ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາ

18/10/2024 12:21
ຂປລ ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ ຈັດຝຶກອົບຮົມຍົກສູງຄວາມຮູ້ ທາງດ້ານວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ.



ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ ຈັດຝຶກອົບຮົມຍົກສູງຄວາມຮູ້ ທາງດ້ານວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາຄົມ ປຣະເສີດ ໄດ້ເນັ້ນໜັກເຖິງຈຸດປະສົງຂອງກອງປະຊຸມ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະຕ່າງໆ ກ່ຽວກັບການກະກຽມຄວາມພ້ອມ ໃຫ້ແກ່ພະນັກງານຮັບໃຊ້ກອງປະຊຸມ ແລະ ພະນັກງານ LOs/VOs ໃຫ້ມີຄວາມຮູ້, ຄວາມເຂົ້າໃຈເປັນຢ່າງດີ ໃນດ້ານວຽກງານການປະສານງານ, ພິທີການ, ແລະ ບົດຮຽນຕ່າງໆ ໃນການຮັບແຂກຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມສາກົນທີ່ ສປປ ລາວ ເປັນເຈົ້າພາບ ແນໃສ່ການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຕ້ອນຮັບຄະນະຜູ້ແທນ ລັດຖະສະພາຈາກປະເທດຕ່າງໆ ທີ່ຈະເດີນທາງ ມາເຂົ້າຮ່ວມກອງປະຊຸມ AIPA ເຊິ່ງຄາດຄະເນວ່າມີຈໍານວນຫລາຍກວ່າ 500 ທ່ານ.



ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ກໍໄດ້ມີຄຳເຫັນໂອ້ລົມຊີ້ນໍາ ໂດຍເນັ້ນໜັກຕື່ມບາງບັນຫາສຳຄັນ ເປັນຕົ້ນເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ, ຕໍ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ໃຫ້ສຸມສະຕິປັນຍາ ຫົວຄິດປະດິດສ້າງ ເຂົ້າໃນວຽກງານຕົວຈິງ, ຝຶກທັກສະ ແລະ ບົດຮຽນການເປັນເຈົ້າພາບທີ່ດີ ແລະ ປະຕິບັດທຸກໜ້າທີ່ວຽກງານ ທີ່ຖືກມອບໝາຍໃຫ້ປະສົບຜົນສໍາເລັດ; ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະກ່ຽວກັບການກະກຽມ ຄວາມພ້ອມຮັບໃຊ້ກອງປະຊຸມ ຂອງພະນັກງານ LOs/VOs ໃຫ້ມີຄວາມຮູ້ທາງດ້ານ ບໍລິຫານ-ພິທີການ, ເຕັກນິກການປະສານງານ, ການສື່ສານດ້ານພາສາອັງກິດ ແລະ ພາສາປະເທດທີ່ເຂົ້າຮ່ວມກອງປະຊຸມ ພ້ອມທັງມີການເຜີຍແຜ່ວັດທະນະທໍາ, ມູນເຊື້ອປະຫວັດສາດ, ສິລະປະ, ສະຖານທີ່ທ່ອງທ່ຽວ ແລະ ດ້ານອື່ນໆຂອງປະເທດເຮົາ. ສໍາຄັນແມ່ນການປະສານງານລະຫວ່າງ ກອງເລຂາໄອປາແຫ່ງຊາດ ແລະ ບັນດາພະນັກງານ LO, VO ໃຫ້ກົມກຽວ, ທັນການ ເພື່ອສ້າງຄວາມສະດວກທຸກຢ່າງໃຫ້ແກ່ ບັນດາຜູ້ແທນກອງປະຊຸມ, ເພື່ອສ້າງຄວາມປະທັບໃຈ ແລະ ຄວາມຊົງຈໍາຂອງແຂກຕໍ່ປະເທດເຮົາ, ຕໍ່ປະຊາຊົນລາວ.

ຊຸດອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການສະເໜີຂໍ້ມູນທົ່ວໄປຂອງກອງປະຊຸມ; ການກະກຽມຕ້ອນຮັບຄະນະຜູ້ແທນ; ການກະກຽມທາງດ້ານ ວຽກງານພິທີການ, ສະຖານທີ່ ແລະ ພາຫະນະ. ຈາກນັ້ນ, ກໍໄດ້ມີການປະກອບຄຳຄິດເຫັນ, ສົນທະນາຖາມ-ຕອບຢ່າງສ້າງສັນ, ກົງໄປກົງມາ, ແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງທີ່ດີ ເພື່ອຈະໄດ້ນຳໄປໝູນໃຊ້ເຂົ້າໃນ ການປະຕິບັດຕົວຈິງ ໃນໄລຍະກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມນີ້, ຍັງໄດ້ຝຶກປະຕິບັດຕົວຈິງ ຢູ່ຫໍປະຊຸມແຫ່ງຊາດຕື່ມອີກ.

ຂ່າວ: ວັນນາລິນ ສຸລິວົງສັກ

KPL

ຂ່າວອື່ນໆ

    • ການພົວພັນຮ່ວມມື ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງການເມືອງ

      ການພົວພັນຮ່ວມມື ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

      10/18/2024 1:50:02 PM

      ຂປລ. ໃນວັນທີ 18 ຕຸລາ 2024 ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະມິດຕະພາບລັດຖະສະພາລາວ-ລັດເຊຍ ໄດ້ພົບປະສອງຝ່າຍກັບ ທ່ານ ໂຊລບັນ ກາຣາ-ໂອລ ຮອງປະທານສະພາດູມາ ແຫ່ງ ສະຫະພັນ ຣັດເຊຍ ເພື່ອເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງປະເທດ ລາວ-ຣັດເຊຍ

    • ສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ສານສະແດງຄວາມເສົ້າສະຫລົດໃຈ

      10/18/2024 1:43:51 PM

      ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ໄຊສົມພອນ ພົວວິຫານ ກຳມະການກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ສະຫາຍ ຈ້າວ ເລີ້ ຈີ້ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາ ຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຕໍ່ການຈາກໄປ ຂອງອະດີດກຳມະການປະຈຳ ກົມການເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013).

    • ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານການເມືອງ

      ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານ

      10/18/2024 12:34:58 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພັກອາມານັດ (AMANAT), ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ທີ່ ສາທາລະນະລັດ ກາຊັກສະຖານ ໃນລະຫວ່າງວັນທີ 15-17 ຕຸລາ 2024 ເພື່ອສ້າງຕັ້ງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກອາມານັດ

    • ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມື

      10/18/2024 12:29:32 PM

      ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ

    • ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45ການເມືອງ

      ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45

      10/18/2024 12:09:08 PM

      ຂປລ. ຕອນເຊົ້າວັນທີ 17 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ຢູ່ຫໍປະຊຸມແຫ່ງຊາດ

ads
ads

Top