ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

22/10/2024 16:13
ຂປລ ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.



ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ
, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈ ທ່ານ ວັນ ມູຫະມັດນໍ ມະທາ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງລັດຖະສະພາໄທ ເຂົ້າຮ່ວມກອງປະຊຸມໄອປາຄັ້ງທີ 45,  ພ້ອມທັງຕີລາຄາສູງ ຕໍ່ການພົບປະສອງຝ່າຍຄັ້ງນີ້, ຖືເປັນການພົບປະກັນ ຄັ້ງທໍາອິດ ພາຍຫລັງ ທ່ານ ວັນມູຫະມັດນໍ ມະທາ ໄດ້ຮັບການເລືອກຕັ້ງເປັນປະທານລັດຖະສະພາ, ປະທານສະພາຜູ້ແທນລາດສະດອນໄທ ເຊິ່ງເປັນການປະ ກອບສ່ວນສໍາຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາແບບຍືນຍົງ ຂອງສອງປະເທດ ລາວ-ໄທ, ໄທ-ລາວ ໂດຍສະເພາະລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.




ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງປະເທດ ແລະ ການຈັດຕັ້ງປະຕິບັດວຽກງານ ຂອງອົງການນິຕິບັນຍັດໃຫ້ກັນ ແລະ ກັນຊາບໂດຍຫຍໍ້ ແລະ ຮ່ວມກັນຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ກັບສະພາຜູ້ແທນລາດສະດອນໄທ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ສະແດງອອກມີການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນລະດັບສູງ
, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ການຈັດຕັ້ງປະຕິບັດ ພາລະບົດບາດນິຕິບັນຍັດ, ຈັດຕັ້ງປະຕິ ບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທີ່ໄດ້ລົງນາມຮ່ວມກັນໃນ ເດືອນທັນວາ 2022 ເຊິ່ງເປັນນິມິດໝາຍສໍາຄັນທາງປະຫວັດສາດ ແຫ່ງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ ໃຫ້ມີປະສິດທິພາບສູງຂຶ້ນ. ພ້ອມນີ້, ສອງອົງການນິຕິບັນຍັດ ຍັງໄດ້ມີການພົວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ຕື່ມອີກ.

ສຳລັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນຈິດໃຈຂອງບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ເປັນຮູບປະທໍາ ໂດຍສະເພາະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບ ລັດຖະສະພາ; ແລກປ່ຽນຂໍ້ມູນຂ່າວສານ ໃນການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ; ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆທີ່ສອງລັດຖະບານຂອງສອງປະເທດ ລົງນາມຮ່ວມກັນ ໃນດ້ານເສດຖະກິດ, ການຄ້າ-ການລົງທຶນ, ດ້ານພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ ກໍຄື ການຈັດຕັ້ງປະຕິບັດ ແຜນປະຕິບັດງານວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026); ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ໂອກາດດຽວກັນ, ປະທານສະພາຜູ້ແທນລາດສະດອນໄທ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມ ຫ້ອງມູນເຊື້ອ ແລະ ຫ້ອງປະຊຸມສະພາແຫ່ງຊາດ ຕື່ມອີກ.

ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ

KPL

ຂ່າວອື່ນໆ

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

    • ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳຢູ່ ນວການເມືອງ

      ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳຢູ່ ນວ

      10/22/2024 3:37:00 PM

      ຂປລ. ລະຫວ່າງວັນທີ 19-21 ຕຸລາ 2024 ຜ່ານມາ, ບັນດາພັນລະຍາຂອງຫົວໜ້າຄະນະ ຜູ້ແທນລັດຖະສະພາ ຈາກ ບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ

ads
ads

Top