ກຳປູເຈຍ ສົ່ງອອກຢາງພາລາສ້າງລາຍໄດ້ ເກືອບ 400 ລ້ານໂດລາສະຫະລັດ

21/10/2024 11:41
Email Print 162
ຂປລ ກົມຢາງພາລາຂອງ ກຳປູເຈຍ ລາຍງານວ່າ: ກຳປູເຈຍ ສ້າງລາຍໄດ້ ຈາກການສົ່ງອອກ ຢາງພາລາ ລວມຢູ່ທີ 394 ລ້ານໂດລາສະຫະລັດ ໃນໄລຍະ 9 ເດືອນທຳອິດ ( ເດືອນມັງກອນ-ເດືອນກັນຍາ) ຂອງປີ 2024

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 18 ຕຸລາ, ກົມຢາງພາລາຂອງ ກຳປູເຈຍ ລາຍງານວ່າ: ກຳປູເຈຍ ສ້າງລາຍໄດ້ ຈາກການສົ່ງອອກ ຢາງພາລາ ລວມຢູ່ທີ 394 ລ້ານໂດລາສະຫະລັດ ໃນໄລຍະ 9 ເດືອນທຳອິດ ( ເດືອນມັງກອນ-ເດືອນກັນຍາ) ຂອງປີ 2024, ເພີ່ມຂຶ້ນ 18% ຈາກ 332,6 ລ້ານໂດລາ ສະຫະລັດ ໃນໄລຍະດຽວກັນ ຂອງປີ 2023.

ໂດຍກຳປູເຈຍ ສົ່ງອອກຢາງພາລາ 148.535 ໂຕນ ໃນໄລຍະເວລາດັ່ງກ່າວ , ເພີ່ມຂຶ້ນ 2,4% ຈາກ 242.654 ໂຕນ ໃນໄລຍະດຽວກັນຂອງປີ 2023. ໃນຂະນະທີ່ ລາຄາຈຳໜ່າຍ ນໍ້າຢາງພາລາຕໍ່ໂຕນ ໃນໄລຍະ 9ເດືອນ ສະເລ່ຍຢູ່ທີ 1.586 ໂດລາສະຫະລັດ, ເພີ່ມສູງຂຶ້ນ ປະມານ 215 ໂດລາສະຫະລັດ ຈາກປີກາຍ, ໂດຍກຳປູເຈຍ ສົ່ງອອກ ຜະລິດຕະພັນ ຢາງພາລາ ທຳມະຊາດ ໄປຍັງ ມາເລເຊຍ, ຫວຽດນາມ, ສິງກະໂປ ແລະ ສປ ຈີນ ເປັນຫລັກ./.

KPL

ຂ່າວອື່ນໆ

ads
ads

Top