ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

22/10/2024 15:59
ຂປລ ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.



ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ
47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.




ທ່ານ ວະລາດີເມຍ ຄາລີນິນ
ໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2018 ເປັນຕົ້ນມາ, ຣັດເຊຍ ໄດ້ເປັນຄູ່ຮ່ວມມືກັບອົງການອາຫານໂລກ ໃນການສະໜັບສະໜູນ ວຽກງານຂອງລັດຖະບານລາວ ໃນການສ້າງຄວາມຢືດຢຸ່ນຂອງຊຸມຊົນ ແລະ ອາຫານໃນໂຮງຮຽນ. ການຊ່ວຍເຫລືອອາຫານ ໃຫ້ເດັກນ້ອຍ ຢູ່ໂຮງຮຽນໃນເຂດຊົນນະບົດຂອງ ສປປ ລາວ ຄັ້ງນີ້, ແມ່ນດຳເນີນໄປຄຽງຄູ່ກັບ ລະບົບການເສີມສ້າງຄວາມເຂັ້ມແຂງ ແລະ ການສ້າງຂີດຄວາມອາດສາມາດ ຂອງຣັດເຊຍ ທີ່ມີການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເພື່ອສົ່ງເສີມວຽກງານອາຫານ ໃນໂຮງຮຽນຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ. ພວກເຮົາເຊື່ອວ່າ ການເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບ ໃນໂຮງຮຽນເປັນປະຈຳ ເປັນຫົນທາງທີ່ດີໃນການຕໍ່ສູ້ກັບການຂາດສານອາຫານ ແລະ ສ້າງກໍາລັງແຮງງານທີ່ເຂັ້ມແຂງ ສໍາລັບອະນາຄົດຂອງ ສປປ ລາວ.




ທ່ານ ມາກ ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ກ່າວວ່າ: ອາຫານໃນໂຮງຮຽນມີບົດບາດສໍາຄັນ ໃນການຮັກສາເດັກນ້ອຍໃຫ້ຢູ່ໃນໂຮງຮຽນ ເພາະວ່າອາຫານໃນໂຮງຮຽນ ຊ່ວຍແບ່ງເບົາພາລະໃຫ້ແກ່ຄອບຄົວ ທີ່ມີຄວາມຫຍຸ້ງຍາກ ໃນການຫາອາຫານ ມາລ້ຽງດູຄອບຄົວໃນແຕ່ລະວັນ ໂດຍສະເພາະໃນຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເມື່ອບໍ່ດົນມານີ້
, ການສູນເສຍສະບຽງອາຫານ ແລະ ການເກັບກ່ຽວຄັ້ງຕໍ່ໄປຍິ່ງມີຄວາມສຳຄັນຫລາຍ. ນອກຈາກນີ້, ການຊ່ວຍເຫລືອດ້ານສະບຽງອາຫານ ຈາກປະເທດຣັດເຊຍ ຍັງຊ່ວຍໃຫ້ ໂຄງການອາຫານທ່ຽງແຫ່ງຊາດ ຂອງລັດຖະບານ ສປປ ລາວ ສາມາດສືບຕໍ່ຈັດຕັ້ງປະຕິບັດ ໂດຍສະເພາະ ໃນພື້ນທີ່ ທີ່ປະສົບກັບບັນຫາ ການຂາດສານອາຫານສູງ ແລະ ຄວາມບໍ່ໝັ້ນຄົງທາງດ້ານ ອາຫານຕາມລະດູການ.

ນັບແຕ່ປີ 2002 ເປັນຕົ້ນມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ສ້າງລະບົບໂພຊະນາການ ຂອງໂຮງຮຽນໂດຍໄດ້ຮັບການສະໜັບສະໜູນ ຈາກຫລາຍພາກສ່ວນ ດ້ວຍການຊ່ວຍເຫລືອດັ່ງກ່າວ, ສປປ ລາວ ໄດ້ບັບັນລຸຜົນ ສຳເລັດຫລາຍດ້ານ ໂດຍສະເພາະ ການປັບປຸງຜົນການສຶກສາຄຽງຄູ່ ໄປກັບການແກ້ໄຂບັນຫາ ການຂາດສານອາຫານ ດ້ວຍການຈັດສັນທຶນຮອນແຫ່ງຊາດ ເຂົ້າໃນໂຄງການ ໂດຍການເຂົ້າຮ່ວມການເປັນ ສະມາຊິກສະຫະພັນອາຫານ ໃນໂຮງຮຽນສາກົນ, ສປປ ລາວ ກໍາລັງກ້າວເຂົ້າສູ່ໄລຍະ ຂອງການນຳເອົາໂຄງການອາຫານ ໃນໂຮງຮຽນຂອງຕົນຮວມ ເຂົ້າກັບນາໆຊາດ ໂດຍໄດ້ຮັບການຊ່ວຍເຫລືອ ຈາກຜູ້ຊ່ຽວຊານ ແລະ ຊັບພະຍາກອນຈາກ 100 ກວ່າປະເທດທົ່ວໂລກ.


ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

    • ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳຢູ່ ນວການເມືອງ

      ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳຢູ່ ນວ

      10/22/2024 3:37:00 PM

      ຂປລ. ລະຫວ່າງວັນທີ 19-21 ຕຸລາ 2024 ຜ່ານມາ, ບັນດາພັນລະຍາຂອງຫົວໜ້າຄະນະ ຜູ້ແທນລັດຖະສະພາ ຈາກ ບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ

ads
ads

Top