ຍີ່ປຸ່ນ ມີທ່າອຽງຂາດແຄນແຮງງານສູງເຖິງ 3,84 ລ້ານຄົນໃນປີ 2035

21/10/2024 11:38
Email Print 142
ຂປລ ຍີ່ປຸ່ນ ຈະຜະເຊີນພາວະ ຂາດແຄນແຮງງານ 3,84 ລ້ານຄົນ ພາຍໃນປີ 2035 ຊຶ່ງເທົ່າກັບ ຂາດແຄນ ການໃຊ້ງານ 17,75 ລ້ານຊົ່ວໂມງ ຕໍ່ວັນ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ລາຍງານຈາກບໍລິສັດ ວິໄຈ ແລະ ໃຫ້ຄຳປຶກສາ ເພີຣໂຊລ ຮ່ວມກັບ ມະຫາວິທະຍາໄລ ຊູໂອະ ຂອງຍີ່ປຸ່ນ ຄາດການວ່າ: ຍີ່ປຸ່ນ ຈະຜະເຊີນພາວະ ຂາດແຄນແຮງງານ 3,84 ລ້ານຄົນ ພາຍໃນປີ 2035 ຊຶ່ງເທົ່າກັບ ຂາດແຄນ ການໃຊ້ງານ 17,75 ລ້ານຊົ່ວໂມງ ຕໍ່ວັນ.

ເຖິງວ່າ ກຳລັງແຮງງານ ໃນສະພາບລວມຂອງ ຍີ່ປຸ່ນ ມີທ່າອຽງເພີ່ມຂຶ້ນ ແຕ່ພາວະຂາດແຄນແຮງງານ ອາດຂະຫຍາຍຕົວ 1,85 ເທົ່າ ເມື່ອທຽບກັບ ປີ 2023, ເນື່ອງຈາກ ຈຳນວນ ຊົ່ວໂມງເຮັດວຽກ ລາຍບຸກຄົນຫລຸດລົງ ຕາມການປະຕິຮູບແບບ ການເຮັດວຽກ ແລະ ມາດຕະການອື່ນໆ ທີ່ແນໃສ່ປັບປຸງ ຄວາມສົມດຸນ ລະຫວ່າງ ງານກັບ ການດຳລົງຊີວິດ.

ໃນຂະນະທີ່ ກຳລັງແຮງງານຂອງ ຍີ່ປຸ່ນ ມີທ່າອຽງເພີ່ມຂຶ້ນ ຈາກ 67,47 ລ້ານຄົນໃນປີ 2023 ເປັນ 71,22 ລ້ານຄົນໃນປີ 2025, ໂດຍມີແຮງງານເປັນຜູ້ຍິງ ຜູ້ອາຍຸສູງ ແລະ ຊາວຕ່າງປະເທດ ຊຶ່ງຄາດວ່າ ຈຳນວນແຮງງານ ຊາວຕ່າງປະເທດ ຈະເຕີບໂຕ ຢ່າງຫລວງຫລາຍ ຈາກ 2,05 ລ້ານຄົນ ເປັນ 3,77 ລ້ານຄົນ.

ຢ່າງໃດກໍ່ຕາມ ຈຳນວນຊົ່ວໂມງ ເຮັດວຽກລາຍປີ ສະເລ່ຍ ຕໍ່ຄົນ ມີທ່າອຽງ ຫລຸດລົງ 8,8% ພາຍໃນປີ 2035 ຊຶ່ງສ່ວນໃຫຍ່ ມີສາເຫດຈາກ ກຳລັງ ແຮງງານ ສູງອາຍຸຂຶ້ນ ລວມທັງ ປະຕິຮູບແບບການເຮັດວຽກ./.

KPL

ຂ່າວອື່ນໆ

ads
ads

Top