ້ປຶກສາຫາລື ແລະ ຕົກລົງຫລາຍຫົວຂໍ້ສໍາຄັນ ຕາມພາລະ ບົດບາດຂອງຕົນ ເພື່ອເປັນການສົ່ງເສີມ ແລະຮັດແໜ້ນການຮ່ວມມືໃນຂະແໜງ ການນິຕິບັນຍັດ ກໍຄື ເພື່ອປະກອບສ່ວນ ເຂົ້າໃນຂະບວນການການສ້າງປະຊາ ຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ກໍຄືການປະກອບສ່ວນເຂົ້າໃນພາລະກິດ ລວມແຫ່ງການປົກປັກຮັກສາ ແລະ ສົ່ງ ເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບຸນພູນສຸກຂອງພາກພື້ນ. ບັນດາຍັດຕິທີ່ໄອປາ ໄດ້ຮັບຮອງເອົາ ໃນໂອກາດກອງປະຊຸມຄັ້ງນີ້, ກວມເອົາ ຂົງເຂດການເມືອງ, ເສດຖະກິດ, ສັງ ຄົມ, ແມ່ຍິງ, ຊາວໜຸ່ມ, ວຽກງານພາຍ ໃນ,ກອງປະຊຸມລະຫວ່າງອາຊຽນແລະ ໄອປາ ເຊິ່ງຈະເປັນເອກະສານພື້ນຖານ ສຳຄັນ ສຳລັບການຜັນຂະຫຍາຍຄຳ ຂວັນສຳລັບການເປັນປະທານໄອປາ ຄັ້ງທີ45ຂອງສປປລາວໃນປີ2024. ນອກຈາກນີ້, ກໍໄດ້ມີກອງປະຊຸມຮ່ວມ ລະຫວ່າງ ໄອປາ ກັບ ລັດຖະສະພາປະ ເທດສັງເກດການ ເພື່ອເພີ່ມທະວີການ ກອງປະຊຸມ... ຮ່ວມມື, ການສະໜັບສະໜູນ, ແກ້ໄຂບັນ ຫາທີ່ເກີດຂຶ້ນ ແນໃສ່ຮັບປະກັນການ ເຊື່ອມຈອດ ແລະ ການເຕີບໂຕແບບ ກວມລວມ, ຊຶ່ງປະທານກອງປະຊຸມ ແຕ່ລະກຳມາທິການປະຈຳ ໄດ້ລາຍ ງານຈະແຈ້ງຄົບຖ້ວນແລ້ວ. ເພື່ອໃຫ້ຜົນຂອງກອງປະຊຸມ ໄອປາ ຄັ້ງນີ້, ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທຳ, ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງບັນດາສະມາຊິກ ລັດຖະສະພາລະຫວ່າງຊາດອາຊຽນ, ລັດຖະສະພາປະເທດສັງເກດການແລະ ຄູ່ຮ່ວມພັດທະນາໄອປາ ນຳເອົາເນື້ອ ໃນຈິດໃຈສຳຄັນຂອງບັນດາມະຕິຕ່າງໆ ກໍຄື ຄຳຕົກລົງຂອງກອງປະຊຸມໄປເຜີຍ ແຜ່ ແລະ ເຊື່ອມສານເຂົ້າໃນວຽກງານ ຂອງຕົນໃຫ້ປະກົດຜົນເປັນຈິງ, ສາ ມາດປະເມີນໄດ້ ແລະ ມີການລາຍງານ ຢ່າງເປັນລະບົບ. ທັງນີ້, ກໍເພື່ອຍົກສູງ ບົດບາດຂອງໄອປາ ໃນການຊຸກຍູ້ສົ່ງ ເສີມການຈັດຕັ້ງປະຕິບັດວິໄສທັດປະ ຊາຄົມອາຊຽນ 2025 ກໍຄື ການສົ່ງ ເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ເຮັດໃຫ້ເສດຖະກິດອາຊຽນມີ ຄວາມເຂັ້ມແຂງ, ເປີດກວ້າງ, ປະຊາ ຄົມມີຄວາມສາມັກຄີປອງດອງ, ມີການ ພັດທະນາທີ່ເທົ່າທຽມກັນ, ຊີວິດການ ເປັນຢູ່ຂອງປະຊາ ຊົນດີຂຶ້ນ ແລະ ພ້ອມ ກັນກ້າວໄປຂ້າງໜ້າ. ພ້ອມນີ້,ທ່ານໄຊສົມພອນພົມວິຫານ ຍັງໄດ້ສະແດງຄວາມຂອບໃຈ ຢ່າງຈິງ ໃຈ ມາຍັງບັນດາລັດຖະສະພາປະເທດ ສະມາຊິກໄອປາ, ລັດຖະສະພາສັງເກດ ການ, ກອງເລຂາໄອປາ, ສະພາແຫ່ງ ຊາດລາວ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງທັງພາຍໃນ ແລະ ຕ່າງປະເທດ ທີ່ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການປະຕິບັດໜ້າທີ່ອັນມີ ກຽດສະຫງ່າດັ່ງກ່າວ ດ້ວຍຜົນສຳເລັດ ອັນຈົບງາມແລະທ່ານຍັງສະແດງຄວາມ ເຊື່ອໝັ້ນວ່າພາຍໃຕ້ການ ເປັນປະທານ ໄອປາ ຂອງມາເລເຊຍ ໃນຄັ້ງຕໍ່ໄປນີ້ຈະ ປະສົບຜົນສຳເລັດໃໝ່ ໃຫຍ່ຫລວງກ່ວາ ເກົ່າ. ຂ່າວ: ກິດຕາ; ພາບ: ເກດສະໜາ ການເຂົ້າຮ່ວມພິທີສາບານໂຕ ດັ່ງ ກ່າວ, ຂອງຄະນະຜູ້ແທນລາວ ເປັນ ການສືບຕໍ່ເຈດຕະນາລົມອັນສະເໝີ ຕົ້ນ ສະເໝີປາຍ ໃນການສົ່ງເສີມການພົວ ພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບ ບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກ ໂດຍສະເພາະກັບອິນໂດ ເນເຊຍ ທີ່ຢູ່ໃນຄອບຄົວອາຊຽນດຽວ ກັນ, ທັງເປັນການນໍາເອົາການສະໜັບ ສະໜູນຢ່າງຈິງໃຈຈາກພັກ, ລັດຖະ ບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມາຍັງພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ. ຂ່າວ-ພາບ: ກຕທ ສະພາແຫ່ງຊາດ ແຫ່ງ ສ ເບລາຣຸດຊີ ພ້ອມຄະນະ ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຄັ້ງທີ 45 (AIPA-45) ຢູ່ ສປປ ລາວ ຕາມການເຊື້ອເຊີນຂອງ ສະພາແຫ່ງຊາດລາວ. ການພົບປະສອງຝ່າຍຄັ້ງນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ, ພົບປະ ຂອງ ທ່ານ ອີກໍ ເຊີເກເຢນໂກ ພ້ອມຄະ ນະຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມື ອັນດີ ງາມ ລະຫວ່າງ ສອງປະເທດ, ທັງເປັນ ການຈັດຕັ້ງປະຕິບັດບົດບັນທຶກການ ຮ່ວມມື ລະຫວ່າງ 2 ສະພາແຫ່ງຊາດ ລາວ ແລະ ເບລາຣຸດຊີ ໃຫ້ນັບມື້ນັບເຂົ້າ ສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງໆ ຂຶ້ນ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ເບລາ ຣຸດຊີ ໃນຕະຫລອດໄລຍະຜ່ານມາ ໄດ້ ມີການຂະຫຍາຍຕົວຢ່າງ ເປັນລຳດັບ ພາຍຫລັງການຢ້ຽມຢາມລັດຖະກິດ ຢູ່ ສ ເບລາລຸດຊີ ຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນປີ 2013. ນັບແຕ່ ນັ້ນມາ, ສອງຝ່າຍໄດ້ມີການແລກປ່ຽນ ຄະນະຜູ້ແທນນຳກັນຫລາຍຂຶ້ນ, ສະ ແດງອອກໃນການຮ່ວມມືລະຫວ່າງ ບັນດາຂະແໜງການທີ່ກ່ຽວຂ້ອງ ຂອງສອງປະເທດ ໄດ້ມີການພະຍາຍາມ ຫລາຍຂຶ້ນ ເຊັ່ນ: ດ້ານການເມືອງ, ເສດ ຖະກິດ-ການຄ້າ, ການລົງທຶນ, ການ ປະທານສະພາແຫ່ງຊາດ... ສຶກສາ, ສາທາລະນະສຸກ, ວັດທະນະ ທຳ, ທ່ອງທ່ຽວ ແລະ ດ້ານອື່ນໆ. ແຕ່ ຍ້ອນຄວາມຫຍຸ້ງຍາກຂອງທັງສອງ ຝ່າຍເຫັນວ່າ ບັນດາສັນຍາຮ່ວມມື ເຫລົ່ານັ້ນ ຍັງບໍ່ທັນໄດ້ຮັບການເສີມຂະ ຫຍາຍ ໃຫ້ແຕກດອກອອກຜົນເທົ່າ ທີ່ ຄວນຍ້ອນສອງຝ່າຍ ຍັງບໍ່ທັນສາມາດ ຈັດຕັ້ງປະຕິບັດບັນດາສັນຍາ ແລະ ບົດ ບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມ ໃນປີ 2013 ຢ່າງເຕັມເມັດເຕັມໜ່ວຍ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິ ຫານ ຍັງສະເໜີທິດທາງການພົວພັນ ແລະ ຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງ ອົງການນິຕິບັນຍັດ ໂດຍສະເພາະການ ສືບຕໍ່ແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງ, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະ ພາບລັດຖະສະພາຂອງສອງປະເທດ; ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວ ສານໃນການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດຮ່ວມນຳກັນ; ຮ່ວມກັນຈັດກອງປະຊຸມສໍາມະນາ, ທັດ ສະນະສຶກສາ ແລະ ຈັດກອງປະຊຸມ ແບບເຊິ່ງໜ້າ ແລະ ຜ່ານລະບົບເອເລັກ ໂຕຣນິກນຳກັນ;ຮ່ວມກັນຊຸກຍູ້ແລະຕິດ ຕາມກວດກາການຈັດຕັ້ງປະຕິບັດບັນ ດາສັນຍາ, ສົນທິສັນຍາ, ບັນດາໂຄງ ການຮ່ວມມື ແລະ ໂຄງການລົງທຶນ ຕ່າງໆ ທີ່ສອງປະເທດໄດ້ລົງນາມຮ່ວມ ກັນ ໃຫ້ມີປະສິດຕິພາບ ແລະ ປະສິດຕິ ຜົນດີ; ສືບຕໍ່ແລກປ່ຽນຄໍາເຫັນ, ຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ເຊິ່ງ ກັນແລະກັນໃນເວທີລັດຖະສະພາພາກ ພື້ນ ແລະ ສາກົນ. ຂ່າວ: ກິິດຕາ; ພາບ: ຂັນໄຊ ສະມາຊິກ... ທ່ານນາງທຸມມາລີວົງພະຈັນປະທານ ໄວປາ ຄັ້ງທີ 45, ທັງເປັນປະທານກໍາ ມາທິການຍຸຕິທໍາສະພາແຫ່ງຊາດ ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ປະ ທານ ໄອປາ ຄັ້ງທີ 45, ມີບັນດາຫົວ ໜ້າຄະນະຜູ້ແທນໄວປາ, ບັນດາສະມາ ຊິກລັດຖະສະພາເພດຍິງ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນວ່າ: ກອງປະຊຸມໄວປາ ໃນຄັ້ງນີ້, ຈະເປັນການສານຕໍ່ປະເພນີ ທີ່ໄດ້ປະຕິບັດຜ່ານມາ ແລະ ຈະພ້ອມ ກັນປຶກສາຫາລື ດ້ວຍຄວາມຮັບຜິດ ຊອບ ຕາມວິຖີຂອງໄອປາ ເພື່ອເຮັດໃຫ້ ກອງປະຊຸມໄວປາຄັ້ງນີ້ ປະສົບຜົນສໍາ ເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ ວາງໄວ້, ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າ ຮ່າງມະຕິກ່ຽວກັບການສົ່ງເສີມ ລັດຖະສະພາທີ່ເອົາໃຈໃສ່ບົດບາດ ຍິງຊາຍ ເພື່ອປະຊາຄົມອາຊຽນ ທີ່ເຂັ້ມ ແຂງ, ເຊື່ອມຈອດ ແລະ ກວມລວມ ແລະ ຮ່າງມະຕິກ່ຽວກັບການສົ່ງເສີມ ການລຶບລ້າງຄວາມຮຸ່ນແຮງຕໍ່ແມ່ຍິງ ແລະ ເດັກຍິງຂອງອາຊຽນ ຈະສາມາດ ຮັບຮອງເອົາໄດ້ ເພາະທັງ 2 ຫົວຂໍ້ດັ່ງ ກ່າວ, ລ້ວນແຕ່ເປັນບັນຫາທີ່ສໍາຄັນ ເພື່ອຍົກສູງບົດບາດ, ສົ່ງເສີມຄວາມ ສະເໝີພາບຍິງ-ຊາຍ, ສ້າງຄວາມເຂັ້ມ ແຂງໃຫ້ແກ່ແມ່ຍິງ ແລະ ພັດທະນາ ຄວາມກ້າວໜ້າຂອງແມ່ຍິງໃນເວທີ ການເມືອງຂອງພາກພື້ນ ແລະ ສາ ກົນຫລາຍຂຶ້ນ ດ້ວຍການສ້າງນິຕິກຳ ແລະ ກົນໄກຕ່າງໆ. ກອງປະຊຸມໄວປາແຕ່ລະຄັ້ງ, ລ້ວນ ແຕ່ເປັນເວທີ ທີ່ມີຄວາມໝາຍສໍາຄັນ ຂອງສະມາຊິກລັດຖະສະພາເພດຍິງ ຂອງບັນດາປະເທດສະມາຊິກອາຊຽນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາ ຄິດເຫັນເຊິ່ງກັນ ແລະ ກັນ. ຂ່າວ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==