ສາຍການບິນຫວຽດເຈັດ ເປີດຖ້ຽວບິນທີ່ເປັນມິດກັບສິ່ງແວດລ້ອມ ຖ້ຽວທໍາອິດຂອງຫວຽດນາມ

21/10/2024 22:19
Email Print 139
ຂປລ ສາຍການບິນຫວຽດເຈັດ (Vietjet) ຢືນຢັນຄວາມມຸ່ງໝັ້ນໃນການຫລຸດຜ່ອນການປ່ອຍອາຍກາກໂບນິກ ແລະ ສົ່ງເສີມການບິນສີຂຽວ ດ້ວຍການເປີດຖ້ຽວບິນທໍາອິດທີ່ໃຊ້ເຊື້ອໄຟການບິນແບບຍືນຍົງ

ຂປລ. ສາຍການບິນຫວຽດເຈັດ (Vietjet) ຢືນຢັນຄວາມມຸ່ງໝັ້ນໃນການຫລຸດຜ່ອນການປ່ອຍອາຍກາກໂບນິກ ແລະ ສົ່ງເສີມການບິນສີຂຽວ ດ້ວຍການເປີດຖ້ຽວບິນທໍາອິດທີ່ໃຊ້ເຊື້ອໄຟການບິນແບບຍືນຍົງ (SAF) ໃນຫວຽດນາມ ຊຶ່ງຖືວ່າເປັນຄວາມສໍາເລັດຄັ້ງສໍາຄັນຂອງອຸດສາຫະກໍາການບິນຂອງປະເທດ ແລະ ມີສ່ວນສະໜັບສະໜູນການປ່ຽນແປງໄປສູ່ການເດີນທາງທາງອາກາດທີ່ຍືນຍົງທົ່ວໂລກ.

ໃນຖ້ຽວບິນສອງຖ້ຽວຂອງ Vietjet ທີ່ໃຊ້ SAF ອອກເດີນທາງຈາກສະໜາມບິນນານາຊາດ Tan Son Nhat ໃນນະຄອນໂຮ່ຈີ່ມິງໄປຫານະຄອນ Melbourne ແລະ ນະຄອນຫລວງ Seoul ໂດຍຖ້ຽວບິນເຫລົ່ານີ້ໄດ້ຮັບການຈັດຫາໂດຍ Petrolimex Aviation ຊຶ່ງເປັນຜູ້ໃຫ້ບໍລິການນໍ້າມັນເຊື້ອໄຟໃຫ້ກັບເຮືອບິນຊັ້ນນໍາໃນຫວຽດນາມ. SAF ຜະລິດຈາກວັດຖຸດິບເຊັ່ນ: ນໍ້າມັນປຸງອາຫານທີ່ໃຊ້ແລ້ວ, ຜະລິດຕະພັນກະສິກຳ ແລະ ສິ່ງເສດເຫລືອຈາກຂີ້ເຫຍື້ອ, SAF ສາມາດຫລຸດຜ່ອນການປ່ອຍອາຍກາກໂບນິກໄດ້ເຖິງ 80% ເມື່ອປຽບທຽບກັບນໍ້າມັນເຊື້ອໄຟແບບດັ້ງເດີມ. ການຕອບສະໜອງມາດຕະຖານການບິນສາກົນ SAF ຖືກນໍາໃຊ້ຢ່າງປອດໄພໃນການດໍາເນີນງານ


ການບິນການຄ້າ ແລະ ຖືວ່າເປັນນໍ້າມັນເຊື້ອໄຟໃນອະນາຄົດຂອງການບິນ. ຄຽງຄູ່ກັບການບິນເບື້ອງຕົ້ນຄັ້ງນີ້ຢູ່ຫວຽດນາມ ແລະ ໃນທົ່ວໂລກ ໄດ້ຖືກນຳໃຊ້ຢ່າງກວ້າງຂວາງໃນຕໍ່ໜ້າຄາດວ່າຄ່າໃຊ້ຈ່າຍໃນການຜະລິດ SAF ຈະຫລຸດລົງຕື່ມອີກ.  ທ່ານ Dinh Viet Thang  ຜູ້ອໍານວຍການທົ່ວໄປຂອງສໍານັກງານການບິນພົນລະເຮືອນຂອງຫວຽດນາມ ໃຫ້ຮູ້ວ່າ: "Vietjet Air ແລະ Petrolimex Aviation ໄດ້ດໍາເນີນການບິນລະຫວ່າງປະເທດຖ້ຽວທໍາອິດທີ່ໃຊ້ເຊື້ອໄຟການບິນຍືນຍົງໃນຫວຽດນາມສຳເລັດ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການໃຊ້ເຊື້ອໄຟຍືນຍົງຢ່າງຊັດເຈນ ນີ້ເປັນຄວາມພາກພູມໃຈຂອງອຸດສາຫະກໍາການບິນ ເນື່ອງຈາກເຮົາມີສ່ວນຮ່ວມໃນການປົກປ້ອງສິ່ງແວດລ້ອມ ແລະ ການພັດທະນາຢ່າງຍືນຍົງ. ນີ້ຍັງຢືນຢັນບົດບາດຂອງ Vietjet ໃນຖານະສະມາຊິກທີ່ມີຄວາມຮັບຜິດຊອບຂອງການບິນໂລກ." ຖ້ຽວບິນ Vietjet ນຳໃຊ້ SAF ມີຄວາມໝາຍພິເສດ ສະແດງເຖິງສັນຍະລັກຂອງຖ້ຽວບິນສີຂຽວ ແລະ ການເດີນທາງທີ່ເປັນມິດກັບສິ່ງແວດລ້ອມ. ໃນການຄົ້ນຄວ້າ, ພັດທະນາ ແລະ ການນຳໃຊ້ SAF, Vietjet ຍັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ເພີ່ມທະວີການຮ່ວມມືກັບທຸກພາກສ່ວນ ເພື່ອຫລຸດຜ່ອນການປ່ອຍອາຍກາກໂບນິກໃນການບິນແລະ ຊຸກຍູ້ການເຕີບໂຕແບບຍືນຍົງ.”

ໃນຖານະເປັນທຸລະກິດການບິນທີ່ຍືນຍົງ, Vietjet ໄດ້ປັບປຸງແຫລ່ງຊັບພະຍາກອນຢ່າງບໍ່ຢຸດຢັ້ງ ເພື່ອປົກປັກຮັກສາສິ່ງແວດລ້ອມ ເປັນສາຍການບິນຫວຽດນາມແຫ່ງທຳອິດ ທີ່ມີບົດລາຍງານຄວາມຍືນຍົງຂອງ ESG ຢ່າງຮອບດ້ານ ແລະ ມຸ່ງໝັ້ນທີ່ຈະສົ່ງເສີມການນຳໃຊ້ SAF, ສະໜັບສະໜູນຍຸດທະສາດການເຕີບໂຕສີຂຽວຂອງຫວຽດນາມ ໃນນປີ 2050. ຖ້ຽວບິນ SAF ນີ້ໄດ້ຂະຫຍາຍຄວາມມຸ່ງໝັ້ນຂອງ Vietjet ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ເຊິ່ງໄດ້ເລີ່ມຂຶ້ນໂດຍສາຍການບິນມີເຮືອບິນ 3 ລໍາ. Vietjet ໄດ້ບຸກເບີກບັນດາຂໍ້ລິເລີ່ມດ້ານສິ່ງແວດລ້ອມຕ່າງໆເຊັ່ນ: ການຫັນປ່ຽນຈາກເຈ້ຍໄປເປັນປີ້ເອເລັກໂທນິກ, ສົ່ງເສີມການເຊັກອິນ ແລະ ຊຳລະເງິນທາງອອນລາຍ ແລະ ນຳໃຊ້ອຸປະກອນທີ່ເປັນມິດກັບສິ່ງແວດລ້ອມ, ສາມາດນຳມາໃຊ້ຄືນໄດ້ຢູ່ເທິງເຮືອບິນ. ສາຍການບິນຍັງປະຕິບັດໂຄງການປະຢັດນ້ຳມັນ ແລະ ມີສ່ວນຮ່ວມຢ່າງເປັນປົກກະຕິດ້ານສິ່ງແວດລ້ອມເຊັ່ນ: ການປູກຕົ້ນໄມ້ ແລະ ການອະນາໄມມະຫາສະໝຸດ.

ນອກຈາກນີ້ Vietjet ຍັງສືບຕໍ່ຂະຫຍາຍຕາໜ່າງການບິນທົ່ວໂລກ ເພື່ອຕອບສະໜອງຄວາມຕ້ອງການການບິນທີ່ນັບມື້ນັບເພີ່ມຂຶ້ນ ໂດຍມີເຮືອບິນທີ່ທັນສະໄໝ, ປະຢັດນ້ຳມັນ, ສາຍການບິນສະເໜີຖ້ຽວບິນໂດຍກົງຈາກນະຄອນຫລວງວຽງຈັນໄປນະຄອນໂຮ່ຈີ່ມິງ ຊຶ່ງເປັນນະຄອນໃຫຍ່ທີ່ສຸດຂອງຫວຽດນາມ. ເຄືອຂ່າຍທີ່ກວ້າງຂວາງຂອງສາຍການບິນໄດ້ອຳນວຍຄວາມສະດວກໃຫ້ແກ່ການເຊື່ອມຕໍ່ຢ່າງບໍ່ຢຸດກັບຈຸດໝາຍປາຍທາງຕ່າງໆໃນທົ່ວອາຊີ-ປາຊີຟິກ ເພື່ອສົ່ງເສີມວິທີການສຳຫລວດພາກພື້ນທີ່ຍືນຍົງຫລາຍຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top