ຊາວອິນເດຍ ດື່ມເຫລົ້າເຖື່ອນເສຍຊີວິດ 25 ຄົນ

21/10/2024 11:41
Email Print 181
ຂປລ ເຈົ້າໜ້າທີ່ ລັດຖະບານ ອິນເດຍ ເປີດເຜີຍວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 25 ຄົນ ຈາກການດື່ມເຫລົ້າ ທີ່ປົນເປື້ອນ ສານຜິດ ໃນລັດພິຫານ ທາງຕາເວັນອອກຂອງປະເທດ.

ຂປລ.ອ້າງຕາມຂ່າວ ລັດພິຫານຂອງ ອິນເດຍ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ລັດຖະບານ ອິນເດຍ ເປີດເຜີຍວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 25 ຄົນ ຈາກການ ດື່ມເຫລົ້າ ທີ່ປົນເປື້ອນ ສານຜິດ ໃນລັດພິຫານ ທາງຕາເວັນອອກ ຂອງປະເທດ. ຊຶ່ງເປັນເຫລົ້າ ພື້ນບ້ານ ທີ່ຊາວບ້ານ ຜະລິດຂຶ້ນເອງ ຢ່າງຜິດກົດໝາຍ, ນອກນີ້ ຍັງ ມີຜູ້ເຈັບ ເຂົ້າປິ່ນປົວຢູ່ໂຮງໝໍ ຈຳນວນໜຶ່ງ.

ສ່ວນເຈົ້າໜ້າທີ່ຕຳຫລວດ ເປີດເຜີຍວ່າ: ສາມາດ ຈັບກຸມ ຜູ້ຕ້ອງສົງໄສໄດ້ 22 ຄົນ ຖານພົວພັນກັບ ການຊື້-ຂາຍເຫລົ້າ ຊຶ່ງເປັນເລື່ອງທີ່ ຜິດກົດໝາຍ , ຫລັງຈາກ ທີ່ທາງການ ລັດພິຫານ ໄດ້ອອກກົດໝາຍ ຫ້າມການຈຳໜ່າຍ ແລະ ບໍລິໂພກ ເຄື່ອງດື່ມແອລກໍຮໍ ທຸກຊະນິດ ມາຕັ້ງແຕ່ປີ 2016. ປັດຈຸບັນ ຍັງຄົງພົບວ່າ: ມີຊາວ ບ້ານຈຳນວນໜຶ່ງ ນິຍົມດື່ມເຫລົ້າ ພື້ນບ້ານ ທີ່ລັກລອບຜະລິດ ກັນຂຶ້ນມາ ເພາະບໍ່ມີເງິນຊື້ເຫລົ້າ ຍີ່ຫໍ້ອື່ນ, ສະນັ້ນ ຈຶ່ງມັກເກີດເຫດການ ມີຜູ້ເສຍຊີວິດ ຈຳນວນ ຫລວງຫລາຍ ຈາກການດື່ມເຫລົ້າເຖື່ອນ./.

 

KPL

ຂ່າວອື່ນໆ

ads
ads

Top